ລັດຖະມົນຕີກະຊວງສາທາລະນະສຸກ, ສປປ ລາວ ເປັນປະທານກອງປະຊຸມສົນທະນາດ້ານສາທາລະນະສຸກໃນຂັ້ນພາກພື້ນ

ໃນລະຫວ່າງວັນທີ 24-28 ຕຸລາ 2022 ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກໄດ້ເປັນປະທານກອງປະຊຸມປະຈຳປີຄະນະກຳມະການຂັ້ນພາກພື້ນຂອງອົງການອະນາໄມໂລກ (WHO) ປະຈໍາພາກພື້ນປາຊີຟິກຕາເວັນຕົກຢູ່ ມະນີລາ, ປະເທດຟິລິບປິນ. ໃນກອງປະຊຸມຄັ້ງນີ້ບັນດາລັດຖະມົນຕີສາທາລະນະສຸກ ແລະພະນັກງານຂັ້ນອາວຸໂສຈາກປະເທດຕ່າງໆໄດ້ຍົກໃຫ້ເຫັນບັນດາບັນຫາດ້ານສາທາລະນະສຸກທີ່ສຳຄັນ ແລະເປັນບູລິມະສິດສຳຫລັບ 37 ປະເທດ ແລະບັນດາປະເທດໃນຂົງເຂດ.

ເປັນກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ທ່ານ ດຣ. Tedros Adhanom Ghebreyesus, ຜູ້ອໍານວຍການສໍານັກງານໃຫ່ຍອົງການອະນາໄມໂລກ. ໃນນາມປະທານກອງປະຊຸມ, ທ່ານ ລັດຖະມົນຕີ ປອ ດຣ ບຸນແຝງ ພູມມະໄລສິດໄດ້ກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງອົງການອະນາໄມໂລກທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງຕະຫຼອດຫຼາຍປີທີ່ຜ່ານມາຈົນເຮັດໃຫ້ພວກເຮົາສາມາດກ້າວເຂົ້າສູ່ “ການດຳລົງຊີວິດຢູ່ຮ່ວມກັບ ແລະສະກັດກັ້ນ” ພະຍາດໂຄວິດ-19 ໄດ້.

ໃນຊ່ວງອາທິດດັ່ງກ່າວ, ຄະນະກໍາມະການຂັ້ນພາກພື້ນຄາດວ່າຈະຮັບຮອງ [ຫຼື, ຮັບຮອງ] ມະຕິກ່ຽວກັບບັນຫາຕ່າງໆ ລວມທັງບັນຫາການເຂົ້າເຖິງການບໍລິການສຸຂະພາບຂອງຜູ້ຢູ່ເຂດຫ່າງໄກສອກຫຼີກ, ການຮັກສາສຸຂະພາບຂັ້ນຕົ້ນ, ການປ້ອງກັນ ແລະຄວບຄຸມພະຍາດບໍ່ຕິດຕໍ່, ບັນຫາສຸຂະພາບຈິດ, ແລະມະເຮັງປາກມົດລູກ.

ທ່ານລັດຖະມົນຕີໄດ້ກ່າວວ່າ “ກອງປະຊຸມຄະນະກຳມະການຂັ້ນພາກພື້ນຄັ້ງນີ້ແມ່ນເປັນໂອກາດທີ່ສຳຄັນທີ່ພວກເຮົາສາມາດແລກປ່ຽນປະສົບການຮ່ວມກັບບັນດາປະເທດອື່ນໆ ແລະ ສາມາດຮຽນຮູ້ວິທີການຕ່າງໆ ວ່າເຂົາເຈົ້າໄດ້ແກ້ໄຂບັນດາສິ່ງທ້າທາຍທີ່ມີຄວາມຄ້າຍຄືກັນກັບສິ່ງທີ່ພວກເຮົາພວມປະເຊີນຢູ່ໃນປະຈຸບັນນັ້ນໄດ້ຄືແນວໃດ-ຕະຫຼອດຈົນຮອດການກໍານົດວິທີແນວທາງການຊ່ວຍເຫຼືອຈາກອົງການອະນາໄມໂລກໃຫ້ແກ່ວຽກງານສາທາລະນະສຸກໃນການຮັບມືກັບສິ່ງທ້າທາຍເຫຼົ່ານີ້ໃຫ້ໄດ້ຮັບໝາກຜົນດີທີ່ສຸດ ແລະຍັງເປັນການລະດົມການຊ່ວຍເຫຼືອ ຫຼືການສະໜັບສະໜູນຈາກສາກົນອີກດ້ວຍ.”

ທ່ານລັດຖະມົນຕິຍັງໄດ້ຍົກໃຫ້ເຫັນຄວາມຄືບໜ້າດ້ານສາທາລະນະສຸກໃນ ສປປ ລາວ ລວມທັງການປົກປ້ອງປະຊາກອນທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງການສັກຢາກັນພະຍາດໂຄວິດ-19 ແລະການກ້າວໄປສູ່ການກໍາຈັດພະຍາດມາລາເລຍ, ການປັບປຸງການຕອບໂຕ້ພາວະສຸກເສີນດ້ານສາທາລະນະສຸກ, ການສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ ແລະສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ. ນອກຈາກນີ້, ທ່ານຍັງໄດ້ກ່າວເຖິງຄວາມທ້າທາຍໃນການຮັບປະກັນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ແມ່ນສີ່ງກີດຂວາງຄວາມຄືບໜ້າຂອງວຽກງານໂດຍສະເພາະຕໍ່ວຽກງານສັກຢາກັນພະຍາດຮອບປົກກະຕິ, ການເຂົ້າເຖິງຢາ, ພະຍາດໄຂ້ເລືອດອອກ, ແລະ ການບໍລິການສຸຂະພາບແມ່ ແລະເດັກຂອງປະເທດ .

ນອກຈາກນັ້ນທ່ານຍັງໄດ້ກ່າວວ່າ ‘ໃນຂະນະທີ່ປະເທດຂອງພວກເຮົາກຳລັງປະເຊີນກັບສິ່ງທ້າທາຍດ້ານສາທາລະນະສຸກຫລາຍຢ່າງ, ພວກເຮົາກໍຍັງມີຄວາມພາກພູມໃຈກັບຜົນສໍາເລັດທີ່ພວກເຮົາສາມາດຍາດມາໄດ້ ເຊັ່ນ ອັດຕາການສັກຢາກັນພະຍາດໂຄວິດ -19 ທີ່ສູງ, ການກໍາຈັດພະຍາດມາລາເລຍຊະນິດທີ່ອັນຕະລາຍທີ່ສຸດ ແລະ ການກໍາຈັດພະຍາດຂາຊ້າງ-ແຕ່ພວກເຮົາຍັງມີວຽກອັນໃຫຍ່ຫຼວງໃນຕໍ່ໜ້າທີ່ຍັງຕ້ອງໄດ້ເອົາໃຈໃສ່’.

ໃນອາທິດດັ່ງກ່າວນີ້, ທ່ານລັດຖະມົນຕີຄາດວ່າຈະພົບປະກັບການນຳຂັ້ນສູງຂອງອົງການອະນາໄມໂລກ ແລະປຶກສາຫາລືກ່ຽວກັບວຽກງານການສັກຢາກັນພະຍາດຂອງ ສປປ ລາວ, ພ້ອມທັງການເປັນປະທານໃນກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນ 2022-2024 ທີ່ຈະມາເຖິງນີ້.