ສະຫວັນນະເຂດ ເປີດຕະຫລາດນັດມິດຕະພາບ ລາວ-ຫວຽດນາມ

ແຫຼ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະການຄ້າແຂວງຮ່ວມກັບພະແນກການກ່ຽວຂ້ອງເປີດຕະຫຼາດນັດມິດຕະພາບລາວ-ຫວຽດນາມ ໃນລະຫວ່າງວັນທີ 27 ກັນຍາ ຫາ 1 ຕຸລາ 2022 ທີ່ສູນການຄ້າສະຫວັນໄອເຕັກເນື່ອງໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດຂອງ 2 ສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ທ່ານ ວັນແສງ ແກ້ວບຸນພັນ ວ່າການຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ໃນວັນທີ 28 ກັນຍາ 2022 ນີ້ວ່າ: ຕະຫຼາດນັດຄັ້ງນີ້, ມີຫ້ອງວາງສະແດງສິນຄ້າ 100 ຫ້ອງ, ມີຜູ້ປະກອບການທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມວາງສະແດງ, ໃນນີ້ຈາກ ສສ ຫວຽດນາມ 2 ນະຄອນ ແລະ 3 ແຂວງຄື: ນະຄອນດານັງ, ນະຄອນໂຮ່ຈີ່ມິງ, ແຂວງເທື່ອທຽນເຫວ້, ແຂວງກວາງຈິ ແລະແຂວງກວາງບິງ. ສຳລັບພາຍໃນ ສປປ ລາວ ກໍມີຜູ້ປະກອບການມາຈາກ ນະຄອນຫລວງພະບາງ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະຈາກ 4 ແຂວງພາກໃຕ້ໂດຍມີຫລາຍປະເພດສິນຄ້າເຊັ່ນ: ເຄື່ອງອຸດສາຫະກຳປຸງແຕ່ງ, ເຄື່ອງອຸປະໂພກ, ບໍລິໂພກລວມທັງຜະລິດຕະພັນໂອດັອບຈາກລາວ ແລະຫວຽດນາມຮ່ວມວາງສະແດງ.
ຂ່າວ-ພາບ: ອັກສອນສິນ