ຜົນງານ 4 ປີ ຊ່ວຍສັງຄົມອາດີດປະທານສະມາຄົມທຸລະກິດຍິງຈຳປາສັກ

  ຜົນງານການນໍາພາວຽກງານການສ້າງຂະບວນການ ແລະການເຄື່ອນໄຫວວຽກງານຊ່ວຍເຫລືອສັງຄົມຂອງ ທ່ານ ນາງ ແກ່ນຈັນ ບຸດດາວົງ ອາດິດ ປະທານສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ, ປະທານກຸ່ມບໍລິສັດຫົງຄໍາພາກໃຕ້ໄດ້ມີຜົນງານຢ່າງພົ້ນເດັ່ນ ແລະເປັນການປະກອບຢ່າງສໍາຄັນຕໍ່ສັງຄົມລວມມູນຄ່າເກືອບ 2 ຕື້ກີບ.

  ຕະຫຼອດໄລຍະ 4 ປີ (2015-2018) ຜ່ານມາໃນການຮັບໃຊ້ໜ້າທີ່ໆພັກ-ລັດ ກໍ່ຄືອໍານາດການປົກແຂວງຈໍາປາສັກ ໄດ້ມອບໝາຍໃຫ້ເປັນປະທານສະມາ ຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ ທ່ານ ນາງແກ່ນຈັນ ບຸດດາວົງ ແມ່ນໄດ້ເອົາໃຈຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງຕັ້ງໜ້າຊຶ່ງໄດ້ມີຜົນງານຢ່າງພົ້ ນເດັ່ນຕໍ່ສາມາຄົມ, ໂດຍສະເພາະແມ່ນວຽກງານການສ້າງຂະບວນການ ແລະການເຄື່ອນໄຫວວຽກງານສັງຄົມ, ຊຶ່ງໄດ້ປຸກລະດົມສະມາຊິກສະມາຄົມນັກທຸລະ ກິດແມ່ຍິງ ແຂວງຈໍາປາສັກ ປະກອບສ່ວນສ້າງໂຮງຮຽນປະຖົມສົມບູນໃຫ້ແກ່ບ້ານໃໝ່ສີວິໄລ ( ສູນເສຍອົງຄະຫຼັກ 10 ) ຄຸ້ມລົ່ມສັກເໜືອເມືອງບາຈຽງຈະ ເລີນສຸກ 1 ຫຼັງ, ຊຶ່ງປະກອບມີ 6 ຫ້ອງຮຽນ, 1 ຫ້ອງນໍ້າປະກອບອຸປະກອນໂຕະ-ຕັ່ງຂອງຄູ-ນັກ ຮຽນກະດານດໍາ, ພັດລົມແຕ່ລະຫ້ອງ, ຄອມພິມເຕີ້ພ້ອມອຸປະກອນການຮຽນ-ການສອນ, ຫຼັກທຸງຄົບຊຸດ,ນອກຈາກນີ້ແມ່ນໄດ້ຊ່ວຍເຫຼືອພາກສ່ວນຕ່າງໆເຊັ່ນ: ເຄື່ອງກະຕຸ້ນຫົວໃຈໄຟຟ້າເດັກນ້ອຍ,ເຄື່ອງວັດລະດັບອົກຊີໃນເດືອນຈໍານວນ 5 ເຄື່ອງ, ຊ່ວຍເຫຼືອອຸປະກອນກໍ່ສ້າງໂຮງ ຮຽນປະຖົມບ້ານນາລານ ເມືອງປະທຸມພອນ, ລະດົມວັດຖຸປັດໃຈຈາກສະມາຊິກ ແລະພາກສວ່ນອື່ນໆປະກອບ ສ່ວນໃຫ້ສັງຄົມເປັນຕົ້ນແມ່ນໃນວັນເດັກນ້ອຍສາກົນຂອງທຸກໆປີ, ພ້ອມທັງໄດ້ຈັດຂະບວນການລົງອ່ອຍພອນແຈກຢາຍຂອງຂວັນເປັນເຄື່ອງອຸປກອນການຮຽນ,ກີລາເງິນສົດຈໍານວນໜື່ງ, ຂະໜົມອາຫານໃຫ້ແກ່ເດັກນ້ອຍຢ່າງເປັນຂະບວນຟົດຟື້ນ, ໄດ້ປະກອບສ່ວນຊ່ວຍເຫຼືອອັກຄີໄພ (ໄຟ   ໄໝ້ ) ທີ່ບ້ານວັດຫໍເມືອງໂພນທອງ, ບ້ານສະໜາມໄຊ ນະຄອນປາກເຊ ຈໍານວນ 7 ຫຼັງ, ນອກນີ້ຍັງໄດ້ຈັດກິດຈະກໍາຮ່ວມກັບສະມາຄົມເປັນຕົ້ນ: ກິດຈະກໍາ ເຕັ້ນແອໂຣບິກເພື່ອສຸຂະພາບ, ນັບທັງເຂົ້າຮ່ວມຢ່າງເພື່ອສຸຂະພາບໃນວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ໄດ້ຈັດງານພົບປະຮ່ວມພາເຂົ້າສາມັກຄີ, ອ່ວຍພອນການນໍາຂອງແຂວງ ແລະຄອບຄົວໃນໂອກາດອັນສໍາຄັນຂອງພັກຂອງຊາດ.

 ນອກຈາກວຽກງານດັ່ງກ່າວແລ້ວຍັງໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກແຂວງ, ກອງປະຊຸມໃຫຍ່ຄັ້ງທີ 6 ຂອງສະຫະພັນແມ່ຍິງແຂວງ, ຄັ້ງທີ7 ຂອງສູນກາງສະຫະພັນແມ່ຍິງ ອພສ ແຂວງ, ນອກຈາກນີ້ຍັງໄດ້ເຂົ້າຮ່ວມ ຂະບວນການເຄື່ອນໄຫວສະເຫລີມສະ ຫລອງວັນສ້າງຕັ້ງແມ່ຍິງລາວ, ວັນສ້າງຕັ້ງແມ່ຍິງລາວສ້າງຊາດ, ວັນແມ່ຍິງສາກົນ, ເຂົ້າຮ່ວມງານຕ່າງໆທີ່ທາງສະມາຄົມນັກທະລະກິດແມ່ຍິງລາວ ແລະເຂົ້າຮ່ວມງານວັນສໍາຄັນຂອງຊາດ ແລະຂະບວນການສໍາຄັນຕ່າງໆຂອງແຂວງຈັດຂື້ນ, ຊຶ່ງຕະຫລອດໄລຍະເວລາ 4 ປີ ຜ່ານມາສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ ໄດ້ປະກອບສ່ວນຊ່ວຍ ເຫຼືອສັງຄົມລວມມູນຄ່າທັງໝົດ 1, 6 ຕື້ກີບ.

ຂ່າວ: ໂພທິຣາຊ