ອົງກາແດງແຫ່ງຊາດລາວ ຊ່ວຍເຫຼືອ 911 ຄອບຄົວໄດ້ຮັບຜົນກະທົບນໍ້າຖ້ວມແຂວງໄຊຍະບູລີ

ໃນລະຫວ່າງວັນທີ 19-29 ກັນຍາ 2022 ອົງການກາແດງແຫ່ງຊາດລາວ ແລະອົງການກາແດງແຂວງໄຊຍະບູລີ ໄດ້ຊ່ວຍເຫຼືອບັນເທົາທຸກປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນເດືອນຜ່ານມາຊຶ່ງມີ: ເມືອງປາກລາຍ, ບໍ່ແຕນ, ຫົງສາ, ຄອບ, ຊຽງຮ່ອນ, ເງິນ, ໄຊສະຖານ ແລະເມືອງໄຊຍະບູລີ ຈຳນວນ 911 ຄອບຄົວ, ຈຳນວນ 4.427 ຄົນ ຍິງ 2.310 ຄົນ.

ເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ປະກອບມີ: ເຂົ້າສານໜຽວ, ໝີ່ໄວໆ, ປ໋ອງປາ, ສະບູກ້ອນ, ແຟັບ, ຢາຖູແຂ້ວ, ແປງຖູແຂ້ວ, ນໍ້າມັນພືດ, ເກືອ, ຜ້າອັດປາກ-ດັງ, ເຄື່ອງສຸຂະອະນາໄມ ແລະອື່ນໆ ລວມ 911 ຊຸດ, ລວມມູນຄ່າທັງໝົດ 523.825.000 ກີບ ໂດຍການນຳພາມອບຂອງ ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ວັນນະສິງ ມຸງຄຸນສະຫວັດ ຫົວໜ້າອົງການກາແດງແຂວງໄຊຍະບູລີ; ໄດ້ມອບໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ແລະຜ່ານການເກັບກຳຈຳນວນລາຍຊື່ຂອງຄະນະລົງເກັບກຳຂໍ້ມູນໃນເດືອນສິງຫາຜ່ານມາ ແລະ ໃນຄັ້ງນີ້ແມ່ນໄດ້ລົງມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍຈາກໄພນໍ້າຖ້ວມ, ພ້ອມທັງໂຄສະນາເຜີຍແຜ່ວຽກງານບົດບາດຍິງ-ຊາຍ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈວຽກງານດັ່ງກ່າວ. ເຄື່ອງຈຳນວນດັ່ງກ່າວແມ່ນການສະໜັບສະໜູນຈາກສະຫະພັນກາແດງ ແລະຊີກວົງເດືອນແດງສາກົນ (IFRC)
(ຂ່າວ-ພາບ: ໄຊຍະບູລີ)