ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດ ມົງໂກລີ ປະຈຳລາວ ຢ້ຽມຢາມ ແລະເຄື່ອນໄຫວວຽກຢູ່ແຂວງສາລະວັນ

ໃນວັນ 2 ພະຈິກ 2022 ທ່ານ ບຽມບາຊູເຣນ ຈໍາສຣັງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດມົງໂກລີ ປະຈຳລາວ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ແລະໃນໂອກາດດຽວກັນນີ້ທີ່ຫ້ອງຮັບຮອງສະໂມສອນແຂວງສາລະວັນທ່ານ ບຽມບາຊູເຣນ ຈຳສຣັງ ກໍໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ທ່ານ ໂພໄຊ ໄຊຍະສອນ ເລຂາພັກແຂວງເຈົ້າແຂວງສາລະວັນ ພ້ອມຄະນະ, ທ່ານ ໂພໄຊ ໄຊຍະສອນ ເລຂາພັກແຂວງ ເຈົ້າແຂວງສາລະວັນ ພ້ອມຄະນະ, ຊຶ່ງກອ່ນອື່ນທ່ານເຈົ້າແຂວງສາລະວັນກໍ່ໄດ້ລາຍງານສະພາບການພັດທະນາດ້ານເສດຖະກິດ-ສັງຄົມຂອງແຂວງໂດຍສັງເຂບວ່າ: ປີ 2022 ແຂວງສາລະວັນຍັງສືບຕໍ່ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ແຕ່ອັດຕາເງິນເຟີ້ເພີ່ມຂື້ນ ແລະລາຄານໍ້າມັນມີການປ່ຽນແປງເພີ່ມຂື້ນຢ່າງຕໍ່ເນື່ອງ, ໄດ້ສົ່ງຜົນກະທົບທາງກົງ-ທາງອ້ອມຕໍ່ການດໍາລົງຊີວິດ, ເສດຖະກິດ, ການຄ້າ ແລະ ການບໍລິການຢ່າງຫຼີກຫຼ່ຽງບໍ່ໄດ້, ແຕ່ດ້ວຍຄວາມຮັບຜິດຊອບ, ຕັດສິນໃຈສູງຂອງຄະນະນໍາຂັ້ນແຂວງ, ອົງການປົກແຂວງ, ຄວາມເປັນເຈົ້າການຂອງບັນດາພະແນກການ-ອົງການ, ເມືອງ ແລະ ການປະກອບສ່ວນທົ່ວສັງຄົມ ເຮັດໃຫ້ການຈັດຕັ້ງປະຕິບັດມີຜົນສໍາເລັດຫຼາຍຄາດຫມາຍ, ການຂະຫຍາຍຕົວຂອງເສດຖະກິດ ( GDP) ຢູ່ໃນລະດັບ 3,3%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 1.077ໂດລາສະຫາລັດ, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 93,01 ຕື້ກີບ, ດ້ານການລົງທຶນມີທັງຫມົດ 352 ໂຄງການ, ລວມມູນຄ່າ 67,18 ຕື້ກີບ, ໃນນັ້ນມີໂຄງການສະເຫນີໃຫມ່ 50 ໂຄງການ, ໂຄງການສືບຕໍ່ 185 ໂຄງການ ແລະ ໂຄງການສໍາລະສາສາງ 117 ໂຄງການ, ການນໍາເຂົ້າສິນຄ້າ ປະຕິບັດໄດ້ 10,08 ລ້ານໂດລາສະຫະລັດ, ການສົ່ງອອກ ປະຕິບັດໄດ້101,20 ລ້ານໂດລາສະຫາລັດ, ການຜະລິດເຂົ້ານາແຊງ ປະຕິບັດໄດ້ 11.357 ເຮັກຕາ, ພືດລະດູແລ້ງ ປະຕິບັດໄດ້ 5.457 ເຮັກຕາ, ປະຈຸບັນເກັບກູໄດ້ຮ້ອຍສ່ວນຮ້ອຍ, ເກັບກູ້ຜົນຜະລິດໄດ້ 25.238ໂຕນ ແລະວຽກງານອື່ນໆກໍໄດ້ຮັບການພັດທະນາດີຂຶ້ນ.

ຈາກນັ້ນທັງສອງຝ່າຍກໍໄດ້ຜັດປ່ຽນກັນມີຄຳເຫັນຕໍ່ການຢ້ຽມຢາມດ້ວຍໄມຕີຈິດມິດຕະພາບເຫັນດີຈະສ້າງເງື່ອນໄຂອັນດີ ແລະເປັນຂີດໝາຍສຳຄັນເວົ້າລວມ 2 ປະເທດລາວ-ມົງໂກລີ, ເວົ້າສະເພາະແຂວງສາລະວັນຈະສືບຕໍ່ຂະຫຍາຍມູນເຊື້ອສາຍພົວພັນທາງການທູດຄົບຮອບ 60 ປີ ລະຫວ່າງ ສປປ ລາວ ແລະມົງໂກລີ ທີ່ມີມາແຕ່ດົນນານຈະໄດ້ຮັບການຂະຫຍາຍການພົວພັນລົງສູ່ຂັ້ນທ້ອງຖິ່ນຂອງລາວໃນຕໍ່ຫນ້າໃຫ້ນັບມື້ນັບມີການຂະຫຍາຍຕົວຍິ່ງໆຂຶ້ນ, ໃນຕອນທ້າຍທັງສອງຝ່າຍກໍ່ໄດ້ມອບຂອງທີ່ລະນືກເຊີ່ງກັນ ແລະກັນຕື່ມອີກ.
ໂດຍ: ກິນດາວັນ ອ້ວນນາຄູ