ບໍລິສັດ ທາງລົດໄຟ ລາວ-ຈີນ ເລີ່ມສ້ອມແປງອຸປະກອນແບບລວມສູນ ຄັ້ງໃຫຍ່ ປະຈຳປີ

ຂປລ. ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ເລີ່ມບຳລຸງຮັກສາລາງລົດໄຟ ແລະສ້ອມແປງວັດຖຸອຸປະກອນແບບລວມສູນ ຄັ້ງໃຫຍ່ ປະຈຳປີ ເຊິ່ງໃນວັນທີ 2 ພະຈິກ 2022 ນີ້, ບໍລິສັດທາງລົດໄຟ ລາວ-ຈີນໄດ້ເລີ່ມປຸກລະດົມພະນັກງານທີ່ກ່ຽວຂ້ອງເພື່ອບຳລຸງຮັກສາ ແລະ ສ້ອມແປງວັດຖຸອຸປະກອນແບບລວມສູນຂອງທາງລົດໄຟລາວ-ຈີນ ຄັ້ງທຳອິດຢູ່ເຂດສ້ອມແປງຄົບວົງຈອນ ນະຄອນຫລວງວຽງຈັນ ເພື່ອຮັບປະກັນໃຫ້ສາມາດແລ່ນລົດຢ່າງມີຄວາມປອດໄພ,ເພີ່ມປະລິມານການຂົນສົ່ງ,ປັບປຸງຄຸນນະພາບ ແລະປະສິດທິຜົນໃນການຂົນສົ່ງທາງລົດໄຟ.

ການສ້ອມແປງອຸປະກອນແບບລວມສູນ ແມ່ນວິທີທີ່ສຳຄັນເພື່ອເພີ່ມທະວີການຄຸ້ມຄອງ ອຸປະກອນຂັ້ນພື້ນຖານ ແລະ ຮັບປະກັນຄວາມປອດໄພໃນການຂົນສົ່ງ, ທັງເປັນວຽກງານທີ່ສຳຄັນໃນການຮັກສາ, ຮັບປະກັນຄຸນນະພາບອຸປະກອນ ແລະຍົກສູງປະສິດທິພາບການຂົນສົ່ງເຊິ່ງເປົ້າໝາຍຫລັກໃນການບຳລຸງຮັກສາ ແລະ ສ້ອມແປງ ໃນຄັ້ງນີ້, ແນໃສ່ຫລີກລ້ຽງອຸປະຕິເຫດຂະໜາດໃຫຍ່ ຂອງພະນັກງານປະຕິບັດງານ,ຫລີກລ້ຽງອຸບັດຕິເຫດທາງການຂົນສົ່ງລົດໄຟປະເພດ D ແລະເພື່ອບັນລຸຄຸນນະພາບອຸປະກອນ TQI<4.0mm ໃນພາກການດໍາເນີນງານ. ໂດຍຈະໄດ້ນຳໃຊ້ເຄື່ອງຈັກຢຶດລາງລຸ້ນ DWL-48 ເຊິ່ງເຄື່ອງຈັກດັ່ງກ່າວມີຄວາມຍາວ 34 ແມັດ, ນໍ້າໜັກ 130 ໂຕນ, ມີຄວາມສາມາດໃນການຢຶດເກາະ ແລະ ເຮັດໃຫ້ລາງໝັ້ນຄົງ, ມີປະສິດທິພາບໃນການເຮັດວຽກສູງ, ຄຸນນະພາບສະຖຽນ, ເປັນເຄື່ອງຈັກທີ່ສຳຄັນ ໃນການສ້ອມແປງລາງ, ການແກ້ໄຂໂດຍລວມ ແລະ ການຍົກລະດັບຄວາມໄວຂອງລາງ, ເຄື່ອງຈັກດັ່ງກ່າວ ໃຊ້ບຸກຄະລາກອນຈໍານວນ 4 ຄົນໃນການຄວບຄຸມ. ພ້ອມນັ້ນ, ຍັງມີຈັກຢຶດລາງແຍກ ລຸ່ນ 08-475, ນຳໃຊ້ສຳລັບບໍາລຸງຮັກສາລາງ ແລະລາງແຍກ.

ໂອກາດດັ່ງກ່າວ, ທ່ານ ຢວນໝິງ ຫາວ ຜູ້ອໍານວຍການໃຫ່ຍບໍລິສັດທາງລົດໄຟ ລາວ-ຈີນ ໄດ້ເນັ້ນໜັກເຖິງຄວາມຕ້ອງການປັບປຸງວຽກງານ, ການຈັດວາງຮອບດ້ານ, ການສະໜອງອຸປະກອນ, ບຸກຄະ ລາກອນ ແລະ ຊັບພະຍາກອນກໍ່ສ້າງອື່ນໆໃຫ້ພຽງພໍ, ປະຕິບັດມາດຕະຖານທີ່ກຳນົດຢ່າງເຂັ້ມງວດ, ສ້າງເປົ້າໝາຍວຽກງານເປັນແຕ່ລະໄລຍະ, ປະຕິບັດໜ້າທີ່ຮັບຜິດຊອບຄຸ້ມຄອງພາກສະໜາມ, ເພີ່ມທະວີການຄວບຄຸມຄວາມສ່ຽງດ້ານຄວາມປອດໄພ, ຄຸ້ມຄອງຄຸນນະພາບຢ່າງເຂັ້ມງວດ, ດຳເນີນການກວດກາ ແລະຕິດຕາມກວດກາເພື່ອແກ້ໄຂບັນຫາທີ່ພົບເຫັນຢ່າງທັນການ, ຮັບປະກັນການບຳລຸງຮັກສາ ແລະສ້ອມແປງວັດຖຸອຸປະກອນແບບລວມສູນໃຫ້ສຳເລັດຢ່າງປອດໄພ ແລະມີປະສິດທິຜົນສູງ.
ຂ່າວ: ທະນູທອງ ພາບ: ຂັນໄຊ