ຄອສພ ສະຫຼຸບຂະບວນການແຂ່ງຂັນ ຍ້ອງຍໍ-ຮັກຊາດ ແລະພັດທະນາ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີສະຫຼຸບຂະບວນການແຂ່ງຂັນຍ້ອງຍໍ-ຮັກຊາດ ແລະ ພັດທະນາ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງປະກາດການຈັດຕັ້ງ ຊຶ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ 2022 ທີ່ຫ້ອງປະຊຸມຂອງຄະນະໂຄສະນາສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີສະມາຊິກພັກ, ພະນັກງານພາຍໃນ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະຫຼຸບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ 2016-2020 ຊຶ່ງ 5 ປີຜ່ານມາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍໃນຂົງເຂດວຽກງານການເມືອງ-ແນວຄິດ, ໄດ້ເອົາໃຈໃສ່ສຶກສາອົບການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ແລະ ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ກົດລະບຽບຂອງ ພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ. ດັ່ງນັ້ນ, ຈຶ່ງເຮັດໃຫ້ສະພາບແນວຄິດຂອງສະມາຊິກພັກ, ພະນັກງານມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຂອງຂອງລັດ, ມີຄວາມບຸກບືນໃນການປະຕິບັດທີ່ວຽກງານ ມີສະຕິຕໍ່ການຈັດຕັ້ງ, ປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດວາງອອກ ນອກຈາກນີ້, ໄດ້ຊີ້ນຳ-ນຳພາດຳເນີນວຽກງານໂຄສະນາ-ປາຖະກະຖາກ່ຽວກັບວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ສາກົນ; ໄດ້ຄົ້ນຄວ້າຂຽນປຶ້ມ ຄູ່ມືປາຖະກະຖາໄດ້ທັງໝົດ 36 ຫົວຂໍ້, ຈັດພິມຈໍານວນ 5.000 ຫົວ; ໄດ້ສ້າງປຶ້ມຄູ່ມືໂຄສະນາ-ປາຖະກະຖາ; ສຳເລັດການສ້າງປຶ້ມໜ້າປົກຂາວ ສະພາບການພົວພັນລາວ-ກຳປູເຈຍ ແລະ ປຶ້ມສຶກສາອົບຮົມການເມືອງ-ແນວຄິດການສ້າງປະຊາຄົມຄູ່ຮ່ວມຊາຕາກຳລາວ-ຈີນ; ໄດ້ປະກອບສ່ວນຂຽນເນື້ອໃນປະຫວັດມູນເຊື້ອເມືອງວຽງໄຊ ຄົບຮອບ 50 ປີ; ເກັບກຳສະພາບທີ່ພົ້ນເດັ່ນຂອງຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຕາມເວັບໄຊສື່ເອເລັກໂຕຣນິກ, ສື່ສິ່ງພິມ ທັງພາຍໃນ ແລະ ຕ່າງປະເທດໃນແຕ່ລະໄລຍະ.

ສຳລັບທິດທາງຄາດໝາຍສູ້ຊົນ, ມາດຕະການຈັດຕັ້ງປະຕິບັດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ (2025) ແມ່ນສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ລັດຖະບານໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍ, ນະໂຍບາຍພາຍໃນຂົງເຂດວຽກງານການເມືອງແນວຄິດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ແລະ ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດກໍຄືແຜນພັດທະນາຂອງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

ໃນໂອກາດດັ່ງກ່າວ, ຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ I ຈຳນວນ 11 ສະຫາຍ; ຫຼຽນໄຊແຮງງານຊັ້ນ II ຈຳນວນ 17 ສະຫາຍ; ຫຼຽນໄຊແຮງງານຊັ້ນ III ຈຳນວນ 12 ສະຫາຍ; ຫຼຽນກາແຮງງານ 20 ສະຫາຍ; ໃບຍ້ອງຍໍລັດຖະບານ 57 ສະຫາຍ ແລະ ໃບຍ້ອງຍໍ ຄອສພ 30 ສະຫາຍ ໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນ. ນອກຈາກນີ້ ຍັງໄດ້ປະກາດອະນຸມັດໃຫ້ພະນັກງານການນຳຂັ້ນກົມ-ຮອງກົມ ຈຳນວນໜຶ່ງອອກພັກການ-ຮັບອຸດໜູນບຳນານ, ພ້ອມທັງແຕ່ງຕັ້ງ ສັບຊ້ອນພະນັກງານການນຳຂັ້ນສູງຈຳນວນໜຶ່ງ ໂດຍແຕ່ງຕັ້ງ ສະຫາຍ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສັບຊ້ອນ ສະຫາຍ ໂພເມກ ວິໄລສັກ ຫົວໜ້າບັນນາທິການວາລະສານໂຄສະນາ ເປັນຫົວໜ້າກົມໂຄສະນາ, ສະຫາຍ ຄຳກອງ ທຳມະເທວາ ຮອງຫົວໜ້າກົມອົບຮົມ ຂຶ້ນເປັນຫົວໜ້າກົມອົບຮົມ, ສະຫາຍ ນາງ ພວງມະລີ ອັກຄະມູນຕີ ຮອງຫົວໜ້າກົມໂຄສະນາ ຂຶ້ນເປັນຫົວໜ້າກົມກວດກາ, ສະຫາຍ ວັນລາຕີ ຄຳວານວົງສາ ຮອງບັນນາທິການວາລະສານອະລຸນໃໝ່ ຂຶ້ນເປັນວ່າການຫົວໜ້າບັນນາທິການວາລະສານອະລຸນໃໝ່.
ຂ່າວ-ພາບ: ນາງແສງຈັນ