ສະກູ໊ດ ເປີດການບິນລາວຫາສິງກະໂປ

  ສະກູ໊ດເລີ່ມໃຫ້ບໍລິການຖ້ຽວບິນກົງເສັ້ນທາງຈາກລາວຫາສິງກະໂປສາມຖ້ຽວຕໍ່ອາທິດໂດຍເລີ່ມຈາກນະຄອນຫຼວງພະບາງ ແລະນະຄອນຫຼວງວຽງຈັນໄປຫາສິງກະໂປ, ພິທີເປີດໃຫ້ບໍລິການຖ້ຽວບິນດັ່ງກ່າວມີຂຶ້ນໃນວັນທີ 1 ເມສາ 2019 ທີ່ນະຄອນຫຼວງວຽງຈັນ ແລະມີການສີດນໍ້າຕອນຮັບຖ້ຽວບິນທໍາອິດທີ່ເດີນ ທາງຈາກສິງກະໂປມາປະເທດລາວຕາມປະເພນີຂອງສາຍການບິນໂດຍເຂົ້າຮ່ວມຂອງ ທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ, ທ່ານ ໂດມິນິກໂກເອກອັກຄະລັດຖະທູດປະເທດສິງກະໂປປະຈຳລາວ, ທ່ານ ວິນັອດ ຄານັນ ປະທານເຈົ້າໜ້າທີ່ບໍລິຫານຝ່າຍການຄ້າຂອງສະກູ໊ດ.

  ທ່ານ ວິນັອດ ຄານັນ ກ່າວວ່າ: ສະກູ໊ດ ແມ່ນສາຍການບິນລາຄາປະຢັດຂອງກຸ່ມສາຍການບິນສິງກະໂປ, ໄດ້ເລີ່ມໃຫ້ບໍລິການຄັ້ງທຳອິດໃນເດືອນມິຖຸນາ 20 12 ແລະຄວບກິດຈະການເຂົ້າກັບສາຍການບິນໄທເກີແອສິງກະໂປໃນເດືອນກໍລະກົດ 2017. ສະກູ໊ດ ໄດ້ນຳຜູ້ໂດຍ ສານຫຼາຍກວ່າ 60 ລ້ານຄົນໄປສູ່ຈຸດໝ າຍປາຍທາງແຫ່ງຕ່າງໆ ແລະໃນປະຈຸບັນມີຝູງເຮືອບິນທີ່ທັນສະໄໝມີລຳໂຕກວ້າງລຸ້ນໂບອິ້ງ 787 ດຼີມລາຍເນີ ຈຳນວນ 18 ລຳ ແລະເຮືອບິນຕະກຸນແອບັດເອ 320 ນີໂອ ຈຳນວນ 37 ລຳທີ່ກຳລັງຢູ່ລະຫວ່າງການສັ່ງຊື້. ປະຈຸບັນ ສະກູ໊ດ ມີເຄືອຂ່າຍລວມກັນເຖິງ 67 ຈຸດໝາຍປາຍທາງໃນ 19 ປະເທດ ແລະມີແຜນທີ່ຈະເພີ່ມເຄືອຂ່າຍອີກ 15 ຈຸດໝາຍປາຍທາງຈາກອິນເດຍ, ຈີນ, ມາເລເຊຍ ແລະອິນໂດເນເຊຍພາຍໃນປີ 2020. ສິ່ງອຳນວຍຄວາມສະດວກຕ່າງໆປະກອບມີການເຊື່ອມຕໍ່ອິນເຕີເນັດຜ່ານ Wi-Fi ເທິງເຮືອບິນ ແລະປັກໄຟປະຈຳບ່ອນນັ່ງ (ສະເພາະເທິງເຮືອບິນລຸ້ນ 787), ສະກູ໊ດ ໄດ້ຮັບການຄັດເລືອ ກໃຫ້ເປັນສາຍການບິນລາຄາປະຢັດທີ່ດີທີ່ສຸດ (ອາຊີ/ປາຊີຟິກ) ໃນປີ 2015, 2016, 2017 ແລະ 2018 ໂດຍເວັບ ໄຊທ໌ AirlineRatings.com ແລະຖືກຈັດໃຫ້ຕິດ 10 ອັນດັບທໍາອິດຂອງສາຍການບິນລາຄາປະຢັດທີ່ດີທີ່ສຸດໃນໂລກໃນປີ 2015 ແລະ 2018 ໂດຍສະກາຍ ແທຼກ (Skytrax), ນອກນີ້ ສະກູ໊ດ ມຸ່ງໝັ້ນທີ່ຈະປ່ຽນແປງວິທີທີ່ຜູ້ຄົນເດີນທາງໃນໄລຍະໄກ.

    ສຳລັບການເປີດໃຫ້ບໍລິການບິນກົງຈາກລາວຫາສິງກະໂປແມ່ນມີ 3 ຖ້ຽວ ຕໍ່ອາທິດ (ວັນຈັນ, ວັນພະຫັດ ແລະວັນ ເສົາ) ໂດຍຈະບິນວົນຕາມເສັ້ນທາງແບບ ຜ່ານຫຼາຍປາຍທາງຄື: ເດີນທາງອອກ ຈາກສິງກະໂປ ສູ່ນະຄອນຫຼວງພະບາງ ແລະມາຕໍ່ທີ່ນະຄອນຫຼວງວຽງຈັນ ກ່ອນທີ່ຈະບິນກັບສິງກະໂປ, ສ່ວນລາຄາຖ້ຽວບິນທີ່ລວມອາກອນຂອງຊັ້ນປະຢັດຈາກ ນະຄອນຫຼວງພະບາງຫາສິງກະໂປ ແມ່ນເລີ່ມແຕ່ 65 ໂດລາຕໍ່ຖ້ຽວໂດຍຈະອອກ ເວລາ 12 ໂມງ ແລະຮອດເວລາ 18 ໂມງ ເສັ້ນທາງນະຄອນຫຼວງວຽງຈັນ ຫາສິງກະໂປແມ່ນ 75 ໂດລາຕໍ່ຖ້ຽວ ຈະອອກເວລາ 13:50 ໂມງ ແລະຮອດ ເວລາ 18 ໂມງ. ທັງນີ້ກໍເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທັງ ພາຍໃນ ແລະຕ່າງປະເທດທີ່ມີຄວາມ ຕ້ອງການບິນກົງຈາກລາວຫາສິງກະໂປ, ສິງກະໂປມາລາວ ຫຼື ບິນຜ່ານໄປຍັງບັນດາປະເທດໃນທົ່ວໂລກ, ທັງຍັງເປັນການຂະຫຍາຍຖານການບໍລິການຂອງ ສະກູ໊ດ ໃຫ້ມີການເຕີບໃຫຍ່ເຂັ້ມແຂງຂຶ້ນ. ແນວໃດກໍດີຖ້າຫາກທ່ານໃດສົນໃຈສາມາດຊອກຂໍ້ມູນເພີ່ມຕື່ມທີ່ FlyScoot.com.

ຂ່າວ: ກິ່ງລັດຕະນາ