EMA ເຕືອນ EU ຮັບມືກັບພະຍາດໂຄວິດ-19 ຮອບໃໝ່

ຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ກັນຍາທີ່ຜ່ານມານີ້, ອົງການການຢາເອີຣົບ (EMA) ຊຶ່ງເປັນໜ່ວຍງານດ້ານສາທາລະນະສຸກຂອງສະຫະພາບເອີຣົບ (EU) ໄດ້ເປີດເຜີຍວ່າ ເຖິງແມ່ນວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນເອີຣົບປັບຕົວຫຼຸດລົງ ແຕ່ການແຜ່ລະບາດໃຫຍ່ຍັງບໍ່ທັນສິ້ນສຸດພ້ອມທັງກ່າວເຕືອນໃຫ້ປະເທດຕ່າງໆກຽມຮັບມືກັບການແຜ່ລະບາດຮອບໃໝ່.
 
ທ່ານ ມາໂກ ຄາວາເລຣີ ຫົວໜ້າຝ່າຍການປ້ອງກັນສຸຂະພາບ ແລະຍຸດທະສາດດ້ານວັກຊິນຂອງ EMA ກ່າວວ່າ ໂດຍອີງຕາມຂໍ້ມູນໃນໄລຍະອາທິດທີ່ຜ່ານມາພົບວ່າ ຈຳນວນຜູ້ຕິດເຊື້ອ ແລະຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໃນເອີຣົບປັບຕົວຫຼຸດລົງ. ເຖິງຢ່າງໃດກໍຕາມ, ຄວນກຽມພ້ອມຮັບມືສຳລັບການແຜ່ລະບາດຮອບໃໝ່ໃນໄລຍະລະໃບໄມ້ຫຼົ່ນທີ່ຈະມາເຖິງນີ້ ໂດຍສະຖານະການດັ່ງກ່າວເຄີຍເກີດຂຶ້ນໃນໄລຍະສອງປີທີ່ຜ່ານມາ ແລະມີທ່າອ່ຽງທີ່ຈະກັບມາອີກໃນປີນີ້ພ້ອມທັງກ່າວເນັ້ນເຖິງຄວາມສຳຄັນຂອງການກວດຫາເຊື້ອພະຍາດໂຄວິດ-19 ສາຍພັນໃໝ່.
 
ຄະນະກຳມະການການປະເມີນຢາເພື່ອການໃຊ້ງານຂອງມະນຸດ (CHMP) ຊຶ່ງເປັນໜ່ວຍງານຂອງ EMA ໄດ້ແນະນໍາໃຫ້ມີການອະນຸມັດໃຊ້ວັກຊິນຊະນິດປັບສູດໃໝ່ຊຶ່ງສາມາດສະກັດເຊື້ອພະຍາດໂອໄມຄຣອນສາຍພັນຍ່ອຍ BA.4 ແລະ BA.5 ນອກເໜືອໄປຈາກວັກຊິນໂຄວິດ-19 ທີ່ມີຢູ່ເດີມ. ທ່ານ ຄາວາເລຣີ ກ່າວວ່າເຊື້ອພະຍາດໂອໄມຄຣອນສາຍພັນຍ່ອຍ BA.5 ຍັງຄົງເປັນສາຍພັນຫຼັກໃນເອີຣົບ ຂະນະດຽວກັນພວກເຮົາຕ້ອງຕື່ນຕົວກັບສາຍພັນອື່ນໆດ້ວຍເຊັ່ນ: ສາຍພັນ BA.4.6 ທີ່ກຳລັງແຜ່ກະຈາຍ ຢ່າງວ່ອງໄວໃນອາເມຣິກາ ແລະ ກວດພົບແລ້ວໃນເອີຣົບ ແລະອີກສາຍພັນທີ່ໜ້າເປັນຫ່ວງຄືສາຍພັນ BA.2.75.
 
CHMP ຊຶ່ງເປັນໜ່ວຍງານຂອງ EMA ໄດ້ແນະນໍາໃຫ້ມີການອະນຸມັດໃຊ້ວັກຊິນຊະນິດປັບສູດໃໝ່ຊຶ່ງສາມາດສະກັດເຊື້ອພະຍາດໂອໄມຄຣອນສາຍພັນຍ່ອຍ BA.4 ແລະ BA.5 ນອກເໜືອໄປຈາກວັກຊິນໂຄວິດ-19 ທີ່ມີຢູ່ເດີມ.