ມາສເຕີເທຣດ ລາວ ມອບເງິນ 50 ລ້ານກີບ ໃຫ້ນັກກິລາ ກະຊວງປ້ອງກັນປະເທດເຂົ້າຮ່ວມກິລາແຫ່ງຊາດ

ທ່າ ນນາງ ພິຈິກກາ ປະດາວົງ ປະທານບໍລິສັດ ມາສເຕີເທຣດ ລາວ ຈຳກັດຜູ້ດຽວ ປະກອບສ່ວນ ມອບເງິນຈຳນວນ 50 ລ້ານກີບ ໃຫ້ກີລາ ກະຊວງປ້ອງກັນປະເທດເພື່ອນຳໃຊ້ເຂົ້າໃນການກະກຽມ ແລະນຳພານັກກິລາເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບໃນທ້າຍປີນີ້ແນໃສ່ສ້າງຜົນງານໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.

ພິທີມອບ-ຮັບດັ່ງກ່າວວັນທີ 31 ຕຸລາ 2022 ນີ້, ຢູ່ທີ່ກອງກິລາກອງທັບໄດ້ຈັດຕັ້ງພິທີພົບປະໂອ້ລົມຄະນະຮັບຜິດຊອບ, ຄູຝືກ ແລະນັກກິລາກອງທັບທີ່ກະກຽມເຂົ້າຮ່ວມງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,ຫົວໜ້າກົມໃຫຍ່ເສນາທິການກອງທັບ,ມີບັນດາຄະນະຮັບຜິດຊອບນັກກິລາ, ມີຄະນະພັກ-ນະບັນຊາກອງກິລາກອງທັບ,ບັນດາຜູ້ຈັດການທີມ,ຄູເຝິກ ແລະນັກກິລາແຕ່ລະປະເພດເຂົ້າຮ່ວມ.

ທ່ານ ນາງ ພິຈິກກາ ປະດາວົງ ໃຫ້ຮູ້ວ່າ: ສຳລັບເງິນທີ່ທາງບໍລິສັດນຳມາມອບໃຫ້ແກ່ນັກກິລາໃນຄັ້ງນີ້ເພື່ອໝູນໃຊ້ເຂົ້າໃນວຽກງານກິລາທີ່ຈະເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 13-22 ທັນວາ 2022 ຊຶ່ງເປັນການປະກອບສ່ວນທີ່ສຳຄັນຫຼາຍ ມັນສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານກິລາທັງເປັນການກະຕຸກຊຸກຍູ້ໃຫ້ກຳລັງໃຈບັນດານັກກິລາປະເພດຕ່າງໆ ທີ່ຈະໄດ້ເຂົ້າຮ່ວມງານແຂ່ງຂັນກິລາຄັ້ງນີ້ພ້ອມກັນຜ່ານຜ່າຍາດແຍ່ງໃຫ້ໄດ້ຂັນລາງວັນປະເພດຕ່າງໆ.

ສະຫາຍ ພັນໂທ ແກ້ວສະຫວ່າງ ສະຕິທອງ ຫົວໜ້າການ ທະຫານ ກອງກິລາກອງທັບຕາງໜ້າໃຫ້ຄະນະຮັບຜິດຊອບກິລາກະຊວງປ້ອງກັນປະເທດຂຶ້ນລາຍງານຫຍໍ້ກ່ຽວກັບການຫ້າງຫາກະກຽມນັກກິລາ, ຜູ້ຈັດການທີມ ແລະຄູເຝິກທີ່ກະກຽມເຂົ້າຮ່ວມງານແຂ່ງຂັນກິລາແຫ່ງ ຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ໄດ້ເຕົ້າ ໂຮມນັກກິລາເຂົ້ານອນສູນຕາມທິດຊີ້ນຳຂອງຄະນະຮັບຜິດຊອບເຊິ່ງແບ່ງອອກເປັນ 2 ໄລຍະຄື: ໄລຍະທີ I ແຕ່ວັນທີ 3-15 ຕຸລາ 2022, ໄລຍະທີ II ແຕ່ ວັນທີ 16 ຕຸລາ 2022 ແລະມາເຖິງປັດຈຸບັນສາມາດຄັດເລືອກນັກກິລາໄດ້ທັງໝົດ 259 ສະຫາຍ, ໃນ 16 ປະເພດກິລາ 18 ລາຍການແຂ່ງຂັນ. ເຊິ່ງມີນັກກິລາມາຈາກກອງພົນທີ 2, ກອງພົນທີ 4, ບັນ ດາກອງພັນໃຫຍ່ 11,279,702,641, ກົມໃຫຍ່ພະລາ, ກົມໃຫຍ່ເຕັກນິກ, ກົມ 213, ບັນດາ ວິທະຍາຄານ,ໂຮງຮຽນ 307, 301 ແລະ ນັກຮຽນ, ນັກສຶກສາ, ປະຊາຊົນອ້ອມຂ້າງຈຳນວນໜຶ່ງຕື່ມອີກເພື່ອສົ່ງລາຍຊື່ໃຫ້ຄະນະຈັດການແຂ່ງຂັນແຂວງເຈົ້າພາບ. ໃນນັ້ນ, ບໍ່ໄດ້ນັບເພດ ແລະພາກສ່ວນຮັບໃຊ້.

ຜ່ານການຫັດແອບ-ເຝິກຊ້ອມ ເຫັນວ່ານັກກິລາແຕ່ລະປະເພດໄດ້ເອົາໃຈໃສ່ຫັດແອບ-ເຝິກຊ້ອມເປັນທີມ, ຕາມຕາຕະລາງ, ຕາມໂມງເວລາ ແລະ ປະຕິບັດຕາມຂໍ້ກຳນົດໃນການນອນສູນໄດ້ເປັນຢ່າງດີ. ໂອກາດນີ້,ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ຄູເຝິກ ແລະ ນັກກິ ລາທີ່ໄດ້ເອົາໃຈໃສ່ປະຕິບັດຕາມ ແຜນການຫັດແອບ-ເຝິກຊ້ອມ ໃນໄລຍະຜ່ານມາ, ພ້ອມທັງໂອ້ ລົມຫຼາຍບັນຫາທີ່ສຳຄັນ ແລະ ເນັ້ນໜັກໃຫ້ຄະນະຊີ້ນຳ,ຄູເຝິກ ແລະ ນັກກິລາແຕ່ລະປະເພດຫັດ ແອບ-ເຝິກຊ້ອມ, ສຳລັບຄະນະ ຊີ້ນຳຕ້ອງເອົາໃຈໃສເປັນພິເສດເຮັດວຽກງານສຶກສາອົບຮົບການ ເມືອງ-ນຳພາແນວຄິດເປັນປົກ ກະຕິ,ເຮັດເປັນປະຈຳແຕ່ລະວັນ,ແຕ່ລະອາທິດ,ແຕ່ລະເດືອນ ແລະ ຕ້ອງກຳແໜ້ນການເຄື່ອນໄຫວຂອງນັກກິລາແຕ່ລະສະຫາຍເພື່ອຫັນເຂົ້າສູ່ລະບຽບແບບແຜນ, ປັບປຸງໃຫ້ມີຄວາມເຂັ້ມແຂງ,ເຕີບໃຫຍ່ຂະຫຍາຍຕົວຂຶ້ນທາງດ້ານປະລິມານ ແລະຄຸນນະພາບ. ສຳລັບຄູເຝິກ ແລະຄະນະຮັບຜິດຊອບຕ້ອງໄດ້ເອົາໃຈໃສຖ່າຍທອດບົດຮຽນ,ເຕັກນິກ, ປະສົບການ ແລະ ນຳພານັກກິລາເຝິກຊ້ອມ,ຖອດຖອນບົດຮຽນເປັນປົກກະຕິຊອກໃຫ້ເຫັນບັນຫາທີ່ຍັງຄົງຄ້າງເພື່ອປັບປຸງແກ້ໄຂ, ຕ້ອງກ້າເວົ້າ, ກ້າຕຳນິກໍ່ສ້າງເຊິ່ງ ກັນ ແລະກັນ,ກຳແໜ້ນການເຄື່ອນໄຫວຂອງນັກກິລາພາຍໃນທີມເພື່ອສຶກສາອົບຮົມໃຫ້ເຂົາເຈົ້າມີຄວາມຕັ້ງໜ້າ, ມີ ຄວາມບຸກບືນ, ມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງ ຕົນ, ເຮັດໃຫ້ຄຸນນະພາບຂອງນັກກິລາສູງຂຶ້ນ.

ສຳລັບນັກກິລາຕ້ອງສຸມທຸກສະຕິປັນຍາ ແລະເຫື່ອແຮງເຂົ້າໃນການຫັດແອບຕາມແຜນການ, ຕາມທິດຊີ້ນຳຂອງຄູເຝິກ ແລະຄະນະຮັບຜິດຊອບເຝິກຊ້ອມຢ່າງເຂັ້ມງວດເພື່ອກຽມຄວາມພ້ອມທາງດ້ານສຸຂະພາບຮ່າງກາຍ,ຈິດໃຈ,ໃຫ້ມີເຕັກນິກ,ມີວິທະຍາສາດ,ມີຫົວຄິດປະດິດສ້າງ,ມີຄວາມສະຫງົບປອດໄພຈົນເຖິງເວລາເຂົ້າຮ່ວມແຂ່ງຂັນ ແລະຕະຫຼອດໄລຍະການແຂ່ງຂັນຢູ່ແຂວງຊຽງຂວາງເພື່ອຍາດເອົາໄຊຊະນະເປັນເຈົ້າຫຼຽນຄຳ ແລະເປັນເຈົ້າສະໜາມໃນທຸກລາຍການ.

ຂ່າວ: ບຸນນິກ ມະນີ