ຮອງຫົວໜ້າ ອອປສ ລົງຕິດຕາມ ກວດກາການດຳເນີນຄະດີອາຍາ ຢູ່ນະຄອນຫລວງວຽງຈັນ

ໃນວັນທີ 2 ພະຈິກ 2022 ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ ວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ ແລະ ວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ທີ່ອົງການໄອຍະການປະຊາຊົນນະຄອນຫລວງວຽງຈັນ, ມີບັນດາ, ຄະນະນໍາອົງການໄອຍະການປະຊາຊົນນະຄອນຫລວງຮອງຫົວໜ້າ ອອປສ ລົງຕິດຕາມ ກວດກາການດຳເນີນຄະດີອາຍາ ຢູ່ນະຄອນຫລວງວຽງຈັນພ້ອມດ້ວຍພະນັກງານອົງການໄອຍະການປະຊາຊົນນະຄອນຫລວງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ໂນສະຫວັນ ສີຫາລາດ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນຫລວງໄດ້ລາຍງານໃຫ້ຮູ້ວ່າ: ອົງການໄອຍະການປະຊາຊົນ ນະຄອນ ຫລວງວຽງຈັນ ໄດ້ຖືເອົາການຕິດຕາມກວດກາການດໍາເນີນຄະດີຂອງອົງການສືບສວນ-ສອບສວນເປັນໜ້າທີ່ອັນຕົ້ນຕໍ ເພື່ອແນໃສ່ການດໍາເນີນຄະດີໃຫ້ມີຄວາມ ຖືກຕ້ອງຕາມກົດ ໝາຍ ໂດຍສະເພາະໃນປັດຈຸບັນໄດ້ເອົາໃຈໃສ່ເປັນພິເສດ ແມ່ນຄະດີຢາເສບຕິດ. ດັ່ງນັ້ນ ຈຶ່ງ ເຫັນໄດ້ວ່າ 9 ເດືອນຜ່ານມາ, ການດໍາເນີນຄະດີຂອງອົງການສືບສວນ-ສອບສວນ ມີຖ່ວງ ທ່າດີຂຶ້ນ ເປັນຕົ້ນການນໍາໃຊ້ບັນດາມາດຕະການສະກັດກັ້ນ, ການນໍາໃຊ້ວິທີການສືບສວນ-ສອບສວນ, ການປະກອບຂໍ້ມູນຫລັກຖານ ແລະການສະຫລຸບຜົນຂອງການສືບສວນ-ສອບ ສວນຖືກຕ້ອງ ແລະ ທັນກັບເວລາຕາມທີ່ກົດໝາຍກໍານົດໄວ້; ໄດ້ເອົາໃຈໃສ່ຕິດຕາມ ກວດ ກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ເປັນຕົ້ນໄດ້ຄົ້ນຄວ້າບົດລາຍງານການສະເໜີນໍາໃຊ້ບັນດາມາດຕະການສະກັດກັ້ນ ແລະ ການອອກຄໍາສັ່ງຕ່າງໆ ເຊັ່ນ: ອອກຄໍາສັ່ງຈັບຕົວ, ອອກຄໍາສັ່ງກັກຂັງພາງ, ອອກຄໍາສັ່ງກວດຄົ້ນ, ອອກຄໍາສັ່ງຕໍ່ກໍານົດເວລາການສືບສວນ-ສອບສວນ ແລະຕໍ່ກໍານົດເວລາການກັກຂັງພາງ ຕາມການສະເໜີຂອງເຈົ້າໜ້າທີ່ຊຶ່ງໄດ້ເຮັດໃຫ້ການດໍາເນີນຄະດີຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ຈໍານວນ 3.982 ສະບັບ.

ການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ ໄດ້ແຕ່ງຕັ້ງພະນັກງານໄອຍະການລົງປະຈໍາຄ້າຍຄຸມຂັງ ທີ່ນະຄອນຫລວງວຽງຈັນ ເຊັ່ນ: ຄ້າຍຄຸມ ຂັງພາກໂພນຕ້ອງ, ຄ້າຍຄຸມຂັງນາໄຫ-ນາໂນ ແລະ ສະຖານທີ່ກັກຂັງຊົ່ວຄາວ ຫ້ອງຕໍາ ຫລວດນະຄອນບານ. ສ່ວນຄ້າຍຄຸມຂັງບັນດາເມືອງ ກໍໄດ້ລົງຕິດຕາມກວດກາເປັນປົກກະຕິ ປະຈໍາເດືອນ ແລະ ປະຈໍາອາທິດ. ສໍາລັບການຕິດຕາມກວດກາເກັບກໍາສະຖິຕິ ປະຈໍາເດືອນ ກັນຍາ 2022 ເກັບກໍາສະຖິຕິນັກໂທດໄດ້ທັງ ໝົດ 1.074 ຄົນ, ຍິງ 216 ຄົນ, ຄົນຕ່າງ ປະເທດ 3 ຄົນ, ຍິງ 1 ຄົນ; ຜູ້ຖືກຫາມີທັງໝົດ 3,044 ຄົນ, ຍິງ 380 ຄົນ, ຄົນຕ່າງປະ ເທດ 73 ຄົນ, ຍິງ 2 ຄົນ; ຜູ້ຖືກດັດສ້າງມີທັງໝົດ 208 ຄົນ, ຍິງ 6 ຄົນ; ຜູ້ຖືກຫາ ກັກຂັງເກີນມີທັງໝົດ 151 ຄົນ, ຍິງ 20 ຄົນ (ຂໍ້ຫາທົ່ວໄປ 52 ຄົນ, ຍິງ 11 ຄົນ; ຂໍ້ຫາ ຢາເສບຕິດ 99 ຄົນ, ຍິງ 9 ຄົນ). ສ່ວນສະຖິຕິເດືອນ ຕຸລາ 2022 ກໍາລັງສືບຕໍ່ເກັບກໍາ ແລະຈະສັງລວມລາຍງານອົງການໄອຍະກາປະຊາຊົນສູງສຸດ.

ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ໄດ້ຮຽກຮ້ອງໃຫ້ຄະນະນໍາ, ພະນັກງານນໍາ ພາຄຸ້ມຄອງແຕ່ລະຂັ້ນ ແລະພະນັກງານວິຊາການທີ່ເປັນຫລັກແຫລ່ງຂອງອົງການໄອຍະ ການປະຊາຊົນ ນະຄອນຫລວງວຽງຈັນ ຈົ່ງພ້ອມກັນເພີ່ມທະວີ, ຍົກສູງຄວາມຮັບຜິດຊອບ ແລະເອົາໃຈໃສ່ຢ່າງຕັ້ງໜ້າໃນການຄົ້ນຄວ້າກຳແໜ້ນຫລັກການຂອງກົດໝາຍ, ຄຳສັ່ງ, ຄຳ ແນະນຳ ແລະນິຕິກຳລຸ່ມກົດໝາຍອື່ນໆ, ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານວິຊາສະເພາະໃນການຕິດຕາມກວດກາການດໍາເນີນຄະດີອາຍາ ແລະວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ໃຫ້ເຂັ້ມງວດ ແລະມີປະສິດທິຜົນເຮັດໃຫ້ອົງການໄອຍະການປະຊາຊົນປອດໃສ, ເຂັ້ມແຂງໜັກແໜ້ນຮັບປະກັນການປະຕິບັດພາລະບົດບາດ, ຂອບເຂດສິດ ແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃຫ້ຖືກຕ້ອງຕາມກົດໝາຍ,ສ້າງຄວາມເຂົ້າໃຈ ແລະ ປະຕິບັດໃຫ້ເປັນເອກະພາບ ແລະມີປະສິດທິຜົນສູງ, ຮັບປະກັນໃຫ້ການດຳເນີນຄະດີອາຍາມີຄວາມໂປ່ງໃສ, ຖືກຕ້ອງ ແລະຍຸຕິທຳ.
ຂ່າວ-ພາບ ສົມຫວັງ