ສໍາມະນາການພັດທະນາເຕັກໂນໂລຊີດີຈີຕອນ ແລະແນວຄວາມຄິດທຸລະກິດໃໝ່

ກົມເຕັກໂນໂລຊີ ກະຊວງເຕັກໂນໂລຊີ ແລະການສື່ສານ (ກຕສ) ຮ່ວມກັບກະຊວງທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະທຸລະກິດໃໝ່ ສ ເກົາຫຼີ ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້: ການພັດທະນາເຕັກໂນໂລຊີດີຈີຕອນ ແລະເວທີນໍາສະເໜີແນວຄວາມຄິດຂອງທຸລະກິດໃໝ່ລະຫວ່າງລາວ ແລະ ສ ເກົາຫຼີ ຂຶ້ນໃນວັນທີ 4 ຕຸລາ ນີ້ ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ, ທ່ານ Pilseong Kim ຫົວໜ້າອົງການໂຄຕຣາ ວຽງຈັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີ ດີຈີຕອນ ກ່າວວ່າ: ໃນຍຸກ 4.0 ເປັນຍຸກຂອງເຕັກໂນໂລຊີມີບົດບາດສຳຄັນໃນການພັດທະນາປະເທດຊາດ; ການເຊື່ອມໂຍງສັບພະສິ່ງຕ່າງໆດ້ວຍເຕັກໂນໂລຊີດີຈີຕອນ ແລະອິນເຕີເນັດ ຫຼືເອີ້ນວ່າອິນເຕີເນັດແຫ່ງສັບພະສິ່ງ, ໂລກແຫ່ງຂໍ້ມູນມະຫາສານ (Big Data), Blockchain, ປັນຍາປະດິດ (AI), ຫຸ່ນຍົນ ແລະ ອື່ນໆ. ດ້ວຍການພັດທະນາຢ່າງວ່ອງໄວດັ່ງກ່າວ ຈຶ່ງເຮັດໃຫ້ຫຼາຍປະເທດໃນໂລກນຳເອົາເຕັກໂນໂລຊີເຂົ້າມາມີບົດບາດໃນການຂັບເຄື່ອນເສດຖະກິດ ໃຫ້ກາຍເປັນເສດຖະກິດດີຈີຕອນ ໂດຍສະເພາະການຄຸ້ມຄອງຂອງພາກລັດ,ການຜະລິດ, ຄ້າຂາຍ, ການບໍລິການຂອງພາກທຸລະກິດ ແລະການເຂົ້າເຖິງເຕັກໂນໂລຊີຂອງປະຊາຊົນເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ. ກຕສ ໄດ້ຕັ້ງເປົ້າໝາຍໄວ້ວ່າ ໃນ 5 ປີຕໍ່ໜ້າ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ຂະແໜງເຕັກໂນໂລຊີ ແລະການສື່ສານໃຫ້ກາຍເປັນກຳລັງແຮງຂັບເຄື່ອນການຫັນເປັນດີຈີຕອນ, ລຶບລ້າງການກືກດີຈີຕອນຕາມທິດຫັນເປັນອຸດສາຫະກຳ ແລະທັນສະໄໝຂອງປະເທດ ເຮັດໃຫ້ປະເທດຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ. ໂດຍສະເພາະການໂຄສະນາເຜີຍແຜ່ ຊຸກຍູ້ສົ່ງເສີມໃຫ້ທຸກພາກສ່ວນທຸກຂະແໜງ ທັງສູນກາງ ແລະທ້ອງຖິ່ນໃນການຈັດຕັ້ງຜັນຂະຫຍາຍວິໄສທັດ 20 ປີ (2020-2040), ແຜນຍຸດທະສາດການພັດທະນາເສດຖະກິດດີຈີຕອນ ຂອງ ສປປ ລາວ 10 ປີ (2020-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນ ຂອງ ສປປ ລາວ 5 ປີ (2021-2025) ໃຫ້ກາຍເປັນແຜນການ ແຜນງານຂອງຂະແໜງການ ແລະ ບັນລຸໄດ້ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ພາຍໃຕ້ການຮ່ວມມືລະຫວ່າງ ກຕສ ແລະກະຊວງສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະທຸລະກິດໃໝ່ ສ ເກົາຫຼີ ພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານ ສ ເກົາຫຼີ ໃນ “ໂຄງການສະໜັບສະໜູນສ້າງສວນອຸທິຍານດີຈີຕອນ ຢູ່ ສປປ ລາວ ແລະຝຶກອົບຮົມຊ່ຽວຊານໄອທີຊຶ່ງຈະເປັນອີກໜຶ່ງໂຄງການທີ່ຊ່ວຍສ້າງພື້ນຖານໂຄງລ່າງໃນການສ້າງເສດຖະກິດດີຈີຕອນ ແລະສະໜັບສະໜູນສົ່ງເສີມພາກຫົວໜ່ວຍທຸລະກິດທາງດ້ານໄອຊີທີຢູ່ ສປປ ລາວ ໃຫ້ມີການພັດທະນາປັບປຸງຜະລິດຕະພັນ ຫຼືການບໍລິການໃຫ້ມີຄຸນນະພາບມີປະສິດທິພາບສູງສາມາດແຂ່ງຂັນກັບຕະຫຼາດສາກົນໄດ້.
(ຂ່າວ-ພາບ: ແສງຈັນ)