ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງທຸລະກິດການທ່ອງທ່ຽວ

ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ສະຖານທີ່ພັກແຮມ, ຂໍ້ຕົກລົງວ່າດ້ວຍຮ້ານອາຫານ ແລະ ຂໍ້ຕົກລົງວ່າດ້ວຍທຸລະກິດນໍາທ່ຽວ ຈັດຂຶ້ນໃນວັນທີ 18 ຕຸລາ 2022 ທີ່ກະຊວງ ຖວທ ໂດຍການເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວກະຊວງ ຖວທ, ມີຄະນະພະແນກ ຖວທ, ບັນດາແຂວງພາກກາງ ແລະຫົວໜ່ວຍທຸລະກິດການທ່ອງທ່ຽວອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ນາງ ດາລານີ ພົມມະວົງສາ ໄດ້ກ່າວວ່າ: ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍລວມດັ່ງກ່າວຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການສ້າງ ແລະປັບປຸງບັນດານິຕິກຳໃນຂະແໜງການທ່ອງທ່ຽວ ໂດຍສະເພາະບັນດານິຕິກໍາລຸ່ມກົດໝາຍ ໃຫ້ມີຄວາມສອດຄ່ອງກັບສະພາບເສດຖະກິດ-ສັງຄົມຂອງປະເທດ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງວຽກງານທ່ອງທ່ຽວໃນແຕ່ລະໄລຍະຮັບປະກັນໃນການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ. ໃນໄລຍະຜ່ານມາ, ກົມຄຸ້ມຄອງທຸລະກິດການທ່ອງທ່ຽວໄດ້ເປັນເຈົ້າການໃນການຄົ້ນຄວ້າປຶກສາຫາລືຮ່ວມກັບຂະແໜງການກ່ຽວຂ້ອງທັງພາກລັດ ແລະພາກທຸລະກິດແຕ່ສູນກາງຮອດທ້ອງຖິ່ນ.

ມາເຖິງປັດຈຸບັນຂໍ້ຕົກລົງຂອງລັດຖະມົນຕີ 3 ສະບັບ ແມ່ນໄດ້ຖືກຮັບຮອງແລ້ວ ໃນນັ້ນມີ: ຂໍ້ຕົກລົງວ່າດ້ວຍສະຖານທີ່ພັກແຮມ, ຂໍ້ຕົກລົງວ່າດ້ວຍຮ້ານອາຫານ ແລະ ຂໍ້ຕົກລົງວ່າດ້ວຍທຸລະກິດນຳທ່ຽວ ແລະການຄຸ້ມຄອງພະນັກງານນຳທ່ຽວຂໍ້ຕົກລົງດັ່ງກ່າວໄດ້ກວມເອົາບັນດາຫົວໜ່ວຍທຸລະກິດທີ່ບໍລິການໂດຍທາງກົງຂອງຂະແໜງການທ່ອງທ່ຽວໃຫ້ເຂົ້າມາຢູ່ເຖິງຢ່າງໃດກໍຕາມ, ຂະແໜງການທ່ອງທ່ຽວຍັງມີຫົວໜ່ວຍບໍລິການທີ່ເປັນຕ່ອງໂສ້ການບໍລິການທ່ອງທ່ຽວເປັນຈຳນວນຫຼາຍທີ່ຍັງບໍ່ໄດ້ມີນິຕິກຳຄຸ້ມຄອງສະເພາະເປັນຕົ້ນ: ທຸລະກິດນວດ ແລະສະປາ, ທຸລະກິດການຝຶກອົບຮົມ, ທຸລະກິດເຄື່ອງທີ່ລະນຶກ ແລະອື່ນໆ ຊຶ່ງໃນຕໍ່ໜ້າພວກເຮົາຈະໄດ້ສືບຕໍ່ຄົ້ນຄວ້າຮ່າງນິຕິກຳຄຸ້ມຄອງຫົວໜ່ວຍທຸລະກິດດັ່ງກ່າວ ຮັບປະກັນໃຫ້ທຸກຂອດບໍລິການມີຄຸນນະພາບ ແລະ ເຄື່ອນໄຫວພາຍໃຕ້ຂອບເຂດຂອງລະບຽບກົດໝາຍ. ພາຍໃຕ້ການຄຸ້ມຄອງດ້ວຍລະບຽບກົດໝາຍ. ໃນໂອກາດດັ່ງກ່າວທ່ານ ນາງ ດາລານີ ພົມມະວົງສາ ໃນນາມຕາງໜ້າຄະນະນໍາກະຊວງ ຖວທ ຈຶ່ງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງໄດ້ພ້ອມກັນສຸມໃສ່ຄົ້ນຄວ້າເນື້ອໃນ ຂໍ້ຕົກລົງເຫຼົ່ານີ້ເພື່ອສ້າງຄວາມເຂົ້າໃຈ ແລະ ນຳໄປເຜີຍແຜ່ຕໍ່ໃນຂອບເຂດທີ່ຕົນຮັບຜິດຊອບ ແລະພ້ອມກັນປັບປຸງວຽກງານຄຸ້ມຄອງຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວໃຫ້ເຂົ້າສູ່ລະບົບເທື່ອລະກ້າວເພື່ອກ້າວເຂົ້າໄປສູ່ການຫັນໄປໃຊ້ລະບົບທັນສະໄໝໃນຕໍ່ໜ້າເພື່ອໃຫ້ສາມາດເຊື່ອມໂຍງຂໍ້ມູນໄປຫາຂະແໜງການກ່ຽວຂ້ອງໄດ້ຊຶ່ງຈະເປັນການອຳນວຍຄວາມສະດວກໃຫ້ແກ່ພາກລັດ-ພາກທຸລະກິດ ໃນການຕິດຕາມກວດກາ ແລະຮັບປະກັນຄວາມໂປ່ງໃສ, ເປັນທຳແກ່ທຸກຝ່າຍ ແລະສາມາດຈັດຕັ້ງປະຕິບັດນິຕິກຳດັ່ງກ່າວເປັນຮູບປະທຳຢ່າງແທ້ຈິງ.

ພາຍຫຼັງລັດຖະບານໄດ້ມີນະໂຍບາຍເປີດປະເທດເຕັມຮູບແບບ ແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ເຫັນວ່າການທ່ອງທ່ຽວຢູ່ ສປປ ລາວ ມີບັນຍາກາດຟົດຟື້ນຂຶ້ນ ສະແດງອອກໃນຈຳນວນນັກທ່ອງທ່ຽວທີ່ນັບມື້ເພີ່ມຂຶ້ນ, ນັບແຕ່ເດືອນມັງກອນ ມາເຖິງເດືອນກັນຍາ ມີນັກທ່ອງທ່ຽວ 1 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນ 39% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ,ໂດຍມີອັດຕາການພັກເຊົາສະເລ່ຍແມ່ນ 2,5 ມື້/ຄົນ, ການໃຊ້ຈ່າຍສະເລ່ຍ 45 ໂດລາ/ຄົນ/ມື້, ນັກທ່ອງທ່ຽວສາກົນທີ່ເດີນທາງເຂົ້າມາຢ້ຽມຢາມ ສປປ ລາວ ມີຈໍານວນທັງໝົດ 6 ແສນກວ່າ ເທື່ອຄົນ, ໂດຍມີອັດຕາການພັກເຊົາສະເລ່ຍແມ່ນ 7,9 ມື້/ຄົນ, ການໃຊ້ຈ່າຍສະເລ່ຍ 83 ໂດລາ/ຄົນ/ມື້, ຄາດຄະເນລາຍຮັບຈາກນັກທ່ອງທ່ຽວພາຍໃນ ແລະສາກົນ ທັງໝົດປະມານ 200 ກວ່າລ້ານໂດລາ.
ຂ່າວ-ພາບ: ຍຸພິນທອງ