ເມືອງໄຊຍະບູລີ ຄົ້ນຄວ້າໂຄງສ້າງລາຄາ ແລະເຮັດການດຸ່ນດ່ຽງສິນຄ້າ

ເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະປ່າໄມ້ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົ້ນຄວ້າການກຳນົດໂຄງສ້າງລາຄາ ແລະເຮັດການດຸ່ນດ່ຽງສິນຄ້າສະບຽງອາຫານເພື່ອສ້າງແຜນການຜະລິດ ແລະຫຼຸດຜ່ອນການນໍາເຂົ້າ, ໂດຍການເປັນປະທານຮ່ວມກອງປະຊຸມໃນຄັ້ງນີ້ມີທ່ານ ຄຳພຸດ ອິນທະວົງ ຮອງເຈົ້າເມືອງໄຊຍະບູລີ, ທ່ານ ສອນສະຫວັນ ຈັນທະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ມີບັນດາທ່ານຫົວໜ້າ ແລະຮອງຂະແໜງຈາກພະແນກກະສິກໍາ ແລະປ່າໄມ້ ພ້ອມດ້ວຍຄະນະຄຸ້ມຄອງລາຄາສິນຄ້າຂັ້ນແຂວງ, ຂັ້ນເມືອງ, ນັກທຸລະກິດ ແລະຜູ້ປະກອບການພາຍໃນເມືອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ໄດ້ພ້ອມກັນເຜີຍແຜ່ເຊື່ອມຊຶມບັນດານິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງລາຄາສິນຄ້າ, ການດຸ່ນດ່ຽງ ແລະການຄຸ້ມຄອງທຸລະກິດນໍ້າມັນເພື່ອໃຫ້ຄະນະຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການຂັ້ນເມືອງ, ນັກທຸລະກິດ ແລະຜູ້ປະກອບການພາຍໃນເມືອງກຳໄດ້ ແລະມີຄວາມເປັນເອກະພາບ, ປະຕິບັດໄປໃນທິດທາງດຽວກັນ; ພ້ອມນີ້ກໍໄດ້ພ້ອມກັນຄົ້ນຄວ້າ ແລະ ກວດກາຄືນບັນດາໂຄງສ້າງລາຄາຂອງສິນຄ້າສະບຽງອາຫານ ແລະ ພືດເປັນສິນຄ້າໃນ 5 ໝວດ 34 ລາຍການສິນຄ້າ ທີ່ລັດພວກເຮົາຕ້ອງໄດ້ສຸມໃສ່ຄຸ້ມຄອງ ແລະດັດສົມໃນເງື່ອນໄຂເສດຖະກິດມີຄວາມຫຍຸ້ງຍາກ; ສຸມໃສ່ກວດກາຄືນການດຸ່ນດ່ຽງຄວາມຕ້ອງການ ແລະການສະໜອງສິນຄ້າປະເພດສະບຽງອາຫານເພື່ອພ້ອມກັນສ້າງແຜນການຜະລິດ, ຫຼຸດຜ່ອນການນຳເຂົ້າຢູ່ພາຍໃນເມືອງໄຊຍະບູລີໃຫ້ມີຄວາມແຂງແຮງກວ່າເກົ່າ; ກວດກາບັນດາຫົວໜ່ວຍທຸລະກິດການນໍາເຂົ້າ ແລະສົ່ງອອກຢູ່ພາຍໃນເມືອງ ໄປພ້ອມກັບການສຸມໃສ່ປັບປຸງມາດຕະຖານຕະຫຼາດຢູ່ພາຍໃນເມືອງໃຫ້ມີຄວາມເຂັ້ມແຂງ.
(ຂ່າວ-ພາບ: ສົມພົງ ສີສະຫວັດ)