ທ່ານ ວັນນາລີ ອ່ອນສະຫວັດ ໄດ້ຮັບລາງວັນຜູ້ປະກອບການແມ່ຍິງດີເດັ່ນອາຊຽນ

ບໍລິສັດ ແອລທີ ຈຳກັດ ເນັ້ນການບໍລິການເອົາໃຈໃສ່ວ່ອງໄວ່ທັນໃຈລູກຄ້າກາຍເປັນທີຍອມຮັບຄວາມພຶງພໍໃຈທົ່ວສັງຄົມຊຶ່ງຕະຫຼອດການດຳເນີນທຸລະກິດຜ່ານມາຖືເປັນໝາກຜົນສຳເລັດຂອງບໍລິສັດທີ່ເຫັນຄວາມເອົາໃຈໃສ່ພັດທະນາທຸລະກິດທີ່ເປັນແບບຢ່າງພົ້ນເດັ່ນຢູ່ໃນລະດັບແຖວໜ້າລາວຊຶ່ງສາມາດເບິ່ງເຫັນໝາກຜົນຈຶ່ງເຮັດໃຫ້ບໍລິສັດໄດ້ຮັບລາງວັນຜູ້ປະກອບການແມ່ຍິງດີເດັ່ນອາຊຽນປະຈຳປີ 2022.

ທ່ານ ວັນນາລີ ອ່ອນສະຫວັດ ປະທານບໍລິສັດ ໃຫ້ຮູ້ວ່າ: ບໍລິສັດໄດ້ເລີ່ມກໍ່ຕັ້ງຂຶ້ນໃນວັນທີ211 2003 ໂດຍໃສ່ຊື່ວ່າ: ຮ້ານແອວທີຄອມພິວເຕີ້ (LT computer) ເຊິ່ງໄດ້ຈັດຈຳຫນ່າຍອຸປະກອນໄຟຟ້າດ້ານໄອທີລວມທັງໃຫ້ບໍລິການສ້ອມແປງໂດຍໄດ້ມີການຂະຫຍາຍຂອງທຸລະກິດດັ່ງກ່າວໃນປີ2013 ຈຶ່ງໄດ້ມີການປ່ຽນຈາກຮ້ານຂາຍເຄື່ອງໃຊ້ໄຟຟ້າມາເປັນ “ບໍລິສັດແອລທີ ຈຳກັດຜູ້ດຽວ”ມາຈົນເຖິງປະຈຸບັນ ເຊິ່ງໄດ້ເພີ່ມຜະລິດຕະພັນຕ່າງເຂົ້າມາບໍ່ວ່າຈະແມ່ນການຂຽນໂປແກມເພື່ອຕອບສະຫນອງໃຫ້ບັນດາອົງກອນຕ່າງໆ ທັງພາກລັດ ແລະເອກະຊົນ ແລະໄດ້ເພີ່ມສາຂາກໍ່ຄືສາຂາດົງໂດກ ແລະສາຂາພັນໝັ້ນ ເພື່ອໃຫ້ບໍລິການລູກຄ້າໄດ້ຢ່າງທົ່ວເຖິງຍິ່ງຂຶ້ນ


ນອກຈາກພັດທະນາບໍລິດສັດ ແອລທີ ຈຳກັດຜູ້ດຽວ ໃຫ້ມີຄວາມທັນສະໄຫມວ່ອງໄວຕໍ່ການບໍລິການທັງກ່ອນ ແລະຫລັງການຂາຍຈົນກາຍມາເປັນບໍລິສັດຕົ້ນໆດ້ານໄອທີໃນປະຈຸບັນແລ້ວຍັງມີການແຕກຂະແຫນງບໍລິສັດໃນເຄືອອີກຈຳນວນຫນຶ່ງ ເຊັ່ນ: ຮ້ານແລກປ່ຽນເງິນຕາແອວທີ, ບໍລິສັດ ຄາມາດ ຈຳກັດມະຫາຊົນ, ໂຮງຫມໍບີຢອນ 693 ຈຳກັດຜູ້ດຽວ, ຫ້ອງເສື້ອວັນນາລີ ລວມທັງເວທີປະກວດ ທ້າວແບບ ນາງແບບ ແລະເດັກນ້ອຍຫນ້າຮັກອີກດ້ວຍ.

ສັງຄົມໃນປະຈຸບັນແມ່ນສັງຄົມຂອງດິຈິຕອນ 4.0 ການສັ່ງຊື່ສິນຄ້າ ແມ່ນສະດວກສະບາຍຂຶ້ນເຮັດໃຫ້ມີຮ້າງຮ້ານ ແລະບໍລິສັດທີ່ຈະຫນ່າຍຜະລິດຕະພັນໄອທີເພີ່ມຂຶ້ນ ແຕ່ລູກຄ້າກໍ່ຍັງເລືອກບໍລິສັດຂອງພວກເຮົາຍ້ອນການຕອບສະຫນອງສິນຄ້າ ແລະບໍລິການຫລັງການຂາຍເປັນຢ່າງດີເຮັດໃຫ້ເຮົາເປັນບໍລິສັດຕົ້ນຂອງປະເທດເຮົາ.

ນອກຈາກນີ້ບໍວ່າໃນຍາມທີ່ມີບັນຫາທາງສັງຄົມກໍ່ຄືການເກີດພະຍາດລະບາດທີ່ຜ່ານມາສັງຄົມຕ້ອງໄດ້ນຳໃຊ້ເທັກໂນໂລຊີໃຫມ່ໆປັບປ່ຽນການນຳໃຊ້ຊີວິດແບບໃຫມ່ (new normal) ພວກເຮົາກໍ່ຍັງສະຫນອງເທັກໂນໂລຊີໃຫມ່ໃຫ້ສັງຄົມເປັນການຂະຫຍາຍກຸ່ມລູກຄ້າເພີ່ມຂຶ້ນ ໂດຍລວມແລ້ວສະແດງໃຫ້ເຫັນວ່າຜູ້ຊົມໃຊ້ ແລະ ສັງຄົມໄດ້ຕິດຕາມ ແລະ ສະຫນັບສະຫນຸນບໍລິສັດຂອງພວກເຮົາສະເຫມີມາຜ່ານການຂະຫຍາຍຂອງບໍລິສັດແລການເພີ່ມສາຂາຕ່າງໆຂຶ້ນມາ.

ສຳລັບການທີ່ໄດ້ຮັບຜົນລາງວັນແມ່ນຍ້ອນທຸກອົງກອນຫຼືການຈັດຕັ້ງທີ່ເລງເຫັນເຖິງຄວາມດຸໝັ່ນ, ຊື່ສັດ, ອົດທົນຂອງຂ້າພະເຈົ້າ ແລະທີມງານທີ່ໄດ້ເອົາໃຈໃສ່, ສຸມໃສ່ຢ່າງສຸດກຳລັງເພື່ອນຳພາບໍລິສັດມາເປັນບໍລິສັດທີ່ໄວ້ໃຫ້ການບໍລິການລູກຄ້າຢ່າງທົ່ວເຖິງ ແລະກາຍເປັນຜູ້ນຳທາງດ້ານເຕັກໂນໂລຊີທີ່ທັນສະໄໝລະດັບແຖວໜ້າ.ລາງວັນຊົງກຽດທີໄດ້ຮັບຜ່ານມາທັງຫມົດມີ 7 ລາງວັນດັ່ງນີ້:

ສຳລັບລາງວັນບໍລິສັດໄດ້ຮັບລາງວັນທີ 1AEC -TOP AWARDS ລາງວັນແຫ່ງຄວາມເປັນຜູ້ນຳດີເດັ່ນປະຈຳປີ2019 ທີ່ປະເທດໄທລາງວັນທີ 2 ລາງວັນນັກທຸລະກິດຊັ້ນນຳດີເດັ່ນ ສຄອຊ ໃນໄລຍະ Covid-19 ປະຈຳປີ 2021, ລາງວັນທີ 3 ລາງວັນ perfomance indoochina partnerof the year 2021 lt sole co.,ltd, ລາງວັນທີ4ລາງວັນ brother partner award 2021 top partner performance LT Co.,ltd, ລາງວັນທີ 5 ລາງວັນ ລາງວັນນັກທຸລະກິດດີເດັ່ນປະຈຳປີ 2021, ລາງວັນທີ6ລາງວັນ Lenovo Top consumer Retailer championlaos tolt sole co.,ltd Thailand 2022,ລາງວັນທີ 7 ລາງວັນ Asean Wemen Enterpreneurs Network Awen Aword 2022 .jakarta,Indonesian

ສຳລັບຕົວຂ້າພະເຈົ້າເອງການທີ່ໄດ້ຮັບລາງວັນນີ້ກໍຖືເປັນອີກໜຶ່ງຄວາມພາກພູມໃຈ, ເປັນສິ່ງທີ່ຢັ້ງຢືນເຖິງຜົນສຳເລັດໃນການດຳເນີນທຸລະກິດ, ເປັນໝາກຜົນຂອງການອົດທົນ,ຊື່ສັດ,ມຸ່ງມານະກັບການດຳເນີນທຸລະກິດ. ສິ່ງທີ່ຢາກຝາກເຖິງລຸ້ນນ້ອງທີ່ດຳເນີນທຸລະກິດແມ່ນຈົ່ງຢ່າທໍ້ເມື່ອພົບກັບບັນຫາ, ຕັ້ງສະຕິໃນການແກ້ໄຂ້ບັນຫາ,ໃນການດຳເນີນທຸລະກິດສິ່ງທີ່ສຳຄັນທີ່ສຸດຄືຄວາມຊື່ສັດ,ດຸໝັ່ນ,ອົດທົນ ແລະພາວະຄວາມເປັນຜູ້ນຳເຝິກຝົນຕົນເອງໃຫ້ມີຄຸນສົມບັດດັ່ງກ່າວຈະເຮັດໃຫ້ນ້ອງໆປະສົບຜົນສຳເລັດ.