ສະຫຼອງວັນຫັດຖະກຳແຫ່ງຊາດຄົບຮອບ 15 ປີ

   ກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະມາຄົມຫັດຖະກະກຳລາວ ຈັດງານສະເຫຼີມສະຫອງວັນຫັດຖະກຳແຫ່ງຊາດ ຄົບຮອບ 15 ປີ ຈັດຂຶ້ນວັນທີ 1 ພະຈິກ 2022 ຢູ່ສະໂມສອນມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະພັນກຳມະບານລາວ ທ່ານນາງ ຈັນເທົາ ປະຖັມມະວົງ ປະທານກິດຕິມະສັກ ສະມາຄົມຫັດຖະກໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມ.

   ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກ່າວວ່າ: ງານສະເຫຼີມສະຫຼອງວັນຫັດຖະກຳຄັ້ງນີ້ ຈັດຂື້ນເພື່ອໃຫ້ມວນຊົນ ແລະ ສັງຄົມໄດ້ຮັບຮູ້ຄວາມໝາຍຄວາມສໍາຄັນ ເພື່ອຮ່ວມກັນສ້າງຂະບວນການສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ເຊິ່ງເປັນວັນສໍາຄັນຂອງ ສປປ ລາວ ໂດຍສະເພາະ ຊາວຊ່າງຫັດຖະກຳ ຄືວັນທີ 1 ພະຈິກ ເປັນວັນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຫັດຖະກຳ ເພື່ອເປັນການຊຸກຍູ້ສົ່ງເສີມ ທັງເປັນການລະນຶກເຖິງບຸນຄຸນ ແລະ ມໍລະດົກດ້ານຫັດຖະກຳທີ່ບັນພະບູລຸດພວກເຮົາໄດ້ສ້າງໄວ້ ແລະປະກອບສ່ວນເຂົ້າໃນການອະນຸຮັກ ແລະ ສົ່ງເສີມວຽກງານຫັດຖະກຳຂອງປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ຮັບການສືບທອດສູ່ລູກຫຼານຮຸ່ນຕໍ່ໆໄປໃຫ້ຍືນຍົງ.

   ສໍາລັບ ປີ 2022 ນີ້ ເປັນປີທີ່ມີຄວາມໝາຍສໍາຄັນຂອງການສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ເນື່ອງຈາກວ່າເປັນປີຄົບວາລະ 15 ປີ ວັນຫັດຖະກຳແຫ່ງຊາດ ເປັນສັນຍະລັກຄວາມເອກອ້າງເຖິງຜົນງານຂອງຊາວຊ່າງຫັດຖະກຳ ທີ່ໄດ້ນຳໃຊ້ຫົວຄິດປະດິດສ້າງ ສີໄມ້ລາຍມື ວິທີການແບບໃໝ່ຕ່າງໆ ສ້າງຜະລິດຕະພັນຫັດຖະກຳ ທີ່ເປັນເອກະລັກຂອງຊາດ ທັງເປັນຊັບສິນ ມໍລະດົກທີ່ມີຄຸນຄ່າທາງໃຈຂອງປະຊາຊົນບັນດາເຜົ່າ ລັດຖະບານໄດ້ສຸມທຸກຄວາມພະຍາຍາມ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ແກ່ການສຶບທອດເຂົ້າຮູບແບບການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນບັນດາເຜົ່າ ພ້ອມດຽວກັນນີ້ ເສັ້ນທາງລົດໄຟ ລາວ-ຈີນ ກໍເປັນເງື່ອນໄຂທີ່ດີອີກຢ່າງໜຶ່ງ ໃນການສົ່ງເສີມການຄ້າ ການລົງທຶນ ການໄປມາຫາສູ່ກັນ ແລະ ການປະກອບການດ້ານຫັດຖະກຳ ລະຫວ່າງ ສປປ ລາວ ກັບ ບັນດາປະເທດໃນພາກພື້ນ ຂະແໜງຫັດຖະກຳ ມີສ່ວນປະກອບສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ໃນການສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ປະຊາຊົນລາວບັນດາເຜົ່າ ທັງເປັນການອະນຸຮັກມູນເຊື້ອວັດທະນະທຳຫັດຖະກຳຂອງຊາດອີກດ້ວຍ.

   ງານສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ຍັງເປັນການເຕົ້າໂຮມຫົວໜ່ວຍທຸລະກິດຫັດຖະກຳ ຜູ້ປະກອບການ SME ສ້າງໂອກາດພົບປະແລກປ່ຽນຊື້-ຂາຍໃຫ້ແກ່ຜູ້ປະກອບການກັບພາກສ່ວນອື່ນ ໄປຄຽງຄູ່ກັບການສົ່ງເສີມຫັດຖະກຳເຊື່ອມໂຍງກັບການທ່ອງທ່ຽວ ພ້ອມທັງການພັດທະນາຫຼັກສູດການສຶກສາທີ່ຕິດພັນກັບຂະແໜງຫັດຖະກຳ ເພື່ອການສ້າງນັກພັດທະນາອອກແບບ ການຜະລິດ ແລະ ການຕະຫຼາດ ແລະ ອື່ນໆ. ການຈັດງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດປີນີ້ ມີຫຼາຍກິດຈະກຳເພື່ອສ້າງບັນຍາກາດໃຫ້ຟົດຟື້ນ ເປັນຕົ້ນ ໄດ້ຈັດໃຫ້ມີການວາງສະແດງສິນຄ້າຫັດຖະກໍາ ການສໍາມະນາຫົວຂໍ້ “Panel Discussion” ກິດຈະກໍາຖາມ-ຕອບຮັບເຄື່ອງທີ່ລະນຶກ ແລະ ຍັງໄດ້ມອບໃບກຽດຕິກຸນໃຫ້ພາກສ່ວນບໍລິສັດຈໍານວນໜຶ່ງທີ່ໃຫ້ການສະໜັບສະໜູນຈັດງານຕື່ມອີກ.