ຄວາມຄືບໜ້າ ແລະການຈັດຕັ້ງປະຕິບັດການເຕີບໂຕສີຂຽວໃນ ສປປ ລາວ

ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ແລະສະຖາບັນການເຕີບໂຕສີຂຽວສາກົນ, ກະຊວງແຜນການ ແລະການລົງທຶນໄດ້ຈັດກອງປະຊຸມຄວາມຄືບໜ້າ ແລະ ແນວທາງໃນການແກ້ໄຂການເຕີບໂຕສີຂຽວໃນ ສປປ ລາວ, ໃນວັນທີ 4 ຕຸລານີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ມີບັນດາລັດຖະມົນຕີ, ຄູ່ຮ່ວມພັດທະນາ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງ ເພື່ອແລກປ່ຽນກ່ຽວກັບຄວາມຄືບໜ້າ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ການກໍານົດບຸລິມະສິດການເຕີບໂຕສີຂຽວຂອງ ສປປ ລາວໃນອະນາຄົດ. ການເຕີບໂຕສີຂຽວ ມີຄວາມໝາຍທີ່ກວ້າງຂວາງ ຕິດພັນກັບການສົ່ງເສີມການເຕີບໂຕເສດຖະກິດທີ່ເຂັ້ມແຂງ, ທົ່ວເຖິງ ແລະ ຍືນຍົງ, ສາມາດຊຸກຍູ້ການສ້າງວຽກເຮັດງານທໍາ ເພີ່ມລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກ ໄປຄຽງຄູ່ກັບການຫຼຸດຜ່ອນຜົນກະທົບ ຕໍ່ສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ ຈາກການພັດທະນາ.

ທ່ານ ຄຳເຈນ ວົງໂພສີ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ໄດ້ອອກ ແລະຈັດຕັ້ງປະຕິບັດມາດຕະການຕ່າງໆເພື່ອສົ່ງເສີມການເຕີບໂຕສີຂຽວໂດຍການເພີ່ມທະວີການລົງທຶນ ແລະນະໂຍບາຍໃໝ່ໃນຂະແໜງການສີຂຽວຢ່າງກວ້າງຂວາງ, ຍືນຍົງ, ສະອາດ ແລະເຂັ້ມແຂງ ແລະໄດ້ເນັ້ນໜັກວ່າການເຕີບໂຕສີຂຽວບໍ່ພຽງແຕ່ຊຸກຍູ້ການເຕີບໂຕເສດຖະກິດທີ່ເປັນມິດກັບສິ່ງແວດລ້ອມແຕ່ຍັງຫຼຸດຜ່ອນຄວາມທຸກຍາກ ແລະປັບປຸງຄຸນນະພາບຊີວິດໃຫ້ດີຂຶ້ນດ້ວຍການຮ່ວມມືຂອງທຸກພາກສ່ວນຈຶ່ງຈະສາມາດບັນລຸອະນາຄົດສີຂຽວໄດ້ຍ້ອນການເຕີບໂຕສີຂຽວແມ່ນໜ້າທີ່ຄວາມຮັບຜິດຊອບຂອງໝົດທຸກຄົນ ແລະ ທຸກພາກສ່ວນ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງໃນທຸກລະດັບ, ທຸກຄົນທຸກເພດໄວ ແລະພື້ນຖານຕ້ອງຮ່ວມກັນເຮັດໜ້າທີ່ຂອງຕົນເພື່ອເຮັດໃຫ້ ສປປ ລາວ ກາຍເປັນປະເທດທີ່ມີຄວາມຍືນຍົງພາຍໃຕ້ຫົວຂໍ້ “ຄວາມຄືບໜ້າ ແລະແນວທາງໃນການແກ້ໄຂການເຕີບໂຕສີຂຽວໃນ ສປປ ລາວ”, ເວທີກອງປະຊຸມການເຕີບໂຕສີຂຽວຄັ້ງນີ້ ໄດ້ເປີດໂອກາດໃຫ້ບັນດາຜູ້ວາງນະໂຍບາຍ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມພົນລະເຮືອນ ແລະພາກເອກະຊົນໄດ້ແລກປ່ຽນກ່ຽວກັບບັນຫາທີ່ຕິດພັນກັບການເຕີບໂຕສີຂຽວ ແລະ ນໍາສະເໜີວິທີແກ້ໄຂທີ່ກ່ຽວຂ້ອງກັບການພັດທະນາທີ່ມີການປ່ອຍທາດອາຍກາກບອນໃນປະລິມານທີ່ຕໍ່າ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ, ການເຄື່ອນທີ່ດ້ວຍພະລັງງານໄຟຟ້າ, ເສດຖະກິດໝູນວຽນ ແລະການຄຸ້ມຄອງສິ່ງເສດເຫຼືອ.

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະກອບດ້ວຍນະໂຍບາຍທີ່ສົ່ງເສີມການເຕີບໂຕທີ່ສະອາດກວ່າເກົ່າໂດຍອີງໃສ່ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030 ນະໂຍບາຍ ແລະຍຸດທະສາດຂອງຂະແໜງການອື່ນໆທີ່ກ່ຽວຂ້ອງຊຶ່ງເປັນທິດທາງໃນການຈັດລຽງບຸລິມະສິດຂະແໜງຊັບພະຍາກອນທຳມະຊາດທີ່ສາມາດທົດແທນຄືນ, ການແກ້ໄຂບັນຫາມົນລະພິດ ແລະ ການຄຸ້ມຄອງສິ່ງເສດເຫຼືອ, ພ້ອມກັບເຄື່ອງມືການເງິນດ້ານສິ່ງແວດລ້ອມ ແລະ ການທ່ອງທ່ຽວອະນຸລັກທຳມະຊາດທີ່ສາມາດຊຸກຍູ້ການເຕີບໂຕເສດຖະກິດ ແລະ ຊ່ວຍສ້າງວຽກເຮັດງານທຳສີຂຽວ. ຫວ່າງບໍ່ດົນມານີ້ ສປປ ລາວ ໄດ້ຄົ້ນຄວ້າການຊື້-ຂາຍກາກບອນຈາກການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວຈາກປ່າໄມ້ ຊຶ່ງມີມູນຄ່າ 42 ລ້ານໂດລາ, ລວມໄປເຖິງນະໂຍບາຍໃໝ່ກ່ຽວກັບອຸດສາຫະກຳສີຂຽວ ແລະການຄຸ້ມຄອງຂີ້ເຫຍື້ອ, ແລະລະບົບການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະສັງຄົມທີ່ມີປະສິດທິພາບສູງຂຶ້ນຊຶ່ງຈະຊ່ວຍຫຼຸດຜ່ອນການເຊື່ອມໂຊມຂອງສິ່ງແວດລ້ອມ.
(ຂ່າວ: ກະຊວງ ຜທ, ຮູບ: ແສງຈັນ)