ສາລະວັນ ຈະພັດທະນາເຂດບ້ານສັນໂນນ ເມືອງເລົ່າງາມ ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງແຂວງ

ແຫຼ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເຂດບ້ານສັນໂນນ ເມືອງເລົ່າງາມ ແຂວງສາລະວັນ ເປັນອີກຈຸດໜຶ່ງທີ່ນອນໃນເຂດພູພຽງບໍລິເວນທີ່ມີຄວາມອຸດົມສົມບູນທາງດ້ານທຳມະຊາດ ແລະວິຖີການດຳລົງຊີວິດແບບດັ້ງເດີມຂອງປະຊາຊົນ, ໃນເຂດບ້ານດັ່ງກ່າວມີນໍ້າຕົກຕາດ 2 ແຫ່ງ ທີ່ມີຄວາມສວຍງາມທີ່ມີຊື່ຊາວບ້ານເອີ້ນກັນວ່າ: ນໍ້າຕົກຕາດໄຮ ແລະຕາດໄມ້ເຮ້ຍ, ຊຶ່ງເປັນອີກຈຸດໜຶ່ງທີ່ເໝາະແກ່ການພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວຂອງແຂວງສາລະວັນໃນອະນາຄົດ.

ຊຶ່ໃນວັນທີ 24 ຕຸລາ 2022, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍບັນດາຫົວໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ຮອງເຈົ້າເມືອງເລົ່າງາມ, ວິຊາການ, ນັກທຸລະກິດ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໄດ້ລົງສຶກສາສຳຫຼວດ, ເກັບກຳຂໍ້ມູນຄວາມເປັນໄປໄດ້ທີ່ຈະພັດທະນາເຂດບ້ານສັນໂນນ ເມືອງເລົ່າງາມ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງແຂວງ, ຊຶ່ງການລົງສຳຫຼວດຄັ້ງນີ້ໄດ້ເກັບກໍາຂໍ້ມູນພື້ນຖານເບື້ອງຕົ້ນແມ່ນມີຄວາມເໝາະສົມດ້ານການຜະລິດ,ການປູກພຶດກະສິກຳ, ວິຖີການດໍາລົງຊີວິດຂອງປະຊາຊົນ, ດ້ານການທ່ອງທ່ຽວລວມເຖິງການສຳຫລວດແຫຼ່ງນໍ້າຕົກຕາດທາງທຳມະຊາດ, ການຄົມມະນາຄົມເພື່ອເປັນຂໍ້ມູນ ວາງແຜນພັດທະນາເຂດດັ່ງກ່າວ ໃຫ້ຄົບວົງຈອນ ແລະສາມາດເຊື່ອມໂຍງການທ່ອງທ່ຽວ ກັບແຫຼ່ງທ່ອງທ່ຽວຕ່າງໆທີ່ມີຢູ່ແລ້ວ, ຖ້າຫາກເຂດດັ່ງກ່າວໄດ້ຮັບການພັດທະນາດີຂຶ້ນກໍຈະກາຍເປັນທ່າແຮງໜຶ່ງໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະເຮັດໃຫ້ບັນຍາກາດການທ່ອງທ່ຽວຂອງແຂວງສາລະວັນພັດທະນາໄປອີກເທື່ອລະກ້າວ.

ສຳລັບເຂດດັ່ງກ່າວແມ່ນນອນຢູ່ໃນວົງຈອນເສັ້ນທາງການຍ່າງປ່າຖໍ້າເກົ້າຮູພູຕາກເຂົ້າຢູ່ເມືອງເລົ່າງາມ, ຊຶ່ງເປັນກິດຈະກຳທີ່ນອນໃນວົງຈອນການທ່ອງທ່ຽວຂອງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງສາລະວັນ ທີ່ເປັນອີກໜຶ່ງກິດຈະກຳສາມາດດຶງດູດເອົານັກທ່ອງທ່ຽວຕ່າງປະເທດໄດ້ເປັນຢ່າງດີ ແລະ ມີຄວາມນິຍົມໂດຍໄດ້ປະຕິບັດຢ່າງຕໍ່ເນື່ອງເປັນປະຈຳນັບແຕ່ປີ 2009 ເປັນຕົ້ນມາຈົນມາເຖິງໄລຍະການແຜ່ລະບາດພະຍາດໂຄວິດ-19.
ຂ່າວ-ພາບ: ວິໄລວອນ ສິດທິໄຊ