4 ແຂວງພາກເໜືອຫາລືດ້ານອຸດສາຫະກໍາການນຳເຂົ້າ ແລະສົ່ງອອກ

ກອງປະຊຸມປຶກສາຫາລືພາຍໃຕ້ຫົວຂໍ້ ບຸກທະລຸ ໃນການຫັນເປັນອຸດສາຫະກໍາ ເພື່ອທົດແທນການນຳເຂົ້າ ແລະສົ່ງອອກ 4 ແຂວງພາກເໜືອ ຈັດຂຶ້ນໃນວັນທີ 26 ກັນຍາ 2022 ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ຈັນທະບູນ ລັດຕະນະວົງ ຜູ້ຊ່ວຍວຽກນາຍົກລັດຖະມົນຕີ ແລະທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສາຫະກຳ ແຫ່ງຊາດລາວ, ມີຕາງຫນ້າສະຖານທູດຍີ່ປຸ່ນ ປະຈຳ ລາວ, ຕາງຫນ້າກະຊວງທີ່ກ່ຽວຂ້ອງ, ມີການນຳຈາກພະແນກອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ປ່າໄມ້ ແລະ ພະແນກແຜນການ ແລະ ການລົງທຶນ 4 ແຂວງ ພາກເຫນືອ ອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ ແລະແຂວງຜົ້ງສາລີ, ມີຕາງຫນ້າການນຳຈາກແຂວງຈຳປາສັກ ແລະແຂວງຄຳມ່ວນ ຕະຫລອດຮອດຕາງຫນ້າບໍລິສັດທັງພາຍໃນ ແລະ ຕ່າງປະເທດລວມທັງຂະແຫນງການກ່ຽວຂ້ອງຂອງແຂວງອຸດົມໄຊເຂົ້າຮ່ວມ.

ໃນກອງປະຊຸມຜູ້ແທນທີ່ເຂົ້າຮ່ວມໄດ້ພັດປ່ຽນກັນມີຄໍາຄິດຄໍາເຫັນແລກປ່ຽນບົດຮຽນຮ່ວມກັນນຳເອົາຄວາມອາດສາມາດ ແລະທ່າແຮ່ງຂອງແຕ່ລະພາກສ່ວນສົມທົບກັນ ເພື່ອກຳນົດທາງອອກ ໃນການຫັນເປັນອຸດສາຫະກຳ ເພື່ອທົດແທນການນຳເຂົ້າ ແລະສົ່ງອອກ. ໃນນີ້ບັນດາຄໍາຄິດເຫັນທີ່ສະເໜີຂຶ້ນມາສົນທະນາກັນໃນຄັ້ງນີ້ສ່ວນຫລາຍແມ່ນເວົ້າເຖິງສິ່ງທ້າທາຍ, ກາລະໂອກາດ, ແນວຄວາມຄິດ, ທິດທາງ, ຄາດຫມາຍ, ກົນໄກ, ວິທີການ, ມາດຕະການ, ການແບ່ງງານ ແລະແບ່ງຄວາມຮັບຜິດຊອບ. ນອກນັ້ນຍັງຍົກໃຫ້ເຫັນເຖິງການຜະລິດກະສິກຳ ແລະການສົ່ງອອກໄປຕ່າງປະເທດ ຂອງບັນດາແຂວງພາກເຫນືອໃນໄລຍະຜ່ານມາ, ສະພາບການນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະຜະລິດຕະພັນ ລວມທັງທິດທາງແຜນການ ໃນການຫັນເປັນອຸດສາຫະກຳໃນຕໍ່ຫນ້າ. ຕໍ່ກັບວຽກງານການຫັນເປັນອຸດສາຫະກໍາເພື່ອທົດແທນການນໍາເຂົ້າ ແລະສົ່ງອອກຂອງບັນດາແຂວງພາກເຫນືອໃນຄັ້ງນີ້ທາງບໍລິສັດລວມທັງສະຖານທູດຍີ່ປຸ່ນປະຈຳລາວພ້ອມແລ້ວທີ່ຈະສະຫນັບສະຫນູນ ແລະຊຸກຍູ້ສົ່ງເສີມເພື່ອເຮັດໃຫ້ ແຂວງພາກເຫນືອລາວມີເສດຖະກິດຂະຫຍາຍຕົວ, ປະຊາຊົນມີວຽກເຮັດງານທຳລວມທັງເປັນການພັດທະນາວຽກງານກະສິກຳ ໃຫ້ທັນສະໄຫມ ແລະສາມາດຜະລິດກະສິກຳໃຫ້ກາຍເປັນສິນຄ້າເພື່ອສະຫນອງໃຫ້ແກ່ພາກອຸດສາຫະກຳພາຍໃນເຮັດໃຫ້ຂະແຫນງອຸດສາຫະກຳມີການເຕີບໃຫຍ່ຂະຫຍາຍຕົວໂດຍສາມາດຜະລິດສິນຄ້າອອກຮັບໃຊ້ພາຍໃນໂດຍສະເພາະແມ່ນ 4 ແຂວງພາກເຫນືອ ໃຫ້ທົ່ວເຖິງ ແລະພຽງພໍເພື່ອຫລຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ.
ຂ່າວ: ຄານມະນີ ຮຽນດໍຈັນ