ຈຸດປະສົງມາທ່ຽວຂອງນັກທ່ອງທ່ຽວຈາກອະນຸພາກພື້ນແມ່ນໍ້າຂອງ (GMS)

ຕາມຂໍ້ມູນຂອງນັກທ່ອງທ່ຽວຈາກອະນຸພາກພື້ນແມ່ນໍ້າຂອງຈຸດປະສົງຕົ້ນຕໍຂອງການເດີນທາງຂອງນັກທ່ອງທ່ຽວເຂົ້າມາປະເທດລາວສ່ວນໃຫ່ຍແມ່ນເພື່ອມາພັກຜ່ອນ ຊຶ່ງກວມເອົາ (84%) ໃນນັ້ນໃຫ້ຄວາມສົນໃຈຕໍ່ທໍາມມະຊາດ 70%, ວັດທະນະທໍາ 79% ແລະສາສະໜາ 61%.

ສໍາລັບແຮງຈູງໃຈໃນການເດີນທາງຂອງນັກທ່ອງທ່ຽວແມ່ນຄວາມສົນໃຈກ່ຽວກັບສິ່ງທີ່ເປັນເອກະລັກ,ມີຄວາມໂດດເດັ່ນ ແລະການສ້າງປະສົບການໃໝ່ທີ່ໜ້າສົນໃຈໃນລະຫວ່າງການທ່ອງທ່ຽວ ແລະຊອກຫາໂອກາດໃນການສະແຫວງຫາຄວາມຮູ້ໃໝ່ໆ ແລະເປີດໂລກະທັດ.

ສ່ວນປະເພດການທ່ອງທ່ຽວ ແມ່ນມາທ່ຽວຊົມທໍາມະຊາດ 36%,ທ່ຽວຕາມຕົບເມືອງ ແລະວັດທະນະທໍາ 35%,ມາອາບແດດ, ການທ່ຽວຫາດຊາຍ 28% ແລະ ເຮັດກິດຈະກໍາ ແລະ ການຜະຈົນໄພ 15%. ສໍາລັບນັກທ່ອງທ່ຽວ ສປ ຈີນ ເຂົ້າມາທ່ອງທ່ຽວແມ່ນໃຫ້ຄວາມສົນໃຈໃນການຊອກຫາ ຫຼືສຶກສາແຫຼ່ງທ່ອງທ່ຽວທາງປະຫວັດສາດ,ວັດທະນະທໍາ ແລະສະຖາປັດຕິຍະກໍາຕ່າງໆ.ຈັບຈ່າຍຊື້ເຄື່ອງ 58%,ຈ່າຍຄ່າສະຖານທີພັກ 18% ຂອງງົບການເດີນທາງທັງໝົດ,ອິນເຕີ້ນເນັດເປັນແຫຼ່ງຂໍ້ມູນຕົ້ນຕໍ,ນໍາໃຊ້ສື່ອອນລາຍ. ສ ເກົາຫຼີ ນິຍົມທາງວັດທະນະທໍາ ແລະທໍາມະຊາດ ແລະນິຍົມຊອກຫາກິດຈະກໍາການທ່ອງທ່ຽວແບບຜະຈົນໄພ ແລະມີສະພາບແວດລ້ອມທີ່ສະອາດ.

ນັກທ່ອງທ່ຽວປະເທດໄທເປັນນັກທ່ອງທ່ຽວແບບລາຍວັນເປັນສ່ວນໃຫ່ຍຈັບຈ່າຍຊື້ອາຫານການກິນ ແລະເຄື່ອງທີ່ລະນຶກ.ແລະນັກທ່ອງທ່ຽວຫວຽດນາມການເດີນທາງມາທ່ອງທ່ຽວແມ່ນເພື່ອຜັກຜ່ອນ, ການຈັບຈ່າຍຊື້ເຄື່ອງ 31% ຂອງງົບປະມານການທ່ອງທ່ຽວ,ປິ່ນປົວສຸຂະພາບ ແລະການສຶກສາ.

ສິ່ງທີ່ກະຕຸກຊຸກຍູ້ຂອງຄວາມຕ້ອງການ ແລະການເຕີບໂຕຂອງການທ່ອງທ່ຽວຢູ່ບັນດາປະເທດໃນອະນຸພາກພື້ນແມ່ນໍ້າຂອງ (GMS) ແມ່ນໄດ້ມີການປັບປຸງການເຊື່ອມໂຍມກັບຕະຫຼາດສາກົນຫຼາຍຂຶ້ນ, ມີຊັບພະຍາກອນດ້ານການທ່ອງທ່ຽວທີ່ຫຼາກຫຼາຍ, ມີນະໂຍບາຍໃນການອໍານວຍຄວາມສະດວກການອອກວິຊາທ່ອງທ່ຽວ, ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝວ່ອງໄວໃນການສະໜອງຂໍ້ມູນຂ່າວສານ, ການມີສ່ວນຮ່ວມຂອງພາກທຸລະກິດ ແລະແຮງຈູງໃຈໃນການພັດທະນາແຫຼ່ງທ່ອງທ່ຽວຢ່າງບໍ່ຢຸດຢັ້ງ. ບັນດາປະເທດໃນລຸ່ມແມ່ນໍ້າຂອງໄດ້ມີການພັດທະນາເຊື່ອມຕໍ່ອິນເເຕີເນັດຄວາມໄວສູງແບບສາຍໄຍແກ້ວ ແລະໄດ້ຮ່ວມມືກັນໃນການສົ່ງເສີມການເຂົ້າເຖິງເຕັກໂນໂລຊີຂໍ້ມູນຂ່າວສານ ໂດຍສະເພາະແມ່ນການເຂົ້າເຖິງການຄ້າແບບເອເລັກໂຕນິກ,ການນໍາໃຊ້ເຕັກໂນໂລຊີດີຈີຕອນ,ໂທລະສັບມືຖື ແລະສັງຄົມອອນລາຍຢ່າງກວ້າງຂວາງເປັນການຊ່ວຍດ້ານການບໍລິການດ້ວຍຕົນເອງເຮັດໃຫ້ການຈອງການເດີນທາງ, ທີ່ພັກ ແລະອື່ນສະດວກວ່ອງໄວຫຼາຍຂຶ້ນ.

ໂດຍອີງໃສ່ຄວາມອຸດົມຮັ່ງມີທາງດ້ານຊີວະນາໆພັນ ແລະຄວາມເປັນເອກະລັກຂອງຜະລິດຕະພັນ,ຄວາມປອດໄພ,ການທ່ອງທ່ຽວເຂດລຸ່ມແມ່ນໍ້າຂອງແມ່ນສາມາດຕອບສະໜອງຕາມຄວາມຕ້ອງການຂອງນັກເດີນທາງໄດ້ດີໂດຍສະເພາະການສ້າງປະສົບການທີ່ເປັນເອກະລັກ ແລະໜ້າສົນໃຈ. ແຕ່ເຖິງແນວໃດກໍຕາມ,ການໂຄສະນາກ່ຽວກັບການອະນຸລັກທາງດ້ານວັດທະນະທໍາ-ທາງທໍາມະຊາດແມ່ນຍັງບໍ່ທັນເຂົ້າເຖິງຕະຫຼາດກຸ່ມເປົ້າໝາຍໄດ້ຢ່າງກວ້າງຂວາງ,ການຈັດກິດຈະກໍາບໍ່ທັນມີຄວາມຫຼາກຫຼາຍ,ລາຄາອາຫານ, ທີ່ພັກ ແລະການບໍລິການດ້ານອື່ນໆ ບາງລາຍການມີລາຄາສູງ. ສະນັ້ນຈຶ່ງເປັນສິ່ງທີ່ບໍລິສັດທ່ອງທ່ຽວແຕ່ລະປະເທດຈະຕ້ອງໄດ້ຄົ້ນຄວ້າເຮັດໃຫ້ລາຄາການບໍລິການດ້ານການທ່ອງທ່ຽວດຸ່ນດ່ຽງກັບການເດີນທາງ,ທີ່ພັກ, ອາຫານການກິນ, ກິດຈະກໍາຕ່າງໆ ຄ່ຽງຄູ່ກັບການບໍລິການທີ່ດີປະທັບໃຈຂອງນັກທ່ອງທ່ຽວຈຶ່ງຈະສາມາດດຶ່ງດູດເອົານັກທ່ອງທ່ຽວເຂົ້າມາປະເທດນັບມືນັບຫຼາຍຂຶ້ນໄດ້.
ໂດຍ:ວັນໄຊ ຕະວິນຍານ