ບໍລິສັດ Biqik ເປີດສູນຊື້-ຂາຍເງິນຄຣິບໂຕ ແຫ່ງທຳອິດໃນ ສປປ ລາວ

ໃນວັນທີ 5 ຕຸລາ 2022 ບໍລິສັດ ບິດຄິກ (Bitqik) ຈັດພິທີເປີດສູນ ຊື້-ຂາຍເງິນຄຣິບໂຕ ຢ່າງເປັນທາງການທີ່ໂຮງແຮມຄຣາວພພລາຊາ ໂດຍມີ ທ່ານ ບັນດິດ ສຈ ດຣ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານ JDB ທັງເປັນປະທານບໍລິສັດ ເອັສເອັມຈີ ກຣຸບ ຈໍາກັດ ພ້ອມດ້ວຍແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້,ທ່ານ ວິລະສັກ ວິລະວົງ ຜູ້ອຳນວຍການບໍລິສັດ ບິດຄິກ (bitqik) ກ່າວວ່າ: ດ້ວຍຄວາມສຳຄັນຂອງທຸລະກິດດີຈີຕອນລັດຖະບານທີ່ໄດ້ອະນຸຍາດເປີດ ບໍລິສັດ ບິດຄິກ ເພື່ອເປັນສູນຊື້-ຂາຍເງິນຄຣິບໂຕ ເຊິ່ງຈະເປັນຊ່ອງທາງໜຶ່ງໃນການຫຼຸດຜ່ອນການຫົ່ວໄຫຼຈາກຕ່າງປະເທດຊຶ່ງເບື້ອງຕົ້ນຈະມີເງິນຄຣິບໂຕໃນການຊື້ຂາຍປະມານ 20 ສະສະກຸນໃຫ້ນັກລົງທຶນໄດ້ຊື້-ຂາຍຜ່ານແພລດຟອມພາຍໃຕ້ບໍລິສັດ ບິດຄິກ ຈຳກັດ ຜູ້ດຽວ (Bitqik).

ບິດຄິກ ຊຶ່ງຢູ່ພາຍໃຕ້ກຸ່ມບໍລິສັດ ເອັສເອັມຈີກຣຸບ ຈຳກັດ ເປັນບໍລິສັດທີ່ໄດ້ຮັບອະນຸຍາດຢ່າງເປັນທາງການຈາກທະນາຄານແຫ່ງ ສປປ ລາວ ໃຫ້ດຳເນີນທຸລະກິດເປັນແພລດຟອມເທຣດເງິນຄຣິບໂຕ ຜ່ານທາງເວັບໄຊ ແລະແອັບພລິເຄຊັນເທິງສະມາດໂຟນນອກນັ້ນ ບິດຄິກ ຍັງໄດ້ຮ່ວມມືກັບທະນາຄານຮ່ວມພັດທະນາ (JDB) ໃນການເຊື່ອມຕໍ່ລະບົບເຊິ່ງກັນ ແລະກັນເຮັດໃຫ້ລູກຄ້າບິດຄິກສາມາດຜູກບັນຊີທະນາຄານ JDB ເຂົ້າໃນແອັບເຊິ່ງຈະອຳນວຍຄວາມສະດວກໃນການຊື້-ຂາຍເງິນຄຣິບໂຕ ສາມາດດຳເນີນທຸລະກຳຜ່ານບັນຊີທະນາຄານໄດ້ທັນທີ ລູກຄ້າສາມາດຊື້ໂດຍຕັດເງິນຈາກບັນຊີ ແລະສັ່ງຂາຍແລ້ວໄດ້ຮັບເງິນເຂົ້າບັນຊີຢ່າງສະດວກສະບາຍແບບໄຮ້ຮອຍຕໍ່. ຕໍ່ໄປນີ້ແມ່ນບໍລິການເສີມອື່ນໆຂອງບິດຄິກເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ແລະ ຄຳນຶງເຖິງຄວາມປອດໄພ: bitqik academy ທີ່ເປັນສູນລວມຫລັກສູດການຮຽນການສອນອອນລາຍກ່ຽວກັບການລົງທຶນໃນເງິນຄຣິບໂຕເພື່ອເປັນແຫລ່ງຄວາມຮູ້ໃຫ້ແກ່ນັກລົງທຶນໄດ້ສຶກສາຮຽນຮູ້ຢ່າງລະອຽດຖີ່ຖ້ວນກ່ອນລົງທຶນເພື່ອປ້ອງກັນຂໍ້ຜິດພາດ ແລະປົກປ້ອງລູກຄ້າຈາກການຖືກຕົວະຕົ້ມຫລອກລວງ.

bitqik insight ສູນລວມອັບເດດຂ່າວສານດ້ານການເງິນ, ການລົງທຶນ ແລະຄຣິບໂຕ ແບບຮອບດ້ານ ໂດຍຈະມີຂໍ້ມູນອັບເດດໃຫມ່ໆທຸກວັນເພື່ອເປັນແຫລ່ງຂ່າວໃຫ້ນັກລົງທຶນ ໄດ້ຮູ້ ແລະຕິດຕາມສິ່ງໃຫມ່ໆ ພ້ອມອັບເດດການເຄື່ອນໄຂຂອງສະພາບຕະຫລາດແລະເສດຖະກິດ.

bitqik wallet ກະເປົ໋າເງິນດິຈິຕອນທີ່ຈະເກັບຮັກສາຊັບສິນເງິນຄຣິບໂຕຂອງລູກຄ້າຢ່າງປອດໄພດ້ວຍມາດຕະຖານສາກົນເພາະມີການນຳໃຊ້ບໍລິການຈາກຜູ້ໃຫ້ບໍລິການສະເພາະດ້ານທີ່ມີຄວາມຫນ້າເຊື່ອຖືສູງ ແລະຕິດອັບດັບຕົ້ນໆຂອງໂລກເພື່ອຮັບປະກັນແລະເຮັດໃຫ້ລູກຄ້າຫມັ້ນໃຈວ່າຊັບສິນດິຈິຕອນຂອງລູກຄ້າຈະຖືກເກັບຮັກສາຢ່າງປອດໄພ ແລະບໍ່ມີວັນສູນຫາຍ.

ເປົ້າໝາຍຂອງບິດຄິກ: ເປົ້າຫມາຍທີ່ໃຫຍ່ກວ່າຂອງບິດຄິກແມ່ນຈະໃຫ້ບໍລິການອອກສູ່ສາກົນເພື່ອດຶງດູດນັກລົງທຶນຈາກຕ່າງປະເທດນຳເງິນຕາເຂົ້າສູ່ ສປປ ລາວ ແລະຍັງມີແຜນການໃນອະນາຄົດທີ່ຈະຂະຫຍາຍຜະລິດຕະພັນແລະການບໍລິການໃຫ້ຫລາກຫລາຍໂດຍເນັ້ນຫນັກດ້ານການເປັນຜູ້ນຳໃນເຕັກໂນໂລຊີດິຈິຕອນໂດຍສະເພາະເຕັກໂນໂລຊີບລັອກເຊນ ແລະ Web 3.0 ພ້ອມຈະພັດທະນາຜະລິດຕະພັນທີ່ເຊື່ອມຕໍ່ໃຫ້ການແລກປ່ຽນລະຫວ່າງ ຄຣິບໂຕ ແລະເງິນ ເປັນໄປຢ່າງໄຮ້ຮອຍຕໍ່ຜ່ານລະບົບທະນາຄານ. ນອກນັ້ນໃນອະນາຄົດຍັງຈະມີການພັດທະນາລະບົບເຕັກໂນໂລຊີເພື່ອຫັນປ່ຽນການລົງທຶນໃນຊັບສິນທີ່ຈັບຕ້ອງໃຫ້ເຂົ້າສູ່ໂລກດິຈິຕອນເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ນັກລົງທຶນໄດ້ລົງທຶນງ່າຍໆດ້ວຍປາຍນິ້ວ.

ທັງຫມົດນີ້ແມ່ນການບໍລິການທີ່ຫລາກຫລາຍຈາກບິດຄິກທີ່ພ້ອມແລ້ວຈະໃຫ້ບໍລິການແກ່ລູກຄ້າທຸກໆທ່ານເຊິ່ງນີ້ນັບວ່າເປັນບາດກ້າວທຳອິດຂອງການລົງທຶນໃນ ສປປ ລາວ ໃນການເຂົ້າສູ່ຕະຫລາດເງິນຄຣິບໂຕຢ່າງເປັນທາງການ.

ສຳນັກງານໃຫຍ່ ບິດຄິກ ຕັ້ງຢູ່ບ້ານນາຄຳ ນະຄອນຫລວງວຽງຈັນ ເຊິ່ງມີທີມງານທີ່ມີຄວາມພ້ອມລໍຖ້າໃຫ້ບໍລິການລູກຄ້າຕະຫລອດ 24/7 ພ້ອມສະຖານທີ່ອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ລູກຄ້າທີ່ຢາກເຂົ້າມາໃຊ້ບໍລິການ ຫລືຕ້ອງການປຶກສາຫາລືດ້ານການລົງທຶນ ແລະພິເສດແມ່ນທີ່ຫ້ອງການບິດຄິກຈະມີກິດຈະກຳຝຶກອົບຮົມ ແລະສຳມະນາດ້ານການລົງທຶນຄຣິບໂຕເພື່ອໃຫ້ຄວາມຮູ້ຄວາມເຂົ້າໃຈຢ່າງຮອບດ້ານແກ່ນັກລົງທຶນຢ່າງເປັນປະຈຳທຸກອາທິດໂດຍລູກຄ້າທີ່ສົນໃຈສາມາດເຂົ້າຮ່ວມໄດ້ຟຣີໂດຍບໍ່ມີຄ່າໃຊ້ຈ່າຍ.

ຫມາຍເຫດ: ການລົງທຶນມີຄວາມສ່ຽງເງິນຄຣິບໂຕແຕ່ລະສະກຸນມີຄວາມແຕກຕ່າງກັນຜູ້ລົງທຶນຄວນສຶກສາຂໍ້ມູນຢ່າງຖີ່ຖ້ວນກ່ອນຕັດສິນໃຈລົງທຶນ