ຄະນະນຳອັດຕະປື ເຂົ້າຮ່ວມພິທີເປີດງານເທດສະການແລກປ່ຽນວັດທະນະທຳ, ກິລາ ແລະທ່ອງທ່ຽວ ເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ III ປີ 2022

ໃນວັນທີ 1 ກັນຍາທີ່ຜ່ານມາ ຄະນະນຳແຂວງອັດຕະປື ນຳໂດຍ ທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີເປີດງານກິດຈະກຳແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ III ປີ 2022. ຢູ່ທີ່ສະໜາມຫຼວງ 7-5 ແຂວງບຽນດຽນ ສສ ຫຽດນາມ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ວື ອາ ບັງ ຮອງປະທານຄະນະກຳມະການສະພາປະຊາຊົນແຂວງ ບຽນດຽນ ສາທາລະນະລັດສັງຄົມນິຍົມຫວຽດນາມ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວ, ມີບັນດາການນຳມາຈາກ 10 ແຂວງຂອງ ສປປ ລາວ ແລະ ສສ ຫວຽດນາມ ທີ່ມີສາຍແດນຕິດຈອດກັນ, ພ້ອມດ້ວຍນັກສື່ມວນຊົນ ລາວ-ຫວຽດນາມ, ຄະນະກຳມະການຈັດງານຂອງແຂວງບຽນດຽນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນບົດປາໄສຂອງ ທ່ານ ວື ອາ ບັງ ຮອງປະທານຄະນະກຳມະການສະພາປະຊາຊົນແຂວງບຽນດຽນ ສາທາລະນະລັດສັງຄົມນິຍົມຫວຽດນາມ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນ: ຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມ, ຊຶ່ງປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ພ້ອມກັບບັນດາການນຳ ແລະປະຊາຊົນຂອງສອງປະເທດ ໄດ້ພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງໃຫ້ນັບມື້ຂະຫຍາຍຕົວເປັນຊັບສົມບັດອັນລໍ້າຄ່າຂອງ ສອງຊາດ; ແມ່ນກົດເກນແຫ່ງການຄົງຕົວ ແລະ ຮັບປະກັນໄຊຊະນະຂອງ ສອງຊາດ ລາວ-ຫວຽດນາມ. ໃນການເຄື່ອນໄຫວ ແລກປ່ຽນວັດທະນະທຳ, ກິລາ ແລະທ່ອງທ່ຽວຈະມີຫຼາຍເຫດການເຄື່ອນໄຫວທີ່ອຸດົມສົມບູນ ແລະມີຄວາມໝາຍເຊັ່ນ: ສະເໜີ, ໂຄສະນາ ສິນຄ້າດ້ານວັດທະນະທຳ, ການທ່ອງທ່ຽວ ທີ່ເປັນທ່າແຮງຂອງແຂວງ ທີ່ມີຊາຍແດນຕິດກັນ. ການສະແດງສິລະປະມະຫາຊົນ ແລະສະແດງຊຸດປະຈຳຊາດ, ປະຈຳເຜົ່າຂອງບັນດາເຜົ່າທີ່ມີຊາຍແດນຕິດກັນ ແລະ ອື່ນໆ. ນອກນີ້ຍັງເປັນໂອກາດໃຫ້ປະຊາຊົນບັນດາເຜົ່າ ລາວ - ຫວຽດນາມ ໄດ້ພົບປະພ້ອມກັນຫວນຄືນມູນເຊື້ອປະຕິວັດ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງພັກ, ລັດຖະບານ ແລະປະຊາຊົນສອງຊາດລາວ-ຫວຽດນາມ.

ຫຼັງຈາກນັ້ນກໍໄດ້ສະແດງສິລະປະວັນນະຄະດີພາຍໃຕ້ຫົວຂໍ້: ບົດເພງສາມັກຄີລາວ-ຫວຽດນາມ ປະກອບມີ 3 ພາກ ທີ່ໂດດເດັ່ນດ້ານເນື້ອໃນ, ຮູບພາບ, ເອກະລັກ, ສິລະປະປະກອບກັບຄຳບັນລະຍາຍຮູບເງົາເອກະສານ. ໃນນີ້ພາກທີ I: ກ່າວເຖິງປະຫວັດສາດ ແຫ່ງການສ້າງຕັ້ງ ແລະ ເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ ລາວ - ຫວຽດນາມ ນັບແຕ່ມື້ເລີ່ມຕົ້ນຈົນເຖິງປະຈຸບັນໃນທຸກຂົງເຂດວຽກງານເຊັ່ນ: ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ - ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຄວາມສຳພັນນີ້ໄດ້ສະແດງໃຫ້ເຫັນຜ່ານຮູບພາບ ຊຶ່ງປະຊາຊົນ ແລະກອງທັບສອງປະເທດ ໄດ້ຄຽງບ່າຄຽງໄຫຼ່ກັນໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານໂຕດຽວກັນເພື່ອຍາດເອົາເອກະລາດ ໄດ້ຢ່າງສົມບູນ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດສັງຄົມນິຍົມຫວຽດນາມ. ພາກທີ II: ສະເໜີກ່ຽວກັບ ແຂວງບຽນດຽນ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ, ກໍຄືພາລະກິດໃນການສ້າງສາພັດທະນາປະເທດຊາດໃນປະຈຸບັນ. ພ້ອມນີ້ ຍັງສະແດງໃຫ້ເຫັນເຖິງທ່າແຮງດ້ານວັດທະນະທຳ, ກິລາ ແລະການທ່ອງທ່ຽວ ຂອງປະຊາຊົນບັນດາເຜົ່າຕາມເຂດຊາຍແດນ, ກໍຄືຄວາມສຳພັນທີ່ໃກ້ຊິດສະໜິດແໜ້ນ ລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ ຕາມເຂດຊາຍແດນ, ພ້ອມກັນສາມັກຄີ, ສ້າງສາພັດທະນາເຂດຊາຍແດນລາວ-ຫວຽດນາມ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ໝັ້ນຄົງ ແລະ ພາກທີ III: ແມ່ນສະແດງໃຫ້ເຫັນ “ ລາວ-ຫວຽດນາມ ພ້ອມກັນກ້າວເດີນສູ່ອະນາຄົດ ”, ເປັນການກ່າວຢໍ້າເຖິງຄວາມສຳພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃນການສືບຕໍ່ເພີ່ມພູນຄູນສ້າງຄວາມສຳພັນແບບພິເສດລະຫວ່າງພັກ, ລັດຖະບານ ແລະປະຊາຊົນຂອງສອງປະເທດ.
ຂ່າວ: ສອນດາລາ