ນະຄອນໄກສອນ ພົມວິຫານ ສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 28 ປີ

ຫ້ອງການສຶກສາທິການ ແລະກິລານະຄອນ ໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ ( 7 ຕຸລາ 1994-7 ຕຸລາ 2022 ) ໃນວັນທີ 4 ຕຸລາ 2022 ທີ່ສະະໂມສອນໂຮງຮຽນ ມຕ ສຸນັນທາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກຸນາ ເຫຼື່ອມເທພາ ຮອງເລຂາພັກນະຄອນ ຜູ້ຊີ້ນຳຂົງເຂດວຽກງານການເມືອງແນວຄິດພັກ-ພະນັກງານ, ມີທ່ານ ປອ. ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ-ກິລາແຂວງ, ມີແຂກຖືກເຊີນ,ຕະຫຼອດເຖິງຜູ້ບໍລິຫານໂຮງຮງນທົ່ວນະຄອນ ແລະນ້ອງນັກຮຽນເຂົ້າຮ່ວມ.

ໃນພິທີໄດ້ມີການຊົມການສະແດງສິລະປະ-ວັນນະຄະດີຈາກຫຼານ ນ້ອຍນັກຮຽນດ້ວຍບັນຍາກາດອັນເບີກບານມ່ວນຊື່ນ,ຈາກນັ້ນທ່ານ ກຸນາ ເຫຼື່ອມເທພາ ຮອງເລຂາພັກນະຄອນ ກໍ່ໄດ້ເລົ່າຄືນມູນເຊື້ອຄວາມເປັນມາຂອງວັນຄູແຫ່ງຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການສຶກສາ ໃນແຕ່ລະໄລຍະ, ຊຶ່ງຄູໄດ້ມີບົດບາດປະກອບສ່ວນອັນສຳຄັນທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້, ຄູຄືຄົນທີ່ມີຄວາມຮູ້ ແລະປະສົບການສາມາດນຳໄປຖ່າຍທອດຄວາມຮູ້ ແລະປະສົບການນັ້ນໄປສູ່ຜູ້ອື່ນໆ, ຊຶ່ງ ວັນທີ 7 ຕຸລາ ປີ 1907 ທ້າວ ຄໍາ ໄດ້ເລີ່ມຕົ້ນເປັນຄູສອນໄດ້ເຂົ້າຮ່ວມຮັບການອົບຮົມວິຊາຄູ, ຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ, ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາໃຫ້ພຣະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ,ບໍ່ໃຫ້ຊາດລາວເຊື່ອມເສຍເປັນສັນຊາດອື່ນ,ຕໍ່ຜົນງານການຮ່ວມຂະບວນການຕໍ່ສູ້ຂອງນາຍຄູຄໍາ ແລະ ເພື່ອສໍານຶກບຸນຄຸນອັນລໍ້າເລີດຂອງຄູ ຈິ່ງໄດ້ກໍານົດໃຫ້ມີວັນຄູແຫ່ງຊາດລາວໂດຍໄດ້ກໍານົດເອົາວັນເຂົ້າຮັບລາດຊະການຂອງນາຍຄູຄໍາ ຄື: ວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ ໂດຍໄດ້ເລີ່ມມີການສະເຫຼີມສະຫຼອງ ແຕ່ປີ 1994 ເປັນຕົ້ນມາ.

ໂອກາດເຂົ້າຮ່ວມທ່ານ ປອ. ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ-ກິລາແຂວງ ຍັງເນັ້ນໃຫ້ຄູ-ອາຈານທຸກຄົນຕ້ອງປະຕິບັດໜ້າທີ່ອັນບໍລິສຸດເປັນແບບ ເປັນຢ່າງສິດສອນໃຫ້ແກ່ລູກຫຼານພວກເຮົາເປັນຄົນຮູ້ຜູ້ດີຂອງພໍ່ແມ່ກໍ່ຄືປະເທດຊາດບ້ານເມືອງ, ນອກຈາກນັ້ນທ່ານຍັງຮຽກຮ້ອງອໍານາດການປົກຄອງທຸກຂັ້ນມີສ່ວນຮ່ວມສົ່ງລູກຫຼານໃນເກນອາຍຸໄດ້ເຂົ້າຮຽນຢ່າງທົ່ວເຖິງ, ການຈັດຕັ້ງທຸກຂັ້ນຕ້ອງປະກອບສ່ວນຊ່ວຍເຫຼືອທາງດ້ານທຶນຮອນ, ສະໜອງອຸປະກອນການສຶກສາເພື່ອດຶງດູດໃຫ້ເຂົາໄດ້ມາໂຮງຮຽນ, ທຸກຄົນຕ້ອງເຫັນຄວາມສໍາຄັນຂອງການສຶກສາ, ສິ່ງໜຶ່ງອີກຜູ້ອໍານວຍການໂຮງຮຽນ ແລະຄູອາຈານຕ້ອງມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນບໍ່ແຍກພັກແຍກພວກຄົນເພີ່ນຄົນໂຕຕ້ອງແລກປ່ຽນບົດຮຽນນໍາກັນ.

ໃນພິທີຍັງໄດ້ມີການມອບໃບຍ້ອງຍໍແກ່ບຸກຄົນດີເດັ່ນໃນໄລຍະຜ່ານມາ, ພ້ອມທັງມອບຂອງຂວັນໃຫ້ແກ່ຄະນະຫ້ອງການສຶກສາທິການ-ກິລາເມືອງ ແລະພະນັກງານບໍານານຕື່ມອີກ./
ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.