ປະທານສະພາແຫ່ງຊາດລາວ ເຂົ້າຢຽ້ມພົບປະ ນາຍົກລັດຖະມົນຕີໄທ

ໃນວັນທີ 31 ຕຸລາ 2022 ທີ່ທຳນຽບລັດຖະບານ, ກຸງເທບມະຫານະຄອນ, ຄະນະຜູ້ແທນ ຂັ້ນສູງສະພາແຫ່ງຊາດ ນໍາໂດຍ ພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມພົບປະພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກ ລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ປະຈໍາປີ ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 30 ແລະ ສືບຕໍ່ຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ.

ໃນການຢ້ຽມພົບປະຄັ້ງນີ້, ພະນະ ທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມພາກ ພູມໃຈທີ່ໄດ້ພົບປະ ແລະ ປຶກສາຫາລື ກັບພະນະທ່ານ ນາຍົກລັດຖະມົນຕີໄທ ເພື່ອຊຸກຍູ້ການຮ່ວມມືລະ ຫວ່າງສອງປະເທດລາວ ແລະ ໄທ ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະ ຫວ່າງສອງປະ ເທດລາວ-ໄທ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນ.

ໃນໂອກາດນີ້, ພະນະທ່ານ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການເປັນເຈົ້າພາບກອງປະຊຸມ APPF ຄັ້ງທີ 30 ແລະ ຜົນສໍາເລັດເຂົ້າຮ່ວມພິທີວາງສີລາລືກກໍ່ ສ້າງຂົວມິດຕະພາບລາວ-ໄທ ແຫ່ງ ທີ 5 ລະຫວ່າງແຂວງ ບໍລິຄໍາໄຊ-ບຶງການ; ພ້ອມໄດ້ແຈ້ງໃຫ້ຊາບຜົນການພົບປະກັບ ພະນະທ່ານ ຊວນ ຫລີກໄພ ປະທານລັດຖະສະພາໄທ ແລະ ພະນະທ່ານ ພອນເພັດ ວິຊິດຊົນໄຊ ປະທານວຸດທິສະພາ ຊຶ່ງໄດ້ຮ່ວມກັນທວນຄືນການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບການລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ/ສະພາຜູ້ແທນຣາຊະດອນ ຊຶ່ງເປັນພື້ນຖານສໍາຄັນ ໃຫ້ແກ່ການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດ.

ພະນະທ່ານ ນາຍົກລັດຖະມົນຕີໄທ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງອົງ ການນິຕິບັນຍັດ ແລະ ສອງຝ່າຍໄດ້ປຶກສາຫາລືການຊຸກຍູ້ການຮ່ວມມືໃນຫລາຍດ້ານ ໂດຍສະເພາະແມ່ນການຮ່ວມມື ດ້ານຄວາມໝັ້ນຄົງ, ວຽກງານຊາຍແດນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ, ດ້ານພະລັງງານ, ວຽກງານແຮງງານ ແລະ ບັນຫາອື່ນໆ.ການຢ້ຽມພົບປະໃນຄັ້ງ ນີ້ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດ ມິດຕະພາບອັນອົບອຸ່ນ.