ນະຄອນປາກເຊ ກຽມຈັດບຸນອອກພັນສາກະຕຸ້ນເສດຖະກິດ ແລະສົ່ງເສີມການທ່ອງທ່ຽວ

ນະຄອນປາກເຊ ແຂວງຈໍາປາສັກ ກຽມພ້ອມຈັດບຸນອອກພັນສາປະວໍລະນາ ແລະຊ່ວງເຮືອປະເພນີ ປະຈຳປີ ພສ 2565 ຄສ 2022 ເຕັມຮູບແບບດັ່ງທີ່ເຄີຍປະຕິບັດມາປົກກະຕິກ່ອນການເກີດການລະບາດຂອງພະຍາດໂຄວິດ-19, ທັງນີ້ກໍເພື່ອເປັນການອະນຸລັກຮັກສາ ແລະສືບທອດຮີດຄອງປະເພນີ, ທັງເປັນການກະຕຸ້ນເສດຖະກິດ, ສົ່ງເສີມການທ່ອງທ່ຽວ, ການຄ້າ ແລະການບໍລິການພາຍໃນແຂວງ.

ໂອກາດນີ້, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການຈັດງານດັ່ງກ່າວວ່າ: ບຸນອອກພັນສາປະວໍລະນາ ແລະຊ່ວງເຮືອປະເພນີ ຢູ່ນະຄອນປາກເຊປີນີ້ແມ່ນຈະຈັດເຕັມຮູບແບບແຕ່ວັນທີ 5-11 ຕຸລາ 2022 ໂດຍຈະມີຫລາຍກິດຈະກຳເພື່ອສືບທອດປະເພນີ,ກະຕຸ້ນເສດຖະກິດ, ສົ່ງເສີມ-ດຶງດູດການທ່ອງທ່ຽວ, ການສົ່ງເສີມດ້ານການຄ້າ, ການບໍລິການເປັນຕົ້ນພິທີໃສ່ບາດ, ຖະຫວາຍສັງຄະທານເນື່ອງໃນວັນປະວໍລະນາອອກພັນສາ; ຂະບວນແຫ່ເຊື້ອໄຟ, ແຫ່ຜາສາດເຜີ້ງທຽນໄຊ ຈາກວັດຕ່າງໆ ແລະບັນດາບ້ານ 42 ບ້ານ ພາຍໃນນະຄອນປາກເຊ, ລວມທັງກ້ອນກໍາລັງຂອງຖາບັນການສຶກສາ ແລະໂຮງຮຽນ, ຂະບວນແຫ່ຂອງກຸ່ມ ທະນາຄານ, ບໍລິສັດ 19 ຂະບວນ, ຂະບວນພະສົງ ແລະ ເຖົ້າແກ່ແນວໂຮມ; ການແຂ່ງຂັນເຮືອຊ່ວງ ປະເພດ 55 ສີພາຍ, 33 ສີພາຍ ແລະ 24 ສີພາຍ (ຊາຍ-ຍິງ) ແລະ 12 ສີພາຍ(ເຮືອກິລາ), ປະຈຸບັນມີ ຄະນະເຮືອຊ່ວງຈາກບ້ານຕ່າງໆອ້ອມຂ້າງແຂວງ ສະເໜີເຂົ້າຮ່ວມແລ້ວ 36 ລຳ (ປະເພດ 55 ສີພາຍຊາຍ 3 ລໍາ, 33 ສີພາຍ ຊາຍ 14 ລໍາ, ຍິງ 3 ລໍາ, 24 ສີ ພາຍຊາຍ 6 ລໍາ ແລະ 12 ສີພາຍ 9 ລໍາ); ນອກນັ້ນ, ຍັງເຊື້ອເຊີນຄະນະເຮືອຊ່ວງຈາກແຂວງອ້ອມຂ້າງ (ແຂວງສາລະວັນ ແລະແຂວງເຊກອງ) ແລະເຮືອຊ່ວງມິດຕະພາບຈາກຈັງຫວັດບົນຣາຊະທານີ (ຣາຊະອານາຈັກໄທ ແລະຈາກແຂວງພຣະວີເຮຍ, ແຂວງຊຽງແຕງ (ຣາຊະອານາຈັກກຳປູເຈຍຕື່ມອີກ (ຍັງລໍການຕອບຮັບຢູ່).

ພ້ອທນີ້, ຍັງມີຕະຫລາດນັດວາງສະແດງ ແລະຈຳໜ່າຍສິນຄ້າ ຈາກ 4 ປະເທດ (ກຳປູເຈຍ, ລາວ, ໄທ, ວຽດນາມ); ການແຂ່ງຂັນຕີກອງເສງ, ແຂ່ງຂັນກິລາປະເພດຕ່າງໆລວມທັງແຂ່ງຂັນກິລາກັອຟຊີງຂັນທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະກິດຈະກຳອື່ນໆ.
ຂ່າວ: ເກດສະໜາ