ຖະໜົນ 13 ເສັ້ນ ຢູ່ນະຄອນໄກສອນຈະຖືກຮັກສາສະອາດເປັນພິເສດ

 ພິທີເຊັນສັນຍາຮັບເໝົາຮັກສາຄວາມສະອາດຖະໜົນພາຍໃນຕົວ ນະຄອນໄກສອນ ພົມວິຫານ ໄດ້ຈັດຂຶ້ນໃນ ວັນທີ 28 ມີນາ 2019 ທີ່ນະຄອນໄກສອນ ພົມວິຫານລະຫວ່າງຄະນະບໍລິຫານງານກອງທຶນບູລະນະຮັກສາພື້ນຖານໂຄງລ່າງ-ຮັກສາຄວາມສະອາດ ນະຄອນໄກສອນ ພົມວິຫານ (ເປັນເຈົ້າຂອງໂຄງກາ ນ) ກັບບໍລິສັດອຸດົມສຸກອະນາໄມ ຈຳກັດຜູ້ດຽວ (ເປັນຜູ້ຮັບເໝົາ). ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນຍູ້ ທຳມະວົງ ເຈົ້ານະ ຄອນໄກສອນ ພົມວິຫານ, ມີບັນດາທ່ານຮອງເຈົ້ານະຄອນ, ຫ້ອງການຕ່າງໆພາຍໃນນະຄອນ, ເລຂາພັກກຸ່ມບ້ານ-ນາຍບ້ານຈຳນວນ 31 ບ້ານເທສະບານເຂົ້າຮ່ວມ.

 ເພື່ອເປັນການຮັກສາຄວາມສະອາດຕາມທ້ອງຖະໜົນເສັ້ນຕ່າງໆພາຍໃນຕົວນະຄອນໄກສອນ ພົມວິຫານ ໃຫ້ມີຄວາມສະອາດຈົບງາມສາມາດປະຕິບັດ ນະ ໂຍບາຍ 6 ສ ຕາມເງື່ອນໄຂຂອງການສ້າງນະຄອນໃຫ້ໄດ້ຮັບການຈັດຕັ້ງປະຕິບັດຄື: ສ ສີຂຽວ, ສ ສະຫງົບ,  ສ ສະຫວ່າງ, ສ ສະອາດ, ສ ສະເໜ່ ແລະ ສ ສີວິໄລ. ດັ່ງນັ້ນເຈົ້ານະຄອນ ໄກສອນ ພົມວິຫານ ໄດ້ຕົກລົງວ່າດ້ວຍອະນຸຍາດໃຫ້ບໍລິສັດອຸດົມສຸກອະນາໄມ ຈຳກັດຜູ້ດຽວ ເປັນຜູ້ຮັກສາຄວາມສະອາດຖະໜົນພາຍໃນນະຄອນຊຶ່ງມີລາຍລະອຽດດັ່ງນີ້: ມອບໃຫ້ບໍລິສັດອຸດົມສຸກຮັກສາອະນາໄມຄວາມສະອາດຖະໜົນສາຍຫຼັກ ແລະສາຍຕັດ ຈຳນວນ 13 ເສັ້ນ. ໃນນັ້ນ ປະກອບດ້ວຍ: 7 ເສັ້ນຫຼັກຄື: ຖະໜົນສັນຕິພາບ, ສີສະຫວ່າງວົງ, ລາດ ຊະວົງເສິກ, ເພັດຊະລາດ, ຄັນທະບູລີ, ມະຄະສະຫວັນ ແລະຖະໜົນໝາຍເລກ 9 (ແຕ່ວົງວຽນຄິວລົດຫາວົງວຽນໄດ ໂນເສົາ). ນອກນັ້ນ ມີຖະໜົນສາຍຕັດອີກ 6 ເສັ້ນຄື: ຖະໜົນພະຍາປຸ້ຍ, ເຈົ້າກິ່ນ, ລາດຊະດາໄນ, ໃຈເມືອງ, ອຸດົມສິນ ແລະ ມະຄະເວຫາ. ໂດຍໜ້າວຽກທີ່ຈະຕ້ອງປະຕິບັດມີດັ່ງນີ້: ຮັກສາຄວາມສະອາດ ແລະອະນາໄມຕາມທາງ-ບ່າທາງຢ່າງນ້ອຍ 3 ຄັ້ງຕໍ່ເດືອນ ຫຼື ບ່ອນໃດບໍ່ມີ ຄວາມສະອາດເປິເປື້ອນຕ້ອງໄດ້ອະນາໄມຄືນໃໝ່, ຈາກນັ້ນແມ່ນການປັດກວາດຂີ້ເຫຍື້ອ, ຂີ້ຝຸ່ນ, ດິນແດງ, ຫຍ້າ, ສິ່ງເສດເຫຼືອຕ່າງໆ ຕາມໜ້າທາງ ແລະຂອບທາງ ພ້ອມຮູນ້ຳໄຫຼທີ່ຕັນ, ອະນາໄມຂອບບ່າທາງ (ທາງຄົນຍ່າງ) ທັງສອງຂ້າງຖະໜົນພ້ອມຂົນໄປຖິ້ມ.

  ສຳລັບຝ່າຍຄະນະບໍລິງານກອງທຶນກໍ່ຄືນະຄອນໄກສອນ ພົມວິຫານ ຕ້ອງໄດ້ສະໜອງງົບປະມານໃຫ້ແກ່ບໍລິສັດຜູ້ຮັບເໝົາເດືອນລະ 23 ລ້ານກີບ (ໂດຍກ ານຊຳລະເປັນເດືອນ), ຊຶ່ງມູນຄ່ານີ້ ລວມເອົາຄ່າແຮງງານ ແລະຄ່າວັດຖຸອຸປະກອນຕ່າງໆ, ໃນສັນຍາຄັ້ງນີ້ມີໄລຍະເວລາຂອງໂຄງການ 9 ເດືອນ, ໂດຍເລີ່ມ ແຕ່ວັນທີ 1 ເມສາ ຫາ 31 ທັນວາ 2019, ໃນນັ້ນ ບັນດາຄະນະກຳມະການຈະໄດ້ມີການລົງກວດກາເດືອນລະ 1 ຄັ້ງ.

ຂ່າວ: ນສພ ເສດຖະກິດ-ສັງຄົມ