ຈີນ-ຣັດເຊຍ ຮັດແໜ້ນດ້ານການຮ່ວມມືຫຼາຍດ້ານ

ຕາມຂ່າວຈາກ cri,ເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ວາລະດີເມຍ ປູຕິນ, ປະທານາ ທິບໍດີ ຣັດເຊຍ ຢູ່ຫໍຮັບແຂກ ຊາມາຄານຂອງອຸດສະເບກິດສະຖານໂດຍທັງສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການພົວພັນລະຫວ່າງ ຈີນ-ຣັດເຊຍ ກໍຄືບັນຫາສາກົນ ແລະພາກພື້ນທີ່ສອງຝ່າຍສົນໃຈຮ່ວມກັນ.

ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ແຕ່ປີນີ້ ເປັນຕົ້ນມາ, ຈີນ ແລະຣັດເຊຍ ໄດ້ຮັກສາການຕິດຕໍ່ພົວພັນທາງຍຸດທະສາດທີ່ມີປະສິດທິຜົນສູງສົມຄວນ. ການຮ່ວມມື ລະຫວ່າງ ສອງປະເທດ ໃນຂົງເຂດຕ່າງໆ ໄດ້ຮັບການຊຸກຍູ້ ຢ່າງໜັກແໜ້ນເປັນກ້າວໆ, ກິດຈະກຳ ປີແລກປ່ຽນ ດ້ານກິລາ ໄດ້ດຳເນີນໄປຢ່າງເປັນ ລະບຽບ ຮຽບຮ້ອຍ, ການຮ່ວມມືລະດັບທ້ອງຖິ່ນ ແລະການແລກປ່ຽນ ດ້ານວັດທະນະທຳມີຄວາມແໜ້ນແຟ້ນ ຂຶ້ນຫລາຍກວ່າເກົ່າ, ໄດ້ປະສານງານກັນຢ່າງແໜ້ນແຟ້ນໃນເວທີສາກົນ,ໄດ້ປົກປັກຮັກສາຫລັກການພື້ນຖານຂອງການພົວພັນສາກົນ. ໂດຍຜະເຊີນໜ້າກັບການປ່ຽນແປງຂອງໂລກ, ການປ່ຽນແປ່ງແຫ່ງຍຸກສະໄໝ ແລະການປ່ຽນແປງທາງປະຫວັດສາດ, ຈີນຍິນດີທຳຄວາມພະຍາຍາມຮ່ວມກັນກັບຣັດເຊຍ, ສະແດງ ໃຫ້ເຫັນຄວາມຮັບຜິດຊອບຂອງປະເທດໃຫຍ່,ເສີມຂະຫຍາຍບົດບາດນຳໜ້າ, ເພື່ອເພີ່ມ ຄວາມແນ່ ນອນ ເຂົ້າໃນສະຖານະການ ຂອງໂລກ ທີ່ສັບສົນ ວຸ້ນວາຍ ແລະຈີນຍິນດີຮ່ວມກັບຣັດເຊຍໃຫ້ການສະໜັບສະໜູນເຊິ່ງກັນ ແລະກັນໃນບັນຫາ ທີ່ກ່ຽວພັນເຖິງ ຜົນປະໂຫຍດໃຈກາງຂອງກັນ ແລະກັນ, ລົງເລິກການຮ່ວມມືທີ່ແທ້ຈິງໃນຂົງເຂດການຄ້າ, ກະສິກຳ, ການເຊື່ອມໂຍງເຊື່ອມຈອດກັນ ແລະຂົງເຂດອື່ນໆ. ພ້ອມທັງ ເພີ່ມທະວີການປະສານງານກັນ ແລະປະສານ ສົມທົບກັນ, ຮ່ວມກັນ ປົກປັກ ຮັກສາ ຜົນປະໂຫຍດ ດ້ານຄວາມ ໝັ້ນຄົງ ຂອງພາກພື້ນແຫ່ງນີ້,ປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງບັນດາປະເທດພວມພັດທະນາ ແລະປະເທດທີ່ເປັນຕະຫລາດຈະເລີນໃໝ່.

ຈາກນັ້ນ ທ່ານ ປູຕິນ ກ່າວວ່າ: ໂລກໃນປັດຈຸບັນພວມເກີດມີການປ່ຽນແປງຢ່າງຫລວງຫລາຍ, ແຕ່ສິ່ງທີ່ບໍ່ໄດ້ມີການປ່ຽນແປງມາໂດຍຕະຫລອດພຽງອັນດຽວແມ່ນມິດຕະພາບ ແລະ ຄວາມໄວ້ເນື້ອ ເຊື່ອໃຈກັນ ລະຫວ່າງ ຣັດເຊຍ-ຈີນ, ການພົວພັນຄູ່ ຮ່ວມປະສານງານຍຸດທະສາດຮອບດ້ານລະຫວ່າງ ສອງປະເທດໄດ້ມີຄວາມໝັ້ນຄົງຂະໜົງແກ່ນ. ຣັດເຊຍຍິນດີຮ່ວມກັບຈີນລົງເລິກ ແລະປັບປຸງການຕິດຕໍ່ພົວພັນ ແລະການປະສານງານກັນລະຫວ່າງສອງຝ່າຍ ແລະຫລາຍຝ່າຍໃຫ້ດີຂຶ້ນ, ເປີດກວ້າງການຮ່ວມມືໃນຂົງເຂດທີ່ສຳຄັນຕ່າງໆເຊັ່ນ: ເສດຖະກິດ ການຄ້າ ແລະພະລັງງານເປັນຕົ້ນ.
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ