ແບ່ງສາຍແລ້ວ ການແຂ່ງຂັນຊ່ວງເຮືອປະເພດນີຍິງ-ຊາຍ ແລະເຮືອກິລາ ປະຈຳປີ 2022 ທີ່ທ່າວັດຈັນ

ຈັບສະຫຼາກແບ່ງສາຍແລ້ວການແຂ່ງຂັນຊ່ວງເຮືອປະເພນີ ແລະ ເຮືອກິລາ ປະຈໍາປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍເຮືອບໍລິສັດ ແສງເພັດ ເກັບກູ້ລະເບີດ ແຊ໋ມເກົ່າ ຖືກຈັດຢູ່ສາຍ ກ ຮ່ວມກັບ ບ້ານຊຽງຄວນ (ນະຄອນຫຼວງ ອຸດສາຫະກຳເຫຼັກ), ບ້ານຫາດສວນ ຣີສອດປາກນໍ້າຄານ ແລະບ້ານຫາດກ້ຽງ ເມືອງໄຊທານີ. ສ່ວນ ສາຍ ຂ ມີ ເຮືອທິດາສາຍແວວ (ທະນາຄານພັດທະນາລາວ), ເທບທິດາສ້ອຍຟ້າ ບ້ານຫາຍໂສກ ເມືອງສີສັດຕະນາກ ແລະເຮືອພອນພະແກ້ວ ບ້ານສີຖານໃຕ້.

ພິທີຈັບສະຫຼາກແບ່ງສາຍຄັ້ງນີ້ໄດ້ມີຂຶ້ນເມື່ອວັນທີ 5 ຕຸລາ 2022 ທີ່ຫ້ອງວ່າການປົກຄອງເມືອງຈັນທະບູລີ, ໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນຮອງຫົວໜ້າຄະນະຊີ້ນໍາການຈັດງານບຸນອອກພັນສາປະວໍລະນາ ແລະແຂ່ງຂັນຊ່ວງເຮືອ ປະຈໍາປີ 2022 ມີບັນດາຄະນະກໍາມະການເຕັກນິກຈັດການແຂ່ງຂັນ ແລະຄະນະນໍາເຮືອແຕ່ລະພາກສ່ວນເຂົ້າຮ່ວມ.

ໃນພິທີ, ທ່ານ ວິຊຽນ ໂລວັນ ຄະນະສະຫະພັນກິລາເຮືອຊ່ວງນະຄອນຫຼວງວຽງຈັນໄດ້ຕາງໜ້າໃຫ້ແກ່ຄະນະຮັບຜິດຊອບຈັດການແຂ່ງຂັນໄດ້ຜ່ານກົດລະບຽບວ່າດ້ວຍການແຂ່ງຂັນຊ່ວງເຮືອປະເພນີ ແລະ ເຮືອກິລາ ປະຈໍາປີ 2022 ໃຫ້ຮູ້ວ່າ: ສໍາລັບມາດຕະຖານຂອງເຮືອປະເພນີ ທີ່ເຂົ້າຮ່ວມຈະຕ້ອງປະດັບປະດາຂ້າງລໍາຕົວເຮືອດ້ວຍລວດລາຍລາວ (ລາຍດອກກະຈັງ ລາຍວັນແລ່ນ ຫຼືລາຍຍ້ອຍສ້ອຍສາ) ຫົວແຫງ່ມ-ທ້າຍແຫງ່ມ ສ່ວນນັກກິລາພາຍເຮືອຕ້ອງມີສຸຂະພາບຮ່າງກາຍແຂງແຮງດີ ລະບົບກ້າມຊີ້ນ ແລະ ລະບົບການຫາຍໃຈດີສາມາດພາຍເຮືອ ແລະ ລອຍນໍ້າໄດ້ (ຖ້າລອຍ ນໍ້າບໍ່ໄດ້ໃຫ້ໃສ່ເສື້ອຊູຊີບ) ນັກກິລາພາຍເຮືອຕ້ອງແມ່ນຄົນລາວ (ສັນຊາດລາວ) ທີ່ມີພູມລໍາເນົາຢູ່ ສປປ ລາວ ເທົ່ານັ້ນ ແລະຕ້ອງມີອາຍຸໃນລະຫວ່າງ 18-55 ປີ ເຮືອທຸກໆລໍາທີ່ກໍາມະການຮ້ອງຊື່ເຂົ້າປະກົບຄູ່ ຫຼືຈັບຫຼໍປ່ອຍນັ້ນຖ້າໄດ້ຍິນຮຽກຊື່ເຮືອຕົນເອງແລ້ວ ຕ້ອງຮີບຮ້ອນກະກຽມໃຫ້ມີຄວາມວ່ອງໄວ ບໍ່ໃຫ້ຊັກຊ້າເກີນ 10 ນາທີ (ຖ້າເກີນຈະຖືກຕັດຟາວ) ແລະຕ້ອງໃຫ້ເຮືອມທັງສອງລໍາເຂົ້າຈັບຫຼໍພ້ອມກັນ ເພື່ອຟັງສັນຍານການປ່ອຍເຮືອຈາກຄະນະກໍາມະການເທົ່ານັ້ນ.

ສໍາລັບງານບຸນອອກພັນສາປະວໍລະນາ ແລະແຂ່ງຂັນຊ່ວງເຮືອ ປະຈໍາປີ 2022 ຄັ້ງນີ້ ມີເຮືອເຂົ້າຮ່ວມທັງໝົດ 33 ລໍາ ໃນນັ້ນເຮືອປະເພນີຊາຍ (55 ສີພາຍ) ມີ 7 ລໍາ, ເຮືອປະເພນີຍິງ (55 ສີພາຍ) ມີ 5 ລໍາ ແລະ ເຮືອກິລາ (12 ສີພາຍ) ມີ 21 ລໍາ ໂດຍເຮືອກິລາ ຈະແຂ່ງຂັນໃນວັນທີ 10 ຕຸລາ 2022 ແລະ ເຮືອປະເພນີ 55 ສີພາຍ ຍິງ-ຊາຍ ຈະແຂ່ງຂັນໃນວັນທີ 11 ຕຸລາ 2022. ຜ່ານການຈັບສະຫຼາກແບ່ງສາຍ ປະເພດເຮືອ 55 ສີພາຍ ຊາຍ ແບ່ງອອກເປັນ 2 ສາຍ ຄື: ສາຍ ກ ມີ ເຮືອບ້ານຊຽງຄວນ (ນະຄອນຫຼວງ ອຸດສາຫະກຳເຫຼັກ), ບ້ານຫາດສວນ (ຣີສອດປາກນໍ້າຄານ), ບໍລິສັດ ແສງເພັດ ເກັບກູ້ລະເບີດ ແຊ໋ມເກົ່າ ແລະບ້ານຫາດກ້ຽງ ເມືອງໄຊທານີ; ສາຍ ຂ ມີເຮືອທິດາສາຍແວວ (ທະນາຄານພັດທະນາລາວ), ເທບທິດາສ້ອຍຟ້າ ບ້ານຫາຍໂສກ ເມືອງສີສັດຕະນາກ ແລະພອນພະແກ້ວ ບ້ານສີຖານໃຕ້; ປະເພດເຮືອ 55 ສີພາຍ ຍິງ ແບ່ງອອກເປັນ 2 ສາຍ ຄື: ສາຍ ກ ມີ ບ້ານຫາດສ້ຽວ (ທິດາສາຍແວວ), ບ້ານຫາດສວນ (ແຂວງວຽງຈັນ) ແລະເມືອງໄຊທານີ; ສາຍ ຂ ບ້ານຊຽງຄວນ (ບໍລິສັດ ດວງຕາ ຫີນ-ຊາຍ) ແລະບ້ານທ່າພະ.

ຂະນະທີ່ ເຮືອກິລາ ແບ່ງອອກເປັນ 4 ສາຍ ຄື: ສາຍ ກ ພະຍານາກຄະລາດ, ທິດາສາຍແວວ 1, ບີເຄຮອນດາ, ບໍລິສັດ ອິນທະພອນ ແລະມາລີໂອພາລວຍອົງສາຟາມ (ວັງວຽງ); ສາຍ ຂ ເທບພະບຸດເຕົ່າທອງ (ບ້ານທ່າງ່ອນ), ເຈົ້າແມ່ອໍລະໄທ (ບ້ານນາທາມ), ນ້ອງໃໝ່ເທບພະນັນໄຊ (ເມືອງຫີນບູນ), ທິດາສາຍແວວ 2 ແລະ ພອນສະຫວັນ 1; ສາຍ ຄ ພອນສະຫວັນ 2, ບ້ານຫາຍໂສກ, ບໍລິສັດ ອາພິມາ, ເທບແສນໄຊ ແລະສູນຄົ້ນຄວ້າສາຍພັນເຂົ້າ-ບໍລິສັດເດດນະຄອນຂົນສົ່ງ; ສາຍ ງ ໂຕໂນພາລວຍ ບ້ານທ່າເດື່ອ, ເພັດມີໄຊ 1, ເພັດມີໄຊ 2 ແລະເຈົ້າແມ່ປະກາສິດ (ບ້ານໂຄກຊາຍ).

ສ່ວນປະເພດຂັນລາງວັນ ແລະເງິນສົດ ປະເພດເຮືອກິລາ 12 ສີພາຍ ລາງວັນທີ 1 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 10.000.000 ກີບ, ລາງວັນທີ 2 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ: 8.000.000 ກີບ, ລາງວັນທີ 3 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 6.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີເງິນສົດ 4.000.000 ກີບ; ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ລາງວັນທີ 1 ຂັນເງິນນໍ້າໜັກ 1 ກິໂລກຣາມ ມູນຄ່າ 19.700.000 ກີບ ພ້ອມເງິນສົດ 20.000.000 ກີບ, ລາງວັນທີ 2 ຂັນເງິນນໍ້າໜັກ 0,75 ກຣາມ ມູນຄ່າ 15.250.000 ກີບ ພ້ອມເງິນສົດ 15.000.000 ກີບ, ລາງວັນທີ 3 ຂັນເງິນນໍ້າໜັກ 0,5 ກຣາມ ມູນຄ່າ 12.000.000 ກີບ ພ້ອມເງິນສົດ 10.000.000 ກີບ ແລະລາງວັນທີ 4 ບໍ່ມີຂັນ ມີແຕ່ເງິນສົດ 6.000.000 ກີບ.
ໂດຍ: ສົງການ ພັນແພງດີ