ຄຈສພ ແຕ່ງຕັ້ງ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະຫົວໜ້າສູນພັດທະນາວຽກງານຈັດຕັ້ງ

ໃນເດືອນກັນຍາຜ່ານມາຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ປັບປຸງກົງຈັກການຈັດຕັ້ງ, ຍຸບກົມປ້ອງກັນພັກ-ພະນັກງານ ເປັນພະແນກໜຶ່ງຂຶ້ນກັບກົມກໍ່ສ້າງພັກ ຂອງຄະນະຈັດຕັ້ງສູນກາງພັກ ແລະ ສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງທີ່ມີຖານະທຽບເທົ່າກົມຂຶ້ນກັບຄະນະຈັດຕັ້ງສູນກາງພັກຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ. ເມື່ອມີການປັບປຸງກົງຈັກການຈັດຕັ້ງຈຶ່ງໄດ້ມີການແຕ່ງຕັ້ງ-ສັບຊ້ອນພະນັກງານພາຍໃນຈຳນວນໜຶ່ງໂດຍໄດ້ແຕ່ງຕັ້ງ-ສັບຊ້ອນພະນັກງານໄປຮັບໜ້າທີ່ໃໝ່ພາຍໃນ ຄຈສພ 24 ສະຫາຍ, ຍິງ 11 ສະຫາຍ, ເລື່ອນຕຳແໜ່ງ-ແຕ່ງຕັ້ງວິຊາການຂຶ້ນເປັນຮອງຫົວໜ້າພະແນກ 11 ສະຫາຍ ຍິງ 3 ສະຫາຍ, ຮອງຫົວໜ້າພະແນກຂຶ້ນເປັນວ່າການແທນຫົວໜ້າພະແນກ 1 ສະຫາຍ ແລະເປັນຫົວໜ້າພະແນກ 3 ສະຫາຍ ຍິງ 1 ສະຫາຍ, ຫົວໜ້າພະແນກຂຶ້ນເປັນຮອງຫົວໜ້າກົມ 3 ສະຫາຍ ຍິງ 1 ສະຫາຍ.

ສືບເນື່ອງຈາກການປັບປຸງຄືດັ່ງກ່າວໃນວັນທີ 3 ຕຸລາ 2022 ຄຈສພ ໄດ້ຈັດພິທີປະກາດແຕ່ງຕັ້ງສະຫາຍ ວຽນທອງ ສິງຄຳພັນ (ອະດີດຫົວໜ້າກົມປ້ອງກັນພັກ-ພະນັກງານ) ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ແຕ່ງຕັ້ງ ສະຫາຍ ນາງ ວິໄລວັນ ເພັງສະຫວັດ (ອະດີດຫົວໜ້າກົມຈັດຕັ້ງ-ພະນັກງານ) ເປັນຫົວໜ້າສູນພັດທະນາວຽກງານຈັດຕັ້ງມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄຈສພ, ມີຄະນະພັກ ຄຈສພ, ຄະນະກົມ ແລະຄະນະພະແນກພາຍໃນສຳນັກງານ ຄຈສພ ເຂົ້າຮ່ວມ.

ໂອກາດທີ່ມີຄວາມໝາຍສຳຄັນນີ້ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຜົນງານໃນໄລຍະຜ່ານມາ ແລະເນັ້ນໃຫ້ບັນດາສະຫາຍ ທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ຈົ່ງກຳແໜ້ນພາລະບົດບາດ-ໜ້າທີ່ຂອງຕົນ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດຕໍ່ລະບຽບວິໄນ, ມີຄວາມເປັນແບບຢ່າງນຳໜ້າ, ສ້າງຄວາມເປັນເອກະພາບສູງພາຍໃນໝູ່ຄະນະ, ຮັກສາຄຸນທາດການເມືອງພະນັກງານຈັດຕັ້ງ ແລະມີວິໄສທັດພັດທະນາວຽກງານຈັດຕັ້ງ ຢ່າງບໍ່ຢຸດຢັ້ງ, ເຮັດລ້ອນໜ້າທີ່ເປັນເສນາທິການໃຫ້ ຄຈສພ ມີຜົນສຳເລັດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃນໄລຍະໃໝ່.
ໂດຍ: ວິລະສະໄໝ ຍົດບຸນມີ