ງານສັບປະດາດີຈີຕ໋ອນ ປະຈໍາປີ 2022 ຈະຈັດຂຶ້ນໃນທ້າຍປີນີ້ ທີ່ນະຄອນຫລວງວຽງຈັນ

ໃນວັນທີ 02 ພະຈິກ 2022, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດ ກ່າວຖະແຫລງຂ່າວກ່ຽວກັບການຈັດງານສັບປະດາດີຈີຕ໋ອນ (Digital Week) ປະຈໍາປີ 2022 ທີ່ຈະຈັດຂຶ້ນໃນເດືອນທັນວານີ້ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍ ໃຕ້ຄໍາຂວັນ: “ການຮ່ວມມືທົ່ວສັງຄົມ ເພື່ອຫັນເປັນດີຈີຕ໋ອນ” ຫລື “Collaboration across Lao Digital Transformation” .

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ຮູ້ວ່າ: ງານສັບປະດາດີຈີຕ໋ອນ (Digital Week) ປະຈໍາປີ 2022 ຈັດຂຶ້ນ ເພື່ອຜັນຂະຫຍາຍແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 5 ປີ ຄັ້ງທີ III (2021-2025) ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຫັນເປັນ ອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດດີຈີຕ໋ອນ ຂອງ ສປປລາວ, ເພື່ອສົ່ງເສີມການນໍາໃຊ້ເຕັກໂນໂລຊີນະວັດຕະກໍາ, ເຕັກໂນໂລຊີຂໍ້ມູນຂ່າວສານ (ICT), ໂທລະຄົມມະນາຄົມ ແລະດີຈີຕ໋ອນທີ່ທັນສະໄໝ ເຂົ້າໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ ແລະເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫລາກຫລາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນໃນຕະຫລາດພາຍໃນ ແລະຕ່າງປະເທດ, ທັງເປັນການຄັດເລືອກຜະລິດຕະພັນໄອຊີທີ ແລະດີຈີຕ໋ອນຂອງ ສປປ ລາວ ເຂົ້າແຂ່ງຂັນໃນລະດັບເວທີພາກພື້ນອາຊຽນ ແລະສາກົນ.

ໃນງານຄັ້ງນີ້ຈະມີຫລາຍກິດຈະກໍາຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນເປັນງານມະຫະກຳເຕັກໂນໂລຊີ ແລະການສື່ສານຊຶ່ງປະກອບມີ: ງານວາງສະແດງ ກ່ຽວກັບ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ນະວັດຕະກຳ ແລະ ຜົນງານການຄົ້ນຄ້ວາ ແລະ ຜະລິດຕະພັນຈາກຫົວຄິດປະດິດສ້າງ ຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນ 100 ກວ່າ ຮ້ານວາງສະແດງ (booth), ແລະ Post Mart; ກອງປະຊຸມສຳມະນາກ່ຽວກັບເຕັກໂນໂລຊີຍຸກໃໝ່,ເສດຖະກິດດີຈີຕ໋ອນ, ຄວາມປອດໄພທາງໄຊເບີ, ການຄ້າອອນລາຍ, ການບໍລິຫານລັດແບບທັນສະໄໝ, ການພັດທະນາອຸດສາຫະກຳ 4.0, ເຕັກໂນໂລຊີອັດສະລິຍະ, ແລະ ເຕັກໂນໂລຊີ 5G; ເວທີໃນ ການ ພົບປະສົນທະນາປຶກສາຫາລື ແລະແລກປ່ຽນກັນທາງດ້ານການຄົ້ນຄວ້າ ແລະການລົງທຶນທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ, ແລະຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ; ແລະ ກິດຈະກໍາການແຂ່ງຂັນ Lao ICT Awards 2022, ການແຂ່ງຂັນ ຄວາມປອດໄພທາງໄຊເບີ, Start-up , Hackathon, ນະວັດຕະກໍາ Innovation Awards.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວຕື່ມວ່າ: ງານສັບປະດາດິຈິຕ໋ອນ 2022 ຈະຈັດ ຂຶ້ນເປັນຄັ້ງທໍາອິດ ຢູ່ ສປປ ລາວ ຊຶ່ງຈະເປັນເຫດການປະຫວັດສາດ ທີ່ສໍາຄັນໃນການຮ່ວມ ມື ແລະ ດຶງດູດການລົງທຶນ ເຂົ້າໃນການພັດທະນາ ແລະ ປະກອບສ່ວນໃນການພັດ ທະນາພື້ນຖານໂຄງລ່າງ, ຊ່ວຍສົ່ງເສີມ ແລະເຜີຍແຜ່ການນໍາໃຊ້ຜົນການຄົ້ນຄວ້າ ວິທະ ຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ນະວັດຕະກຳ, ອຸດສາຫະກໍາການຜະລິດ, ການບໍລິ ການທີ່ຕິດພັນກັບການພັດທະນາຊັບພະຍາກອນມະນຸດ ດ້ານເຕັກໂນໂລຊີ ແລະ ການສື່ສານ. ພ້ອມນີ້, ທ່ານໄດ້ຮຽນຮ້ອງ ແລະ ເຊີນຊວນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະຜູ້ປະກອບການດ້ານໄອຊີທີ ແລະດີຈີຕອນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ ໃນງານດັ່ງກ່າວເພື່ອສະແດງຜົນງານຂອງຕົນຢ່າງຟົດຟື້ນ.

ງານສັບປະດາດິຈິຕ໋ອນຄັ້ງນີ້ຄະນະຮັບຜິດຊອບການຈັດງານໄດ້ວາງຮູບແບບຜູ້ຮ່ວມອຸປະຖໍາ 4 ປະເພດ: 1) Diamond, 2) Platinum, 3) Gold ແລະ 4) Silver ແຕ່ ລະປະເພດຈະໄດ້ຮັບຮ້ານວາງສະແດງ, ສິ່ງອໍານວຍຄວາມສະດວກ, ສື່ໂຄສະນາ, ມີ Logo ໃນແຜນປ້າຍຂອງງານ ແລະ ສິດທິພິເສດອີກຫລາກຫລາຍໃນງານ. ນອກນັ້ນ, ບັນດາບໍລິສັດ ແລະຫ້າງຮ້ານຕ່າງໆ ຍັງສາມາດເຊົ່າຮ້ານວາງສະແດງ (Booth) ເພື່ອສະແດງສິນຄ້າ ຫລື ຜະລິດຕະພັນຂອງຕົນໃນງານໄດ້ກ ສໍາລັບພາກລັດແມ່ນຈະໄດ້ສິດໃນການໃຊ້ຮ້ານວາງສະແດງໂດຍບໍ່ໄດ້ເສຍຄ່າ. ສຳລັບຜູ້ທີສົນໃຈ ເຂົ້າຮ່ວມສະໜັບສະໜູນ ສາມາດຕິດຕໍ່: ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫ້ອງການກະຊວງ ເບີໂທລະສັບ: 021215877.