ພິທີມອບ-ຮັບໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊຍະບູລີ

ພິທີມອບ-ຮັບໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 2 ພະຈິກ 2022 ຢູ່ສະຖານທີ່ຕັ້ງຂອງໂຄງການດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາເສີມ ມະນີວົງ ອໍານວຍການ ບໍລິສັດ ສໍມະນີວົງກໍ່ສ້າງ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງຫໍຫຼັກເມືອງແຂວງວ່າ: ໂຄງການດັ່ງກ່າວ, ແມ່ນໄດ້ສ້າງໃຫ້ເປັນເອກະລັກສະເພາະຕາມແບບລວດລາຍເດີມຂອງລາວ, ມີຮູບຊົງເປັນຫໍປະສາດ, ມີ 4 ໜ້າ 4 ດ້ານ, ປະດັບປະດາໄປດ້ວຍລວດລາຍທີ່ສະທ້ອນເຖິງການດໍາລົງຊີວິດຮີດຄອງປະເພນີອັນດີງາມ; ພິເສດແມ່ນມີຮູບປັ້ນຊ້າງທີ່ເປັນສັນຍາລັກຂອງແຂວງ. ຫໍຫຼັກເມືອງມີຄວາມສູງ 19 ແມັດ, ກວ້າງດ້ານລະ 9 ແມັດ, ມີເສົາຫຼັກເມືອງເຮັດດ້ວຍໄມ້ຈັນຫອມ 1 ເສົາ, ມີຂະໜາດໃຫຍ່ ສູງ 9 ແມັດ ແລະ ມີເສັ້ນຜ່າໃຈກາງເສົາ 60 ຊັງຕີແມັດ, ມີມູນຄ່າການກໍ່ສ້າງທັງໝົດ 8 ຕື້ 389 ລ້ານກວ່າກີບ, ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 26 ກຸມພາ 2018 ແລະ ມາຮອດວັນທີ 4 ຕຸລາ 2022 ຈຶ່ງສໍາເລັດ 100% ໂດຍແມ່ນ ບໍລິສັດ ສໍມະນີວົງກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ. ຈາກນັ້ນ, ທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກ ຖວທ ແຂວງໄຊຍະບູລີ ໄດ້ໃຫ້ກຽດຂຶ້ນຮັບໂຄງການຫໍຫຼັກເມືອງຂອງແຂວງ ຢ່າງເປັນທາງການ.

ໃນໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ຫໍຫຼັກເມືອງແຂວງໄຊຍະບູລີນີ້ ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ຄວາມເປັນສິລິມຸງຄຸນ, ຄວາມຜາສຸກ, ຄວາມອຸດົມສົມບູນຢູ່ເຢັນເປັນສຸກ ແລະ ຄວາມສີວິໄລທາງດ້ານຈິດ ໃຈ, ສັງຄົມມີຄວາມຍຸຕິທໍາ ທັງເປັນການຢັ້ງຢືນເຖິງຄວາມເຂັ້ມແຂງ, ຄວາມອົງອາດກ້າຫານໃນການຕໍ່ສູ້ປົກປັກຮັກສາບ້ານເມືອງ. ຫໍຫຼັກເມືອງແຫ່ງນີ້, ແມ່ນຫຼັກຖານທີ່ສຳຄັນຂອງແຂວງໄຊຍະບູລີກໍຄືຂອງປວງຊົນລາວທັງຊາດ ຊຶ່ງມັນຈະກາຍເປັນສັນຍາລັກ, ເປັນສູນລວມທາງດ້ານຈິດໃຈ ຂອງປະຊາຊົນແຂວງໄຊຍະບູລີໃນຍຸກແຫ່ງຄວາມຈະເລີນສີວິໄລ ແລະ ທັນສະໄໝຢູ່ພາຍໃຕ້ການນຳຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ. ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ຈົ່ງສືບຕໍ່ໃຫ້ການຮ່ວມມື, ຮ່ວມແຮງ, ຮ່ວມໃຈປະກອບສ່ວນເຂົ້າໃນການປົກປັກຮັກສາຫໍຫຼັກເມືອງແຫ່ງນີ້ ເພື່ອເປັນມໍລະດົກຂອງຊາດບ້ານເມືອງຕໍ່ໄປ.

ຕອນທ້າຍຂອງພິທີ ທ່ານເຈົ້າແຂວງ ພ້ອມດ້ວຍການນໍາຂອງແຂວງ ຮ່ວມກັນລັ່ນຄ້ອງ 9 ບາດ ພ້ອມທັງຕັດແຖບຜ້າ ປ່ອຍໝາກປູມເປົ້າ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ພິທີເປີດຫໍຫຼັກເມືອງຢ່າງເປັນທາງການ.
(ຂ່າວ-ພາບ: ບຸນທີ)