CPC ປະກອບສ່ວນສຳຄັນຕໍ່ວຽກຊ່ວຍເຫຼືອສັງຄົມ

ເວົ້າໄດ້ວ່າເປັນອົງກອນໜຶ່ງທີ່ສໍາຄັນ ແລະມີຜົນງານມາຢ່າງຕໍ່ເນື່ອງສໍາລັບສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະ ເວນ ຫຼື CPC ໄດ້ເອົາໃຈໃສ່ຕະຫຼອດມາຕໍ່ການໃຫ້ຄວາມຊ່ວຍເຫຼືອວຽກງານພັດທະນາຊັບພະຍາກອນມະນຸດ, ວຽກງານດ້ານການສຶກສາ-ກີລາ, ສາທາລະນະສຸກ ແລະວຽກງານພື້ນຖານໂຄງລ່າງທັງສົ່ງເສີ່ມໂຄນາອື່ນໆ ແລະໃນປີ  2022 ນີ້ແມ່ນຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອອີກໃນຫຼາຍດ້ານ.

ທ່ານ ສີທອງ ເພັດລັງສີ ປະທານສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຫຼື CPC, ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ປະຈໍາແຂວງຈໍາປາສັກ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ສະຫະກອນພວກເຮົາໄດ້ສ້າງຕັ້ງຂຶ້ນໃນ ກາງປີ 2007 ໂດຍໂຄງການພັດ ທະນາກະສີກໍາເຂດພູພຽງບໍລະ ເວນທີ່ມາຈາກການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະລັດຖະບານຝລັ່ງ,ຊຶ່ງແມ່ນອົງກອນຝະລັ່ງເພື່ອການພັດທະນາ ( AFD) ແລະກະຊວງກະສີກໍາ ແລະປ່າໄມ້ເປັນຜູ້ຈັດການປະຕິບັດ, ສະຫະກອນເປັນອົງການຈັດຕັ້ງຂອງຊາວສວນ ແລະທີ່ຊາວສວນເປັນເຈົ້າຂອງໂຄງການ 100%.

ສະຫະກອນມີສະມາຊິກທັງ ໝົດ 968 ຄອບຄົວ, 45 ກຸ່ມ ຜູ້ຜະລິດມີເນື້ອທີ່ຜະລິດກາເຟ ນ້ອຍ 3.319 ເຮັກຕາ ແລະ ເນື້ອທີ່ຜະລິດກາເຟກາງ 1.137 ເຮັກຕາ ທີ່ກະຈາຍຢູ່ໃນ 43 ໝູ່ບ້ານ ຂອງ 3 ເມືອງໃນເຂດພູພຽງບໍລະເວນ ຄື: ເມືອງປາກຊ່ອງ ແຂວງຈໍາປາສັກ, ເມືອງເລົ່າງາມ ແຂວງສາລະວັນ ແລະເມືອງທ່າແຕງ ແຂວງເຊກອງ, ສະຫະກອນມີສູນ ອິ້ວກາເຟຄຸນນະພາບ 39 ສູນ,ມີໂຮງງານແປຮູບກາເຟ, ໂຮງງານບົ່ມຝຸ່ນ ແລະຝຸ່ນຂີ້ກະເດືອນມີສູນຝືກອົບຮົມ ແລະມີຫ້ອງທົດ ລອງຊິມລົດຊາດກາເຟ ແລະມີ ສວນທົດລອງແນວພັນນໍາອີກ.

ປະທ່ານສະຫະກອນໃຫ້ຮູ້ຕື່ມ ວ່າ: ນອກຈາກພວກເຮົາຈະໄດ້ສົ່ງອອກກາເຟຄູນນະພາບສູງ ແລະໄດ້ຂາຍໃນລາຄາທີ່ສູງກວ່າຕະຫລາດປົກຄະຕິ ແລະໄດ້ນໍາຜົນກໍາ ໄລມາແບ່ງໃຫ້ກັບປະຊາຊົນໃນຕໍ່ລະປີແລ້ວພວກເຮົາຍັງໄດ້ເອົາໃຈໃສ່ຊ່ວຍເຫຼືອວຽກງານການສຶກສາ, ສາທາລະນນສຸກ, ສະນາແຕ່ອື່ນໆເຊັ່ນ: ນັບແຕ່ປີ 2008-2022 ໄດ້ສ້າງໂຮງຮຽນໃຫ້ກັບໝູ່ບ້ານຈໍານວນທັງໝົດ 12 ຫລັງ, ສ້າງສຸສາລາ, ເຈາະນໍ້າບາດານ 15 ບໍ່ ແລະເຄື່ອງກອກນໍ້າສະ ອາດ 222 ເຄື່ອງ, ມອບໃຫ້ໂຮງ ຮຽນຈໍານວນ 42 ແຫ່ງ, ເພື່ອຕອບສະໜອງໃຫ້ຫຼານນ້ອຍນັກຮຽນຈໍານວນ 7.000 ຄົນ ໄດ້ບໍລິໂພກນໍ້າທີ່ສະອາດຖືກຫຼັກສຸຂາອະນາໄມ, ນອກຈາກນີ້ປະກອບ ສ່ວນມອບເງິນສ້າງທາງເບຕົງ ແກ່ 3 ໝູ່ບ້ານ ແລະປະກອບສ່ວນເຂົ້າວຽກງານອື່ານໆອີກຈໍານວນໜຶ່ງ ແລະປີນີ້ແມ່ນຍັງຈະສືບຕໍ່ໃຫ້ຊ່ວຍຕື່ມອີກຕາມທ່າແຮງເປັນໄປໄດ້.

ໂດຍ: ໂພທິລາດ