ສທຍລ ສະຫຼຸບຜົນງານພ້ອມຮັບສະມາຊິກໃໝ່

    ວັນທີ 24 ທັນວາ 2018 ສວນພຶກສາໄດ້ຈັດພິທີຖະແຫຼ່ງຂ່າວເຊີນທ່ຽວບຸນກິນຈຽງບັນດາເຜົ່າທີ່ຈະຈັດຂຶ້ນທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງນະຄອນຫຼວງວຽງຈັນ ຊຶ່ງສະເໜີໂດຍທ່ານ ພູວົງ ພະມີສິດ ປະທານສວນພຶກສາມີບັນດາທ່ານອົງການປົກຄອງບ້ານ ແລະແຂກຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ບຸນກິນຈຽງສວນພຶກສາປີນີ້ແມ່ນຈະໄດ້ຈັດຂຶ້ນວັນທີ 9-13 ມັງກອນ 2019 ຊຶ່ງເປັນຄັ້ງທີ 2 ຂອງການຈັດບຸນປະເພນີຂອງເຜົ່າມົ້ງຈຸດປະສົງແມ່ນຈັດຂຶ້ນເພື່ອສົ່ງເສີມຮີດຄອງປະເພນີທີ່ມີຄວາມໝາຍຕາມການເຊື່ອຖືສາສະໜາອັນດີງາມໃຫ້ຮຸ່ນລູກຫຼານໄດ້ຮັບຮູ້ ແລະທັງເປັນການຟື້ນຟູເຜີຍແຜ່ຮີດຄອງປະເພນີ ແລະວັດທະນະທຳຂອງຕົນເປັນການສົມມາຄາລະວະຕໍ່ຜູ້ອາວຸໂສ, ຜູ້ເປັນພໍ່ເປັນແມ່ ແລະຜູ້ນຳພາໃນຕະກຸນເປັນໂອກາດເຕົ້າໂຮມພໍ່ແມ່ຍາດຕິພີ່ນ້ອງທັງໃກ້ ແລະໄກເພື່ອຢ້ຽມຢາມພົບປະສ້າງສັນຄວາມສາມັກຄີ ແລະຮູ້ບຸນຄຸນເຊິ່ງກັນ ແລະກັນພາຍໃນງານຈະໄດ້ມີພິທີບາສີສູ່ຂວັນ ແລະກິດຈະກຳທ່ຽວຊົມຕະຫຼາດນັດສິນຄຳພື້ນເມືອງ ແລະການຫຼີ້ນຂອງເຜົ່າມົ້ງ, ກິດຈະກຳໝາກຄ່າງ, ໂຍນໝາກຄອນ, ເດີນແບບຊຸດເຜົ່າມົ້ງ ແລະສິລະປະອື່ນກ່ຽວກັບປະເພນີຊົນເຜົ່າມົ້ງ.

  ພິເສດປີນີ້ຍັງມີກິດຈະກຳປະກວດນາງສາວຊົນເຜົ່າມົ້ງ ນະຄອນຫຼວງວຽງຈັນ ຊຶ່ງໃນນັ້ນລາງວັນທີ່ໜຶ່ງແມ່ນໄດ້ເງິນ 5 ລ້ານກີບ ພ້ອມກັບມົງກຸດມູນຄ່າ 40 ລ້ານກີບ, ລາງວັນທີສອງໄດ້ຮັບເງິນ 4 ລ້ານກີບ, ລາງວັນທີສາມ 3 ລ້ານ ແລະລາງວັນຊົມເຊີຍ 2 ລ້ານກີບ ນອກນັ້ນຍັງມີການປະກວດນັກຮ້ອງສຽງດີຈາກບັນດາເຜົ່າ ແລະໄດ້ຮັບເຊີນນັກຮ້ອງທີ່ມີຊື່ສຽງມາຮ່ວມສະແດງຄອນເສີດ.