ເຈົ້າແຂວງຄຳມ່ວນລົງຕິດຕາມການກໍ່ສ້າງຊົນລະປະທານ ບ້ານຊຽງຫວາງ

ໃນວັນທີ 1 ພະຈິກ 2022 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນພ້ອມຄະນະໄດ້ລົງຕິດຕາມການກໍ່ສ້າງໂຄງການຊົນລະປະທານຄົບວົງຈອນຢູ່ບ້ານຊຽງຫວາງ ເມືອງໜອງບົກ ໃນມູນຄ່າການກໍ່ສ້າງທັງໝົດ 290 ຕື້ດົງ. ໃນນັ້ນ ເປັນທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ 263 ຕື້ດົງ ແລະທຶນສົມທົບຂອງລັດຖະບານລາວ ຈຳນວນ 27 ຕື້ດົງ. ໂຄງການນີ້ມີທ່າແຮງທີ່ຈະກ້າວໄປສູ່ການຜະລິດກະສິກຳທີ່ນໍາໃຊ້ເຕັກນິກອັນໃໝ່ໆ ເພື່ອຍົກສູງສະມັດຕະພາບການຜະລິດໃຫ້ສູງຂຶ້ນເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ແລະເປັນສິນຄ້າ.

ໂຄງການນີ້ ຍັງມີຄວາມໝາຍ, ຄວາມສຳຄັນທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະເປັນໜຶ່ງໃນບັນດາກິດຈະການກໍ່ສ້າງທີ່ເປັນເຄື່ອງໝາຍສະແດງໃຫ້ເຫັນເຖິງນໍ້າໃຈສາມັກຄີຮັກແພງຖານອ້າຍນ້ອງສອງຊາດ ລາວ-ຫວຽດນາມ ເປັນການປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດເວົ້າສະເພາະກໍ່ຄືສອງແຂວງ ຄຳມ່ວນ-ຮ່າຕິ່ງ.

ໂຄງການດັ່ງກ່າວແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນເດືອນເມສາ 2022 ປະກອບມີ: ການກໍ່ສ້າງລະບົບຫົວງານຈັກສູບນໍ້າດ້ວຍໄຟຟ້າ, ການປ້ອງກັນຕາຝັ່ງເຈື່ອນໃນເຂດຫົວງານ, ຫ້ອງການກຸ່ມຜູ້ຊົມໃຊ້ນໍ້າ, ຄອງເໝືອງແມ່ 1 ຄອງ ປະກອບມີ 2 ເສັ້ນ, ມີຄວາມຍາວ 2.996 ແມັດ, ຄອງເໝືອງຂັ້ນ 2 ມີ 7 ເສັ້ນ ຄວາມຍາວ 20.665 ແມັດ ໂດຍກວມເອົນຈໍານວນ 4 ບ້ານ ຄື: ບ້ານສອງເໝືອງເໜືອ, ສອງເໝືອງໃຕ້, ກຸດຈັບ ແລະບ້ານຊຽງຫວາງ ເມືອງໜອງບົກ ລວມມີເນື້ອທີ່ 500 ເຮັກຕາ. ຮັບເໝົາກໍ່ສ້າງໂດຍບໍລິສັດຫຸ້ນສ່ວນສະຖາປັດຕະຍະກໍາ ແລະການຄ້າຊຶ່ງມີໄລຍະເວລາການກໍ່ສ້າງໃຫ້ສຳເລັດພາຍໃນ 655 ວັນ. ມາຮອດປັດຈຸບັນການກໍ່ສ້າງແມ່ນປະຕິບັດໄດ້ປະມານ 15% ແຕ່ເຫັນວ່າການຈັດຕັ້ງປະຕິບັດແມ່ນຍັງມີຄວາມຊັກຊ້າອັນເນື່ອງມາຈາກໄລຍະຂອງການລົງມືກໍ່ສ້າງໃນໄລຍະຜ່ານມາແມ່ນຢູ່ໃນຊ່ວງລະດູຝົນເຮັດໃຫ້ການກໍ່ສ້າງມີຄວາມຫຍຸ້ງຍາກ.

ໂອກາດນີ້ທ່ານເຈົ້າແຂວງຄຳມ່ວນ ໄດ້ມີຄຳເຫັນຊີ້ນຳໃຫ້ບໍລິສັດຜູ້ຮັບເໝົາເລັ່ງການກໍ່ສ້າງໃນບັນດາໜ້າວຽກຕ່າງໆ ໃຫ້ມີຄວາມຄືບໜ້າພ້ອມທັງຮັບປະກັນທາງດ້ານຄຸນນະພາບ. ສ່ວນຄະນະຮັບຜິດຊອບກໍໄດ້ຮ່ວມປຶກສາຫາລືເພື່ອແກ້ໄຂບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະພື້ນຖານໂຄງລ່າງໃນບໍລິເວນການກໍ່ສ້າງ, ພ້ອມທັງຈະມີການຕິດຕາມ, ຊຸກຍູ້ ແລະອຳນວຍຄວາມສະດວກໃນດ້ານຕ່າງໆແກ່ບໍລິສັດຜູ້ຮັບເໝົາເພື່ອເຮັດໃຫ້ໂຄງການດັ່ງກ່າວສຳເລັດຕາມແຜນການທີ່ວາງໄວ້.
ພາບ-ຂ່າວ: ກອງຄຳ