ປະທານສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມປະຈຳປີເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ ຄັ້ງທີ 30

ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 30 ທີ່ບາງກອກ, ຣາຊະອານາຈັກໄທ ຊຶ່ງໄດ້ດຳເນີນລະຫວ່າງວັນທີ 26-29 ຕຸລາ 2022 ໂດຍການເປັນປະທານຂອງ ທ່ານ ຊວນ ຫລີກໄພ ປະທານສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ.

ກອງປະຊຸມປະຈຳປີຄັ້ງນີ້, ຄະນະຜູ້ແທນໄດ້ລົງເລິກປຶກສາຫາລື ແລະຄົ້ນຄວ້າພິຈາລະນາຮ່າງມະຕິ ຈຳນວນ 34 ສະບັບ ທີ່ລັດຖະສະພາສະມາຊິກ APPF ສະເໜີຕໍ່ກອງປະຊຸມໃນຂົງເຂດຕ່າງໆເຊັ່ນ: ການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ ແລະການຄ້າ, ການຮ່ວມມືໃນພາກພື້ນອາຊີ-ປາຊີຟິກ ແລະວຽກງານສະມາຊິກລັດຖະສະພາເພດຍິງເພື່ອເປັນການສົ່ງເສີມການທູດລັດຖະສະພາໃນການແກ້ໄຂບັນຫາ, ສົ່ງເສີມຄວາມໝັ້ນຄົງໃນພາກພື້ນ, ສົ່ງເສີມການທ່ອງທ່ຽວ ແລະ ຄວາມເຂົ້າອົກເຂົ້າໃຈຕໍ່ຄວາມຫຼາກຫຼາຍທງດ້ານວັດທະນະທໍາ, ເພີ່ມທະວີການເຊື່ອມໂຍງ ແລະການສົ່ງເສີມເສດຖະກິດດີຈິຕອນ,ການຟຶ້ນຟູແບບຍືນຍົງພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19, ການສົ່ງເສີມຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະການນຳໃຊ້ພະລັງງານທົດແທນ, ການຍົກລະດັບການບໍລິການດ້ານສາທາລະນະສຸກ, ການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ແລະອື່ນໆ.

ການເຂົ້າຮ່ວມກອງປະຊຸມ APPF ຄັ້ງທີ 30 ນີ້, ທ່ານປະທານສະພາແຫ່ງຊາດລາວໄດ້ກ່າວປາໄສຕໍ່ຂົງເຂດວຽກງານການເມືອງ ແລະຄວາມໝັ້ນຄົງພາຍໃຕ້ຫົວຂໍ້: “ການສົ່ງເສີມການທູດລັດຖະສະພາ ເພື່ອຄວາມໝັ້ນຄົງໃນພາກພື້ນ” ໂດຍທ່ານໄດ້ຕີລາຄາສູງຕໍ່ບົດບາດການທູດລັດຖະສະພາ ໃນການຊຸກຍູ້ສົ່ງເສີມການຮ່ວມມືກັນຢ່າງໃກ້ ຊິດ ລະຫວ່າງລັດຖະສະພາສະມາຊິກ APPF, ມີສ່ວນຮ່ວມໃນການແກ້ໄຂຂໍ້ຂັດແຍ່ງ ແລະສິ່ງທ້າທາຍຕ່າງໆຂອງພາກພື້ນ, ລວມທັງຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ສັງຄົມ ແລະການເມືອງ-ຄວາມໝັ້ນຄົງຂອງພາກພື້ນອາຊີ-ປາຊີຟິກ. ທ່ານປະທານສະພາແຫ່ງຊາດລາວຍັງໄດ້ຢັ້ງຢືນຕໍ່ກອງປະຊຸມວ່າການທູດລັດຖະສະພາໄດ້ປະກອບສ່ວນໃນການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນກໍຄືທຸກພາກສ່ວນໃນສັງຄົມ,ຕອບສະໜອງທາງດ້ານນິຕິກຳໃຫ້ມີຄວາມສອດຄ່ອງກົມກຽວກັນ; ເພີ່ມທະວີການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນໃນການປະຕິບັດໜ້າທີ່ຂອງລັດຖະສະພາສະມາຊິກທັງຍັງສົ່ງເສີມການເປັນເຈົ້າການໃນການພິຈາລະນາໃຫ້ສັດຕະຍາ ບັນແກ່ສົນທິສັນຍາ ແລະສັນຍາສາກົນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດບັນດາຖະແຫລງການຮ່ວມ ແລະມະຕິຕ່າງໆທີ່ພາກພື້ນອາຊີ-ປາຊີຟິກໄດ້ຮັບຮອງ ແລະລົງນາມເພື່ອໃຫ້ປະກົດຜົນເປັນຈິງ ແລະນຳເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນ.

ໃນພິທີປິດກອງປະຊຸມ,ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນລາວຍັງໄດ້ຮ່ວມຮັບຮອງເອົາມະຕິກ່ຽວກັບບັນຫາຕ່າງໆໃນພາກພື້ນອາຊີ ແລະປາຊີຟິກ ຈໍານວນ 11 ສະບັບ ແລະລົງນາມ ຕໍ່ຖະແຫລງການຮ່ວມຂອງກອງປະຊຸມ APPF ຄັ້ງທີ 30. ພ້ອມນີ້, ຍັງໄດ້ຮັບຮອງເອົາລັດຖະສະພາຟີລິບປິນ ເປັນເຈົ້າພາບຈັດກອງປະຊຸມ APPF ຄັ້ງທີ 31 ໃນປີ 2023 ທີ່ນະຄອນຫລວງມະນີລາ, ປະເທດຟີລິບປິນອີກດ້ວຍ.
ຂ່າວ-ພາບ: ສພຊ