ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບ ຕົວແບບລາວ-ຫວຽດນາມ ສໍາເລັດ 90%

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນພ້ອມຄະນະໄດ້ລົງຕິດຕາມຄວາມຄືບໜ້າການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບ ຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ບ້ານສອງເໝືອງ ເມືອງໜອງບົກ ໃນວັນທີ 1 ພະຈິກ 2022, ໂດຍໄດ້ຮັບທຶນກໍ່ສ້າງ ແລະເປັນຂອງຂວັນຈາກທ່ານ ຫງວຽນຊວນຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ໃນມູນຄ່າ 5 ລ້ານໂດລາ. ໃນນີ້, ໄດ້ຈັດສັນງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ 3 ລ້ານໂດລາ, ນຳໃຊ້ເຂົ້າໃນການສະໜອງອຸປະກອນເຕັກນິກ ແລະວັດສະດຸ 1 ລ້ານກວ່າໂດລາ ແລະວຽກງານວິຊາການ, ຝຶກອົບຮົມ, ບໍລິຫານ 5 ແສນໂດລາ ຊຶ່ງຮັບເໜົາກໍ່ສ້າງໂດຍ ບໍລິສັດ ຈິດຈະເລີນກໍ່ສ້າງ ຈຳກັດ.

ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວປະກອບມີ: ການກໍ່ສ້າງອາຄານຮຽນ 4 ຫຼັງ, ອາຄານບໍລິຫານ 1 ຫຼັງ, ຫໍພັກ 2 ຊັ້ນ 3 ຫຼັງ, ຫ້ອງທົດລອງ 1 ຫຼັງ, ຫ້ອງບໍລິຫານ 1 ຫຼັງ, ໂຮງຊ່າງ 4 ຫຼັງ (ໄຟຟ້າ, ສ້ອມແປງ, ກໍ່ສ້າງເຄຫະສະຖານ ແລະ ກະສິກໍາ), ກໍ່ສ້າງລະບົບຫ້ອງນໍ້າຊາຍ-ຍິງ, ກໍ່ສ້າງລະບົບເສັ້ນທາງສັນຈອນພາຍໃນໂຮງຮຽນ, ລະບົບນໍ້າໃຊ້ - ນໍ້າເສຍ ແລະ ອື່ນໆ ແນໃສ່ຕອບສະໜອງໃນການຝຶກອົບຮົມວິຊາຊີບ ຜູ້ວ່າງງານ, ຜູ້ດ້ອຍໂອ ກາດ, ຜູ້ທີ່ກຳລັງຊອກອາຊີບ ແລະ ຜູ້ຕ້ອງການປ່ຽນອາຊີບລວມທັງແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ເຂົ້າມາຝຶກອົບຮົມວິຊາຊີບພັດທະນາສີມືແຮງງານ ແລະ ສ້າງເງື່ອນໄຂໃຫ້ມີວຽກເຮັດງານທຳໂດຍມີເປົ້າໝາຍໃນ 5 ສາຂາວິຊາຊີບຄື: ຕິດຕັ້ງ ແລະ ສ້ອມແປງເຄື່ອງໃຊ້ໄຟຟ້າ, ສ້ອມແປງເຄື່ອງຈັກນ້ອຍທົ່ວໄປ, ກໍ່ສ້າງເຄຫາສະຖານ, ດ້ານກະສິກຳ (ປູກຝັງ-ລ້ຽງສັດ), ປຸງແຕ່ງຜະລິດຕະພັນດ້ານກະສິກຳ ແລະ ຂະແໜງຕັດຫຍິບ ຊຶ່ງການກໍ່ສ້າງແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2022 ມາຮອດປັດຈຸບັນ ແມ່ນມີຄວາມຄືບໜ້າ 90,58% ແລະ ຄາດວ່າຈະໃຫ້ສໍາເລັດ 100% ໃນທ້າຍເດືອນພະຈິກ 2022 ນີ້.

ໃນໂອກາດນີ້, ທ່ານເຈົ້າແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດຜູ້ຮັບເໝົາກໍ່ສ້າງ ທີ່ໄດ້ສູ້ຊົນປະຕິບັດການກໍ່ສ້າງຢ່າງຫ້າວຫັນ ເຮັດໃຫ້ໂຄງການດັ່ງກ່າວໄດ້ດຳເນີນຢ່າງຄືບໜ້າດີ ແລະ ຮຽກຮ້ອງມາຍັງບໍລິສັດສືບຕໍ່ຈັດຕັ້ງປະຕິບັດໃນບັນດາໜ້າວຽກທີ່ຍັງຄົງຄ້າງ ເພື່ອຮັບປະກັນເຮັດໃຫ້ໂຄງການດັ່ງກ່າວສຳເລັດຕາມໄລຍະເວລາທີ່ໄດ້ກຳນົດໄວ້ ດ້ວຍຄຸນນະພາບທີ່ດີ.
(ຂ່າວ-ພາບ: ກອງຄຳ)