ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຮ່ວມອົງການປົກຄອງນະຄອນຫຼວງພະບາງ

ວັນທີ 2 ພະຈິກ 2022 ຜ່ານມານີ້ທີ່ຫ້ອງປະຊຸມຫ້ອງວ່າການນະຄອນຫຼວງພະບາງໄດ້ມີພິທີເຊັນສັນຍາຮ່ວມມືລະຫວ່າງ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດສາຂາຫຼວງພະບາງ ແລະ ອົງການປົກຄອງນະຄອນຫຼວງພະບາງ ໂດຍເປັນປະທານຂອງທ່ານວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ,ມີທ່ານດິງ ຮຸ່ງ ຫົວໜ້າທະນາຄານຮ່ວມທຸລະກິດລາວ -ຫວຽດຈໍາກັດ ສາຂາຫລວງພະບາງ,ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການອອ້ມຂ້າງ ພ້ອມດ້ວຍທິມງານທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ສາຂາຫຼວງພະບາງເຂົ້າຮ່ວມ.

ທ່ານ ດິງ ຮຸ່ງ ຫົວໜ້າທະນາຄານຮ່ວມທຸລະກິດ ລາວ - ຫວຽດຈໍາກັດສາຂາຫລວງພະບາງ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການເສີມຂະຫຍາຍສາຍພົວພັນ ແລະ ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພັວພັນລາວ-ຫວຽດຮອບ 60 ປີ (05/09/1962 ຫາ 05/09/2022 ແລະວັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວຫວຽດນາມ ຄົບຮອບ 45 ປີ (18/07/1977 ເຖິງ 18/07/2022) ທະນາຄານຮ່ວມທຸລະກິດລາວ-ຫວຽດຈໍາກັດໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມິຖຸນາປີ1999ເຊິງແມ່ນການຮ່ວມມືຄວາມສາມັກຄີລະຫວ່າງສອງຊາດ,ເພື່ອແນໃສວຽກງານການເມືອງທີ່ພັກ ແລະ ລັດ ຂອງ2ຊາດໄດ້ມອບໝາຍນັ້ນແມ່ນເປັນຂົວຕໍ່ໃນການຊໍາລະສະສາງ, ແລກປ່ຽນລະຫວ່າງສອງສະກຸນເງິນ VND/LAKທັງເປັນການສະໜອງທຶນແກ່ບັນດາໂຄງການຮ່ວມມືລະຫວ່າງສອງຊາດ.

ຜ່ານ 9 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່, ຮອດປະຈຸບັນ,ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ສາຂາຫຼວງພະບາງ ໄດ້ມີການພັດທະນາ ຢ່າງເຂັ້ມແຂງ ທາງດ້ານຂະໜາດ ແລະ ໝາກຜົນການດໍາເນີນທຸລະກິດ, ກາຍເປັນໜຶ່ງໃນບັນດາທະນາຄານໃຫຍ່ຂອງແຂວງ, ໃນນັ້ນການສະໜອງສິນເຊື່ອໃຫ້ແກ່ບຸກຄົນ ແລະ ວິສາຫະກິດທະນາຄານລາວຫວຽດແມ່ນໄດ້ເປັນອັນດັບຕົ້ນໆ. ສາມາດເວົ້າໄດ້ວ່າພາຍໃນແຂວງຫຼວງພະບາງ, ທະນາຄານຮ່ວມທຸລະກິດລາວຫວຽດເປັນທະນາຄານໃຫ້ບໍລິການສິນເຊື່ອທີ່ມີຄວາມຫຼາກຫຼາຍ ເຊັ່ນ: ເງິນກູ້ເພື່ອຊື້ດິນ,ປຸກເຮືອນມີໄລຍະເວລາກູຢືມສູງເຖິງ 20 ປີ, ກູ້ຊື້ລົດເຖິງ 7 ປີ, ເງິນກູ້ໃຫ້ແກ່ພະນັກງານລັດຖະກອນທີ່ບໍ່ມີຫຼັກຊັບຄໍ້າປະກັນ ວົງເງິນສູງເຖິງ 100 ລ້ານກີບ,ສິນເຊື່ອເພື່ອທຸລະກິດທີ່ບໍ່ຈໍາກັດວົງເງິນ ແລະ ຜະລິດຕະພັນອື່ນໆ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ມີຄຳເຫັນໂອ້ລົມເຊີ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ສາຂາຫຼວງພະບາງ ທີ່ໄດ້ເສີມຂະຫຍາຍບັນດາຜະລິດຕະພັນເພື່ອເປັນຂົວຕໍ່ແຫ່ງຄວາມສຳເລັດແກ່ພະນັກງານລັດຖະກອນໄດ້ນຳໃຊ້ບັນດາຜະລິດຕະພັນທີ່ມີຄວາມສະດວກວ່ອງໄວ ເພື່ອສ້າງເງື່ອນໄຂຕໍ່ການດຳລົງຊີວິດແບບໃໝ່ ແລະການພັດທະນາ.

ພາຍຫຼັງການມີຄຳເຫັນໂອ້ລົມທັງສອງຟ່າຍໄດ້ຮ່ວມກັນລົງນາມເຊັນສັນຍາຮ່ວມມື ໂດຍທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ຟ່າຍອົງການປົກຄອງນະຄອນຫຼວງພະບາງ ແລະ ທ່ານ ດິງ ຮຸ່ງ ຫົວໜ້າທະນາຄານຮ່ວມທຸລະກິດ ລາວ-ຫວຽດ ສາຂາຫຼວພະບາງ ແລະມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການອອ້ມຂ້າງນະຄອນພ້ອມດ້ວຍທິງານທະນາຄານຮ່ວມທຸລະກິດ ລາວ-ຫວຽດ ສາຂາຫຼວງພະບາງຮ່ວມເປັນສັກຂີ.