ຮອງປະທານປະເທດ ລົງຊຸກຍູ້ການຜະລິດກະສິກຳຢູ່ເມືອງທ່າແຕງ

ໃນວັນທີ 22 ກັນຍາ 2022 ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ການຜະລິດກະສິກຳຢູ່ເມືອງທ່າແຕງ ແຂວງເຊກອງ ໂດຍສະເພາະ ການຜະລິດກະສິກຳເປັນສິນຄ້າຂອງບໍລິສັດ ອິໂນະຈິໂອະ ເຄພີລາວຈໍາກັດ ປູກມັນຫວານ, ດອກອັນຊັນ, ຂີງດຳພັນຢີ່ປຸ່ນຢູ່ບ້ານກຳກອກ ແລະບໍລິສັດກາດເກ້ລາວເຊກອງຈໍາກັດຜູ້ດຽວປູກກາເຟ ແລະຜະລິດກາເຟເຄິ່ງສໍາເລັດຮູບຢູ່ບ້ານຫ້ວຍດຳໃໝ່. ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງເຊກອງ ແລະທ່ານ ສົມເພັດ ເອີດລັດດາ ເລຂາພັກເມືອງເຈົ້າເມືອງທ່າແຕງ ພ້ອມກຳມະການພັກເມືອງ ແລະພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.

ໂອກາດດັ່ງກ່າວທ່ານຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຮັບຟັງບົດລາຍງານຫໍ້ຍການພັດທະນາເສດຖະກິດ-ສັງຄົມຂອງເມືອງທ່າແຕງ ຈາກທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງທ່າແຕງ ໂດຍຍົກໃຫ້ເຫັນ ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງສະເລ່ຍ 5,24% ຂອງ GDP, ລວມຍອດຜະລິດຕະພັນພາຍໃນປີ 2021 ບັນລຸໄດ້ 892 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 1.315 ໂດລາສະຫະລັດ, ທຽບໃສ່ແຜນການ 5 ປີຄັ້ງທີ 6 ປະຕິບັດໄດ້ 52,23%, ທຽບໃສ່ມະຕິ X ຂອງແຂວງບັນລຸໄດ້ 57,17%, ທຽບໃສ່ມະຕິ XI ຂອງພັກບັນລຸໄດ້ 52,18%,ໃນທົ່ວເມືອງທ່າແຕງ ມີໂຮງງານຜະລິດແປ້ງມັນຕົ້ນ 1 ແຫ່ງ, ໂຮງງານປຸງແຕ່ງກາເຟ 1 ແຫ່ງ, ໂຮງງານປຸງແຕ່ງນໍ້າຢາງພາລາ 1 ແຫ່ງ, ມີແຫຼງທ່ອງທ່ຽວທາງປະຫວັດສາດ 1 ແຫ່ງ, ທາງວັດທະນະທໍາ 3 ແຫ່ງ, ແຫຼ່ງທ່ອງທ່ຽວທາງທໍາມະຊາດ 8 ແຫ່ງ,ໃນນັ້ນແຫຼ່ງທ່ອງທ່ຽວທ່າແຕງ ຟາມ&ລີສອດ ແມ່ນເປັນໃບໜ້າໃໝ່ຂອງເມືອງທ່າແຕງ.

ຈາກນັ້ນທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດກໍໄດ້ມີຄຳເຫັນໂອ້ລົມໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາຂອງເມືອງ ແລະກຸ່ມຜະລິດສິນຄ້າດັ່ງກ່າວທີ່ສາມາດສ້າງອາຊີບໃຫ້ປະຊາຊົນຢູ່ພາຍໃນບ້ານມີວຽກເຮັດງານທຳ, ມີລາຍໄດ້, ມີຊີວິດການເປັນຢູ່ດີຂຶ້ນ, ພ້ອມນັ້ນທ່ານຍັງເນັ້ນໃຫ້ການນໍາເມືອງທ່າແຕງ ແລະ ການນໍາຂັ້ນແຂວງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ກັບປະຊາຊົນຢ່າງທົ່ວເຖິງ, ການໝູນໃຊ້ທີ່ດິນ, ຈັດສັນກຸ່ມປູກກາເຟ, ມັນຕົ້ນ ແລະອື່ນໆໃຫ້ປະຊາຊົນ, ຮັກສາທີ່ດິນໃຫ້ມີຄວາມຍືນຍົງໄປຕາມທິດສີຂຽວ, ຮັບປະກັນດ້ານສະບຽງອາຫານ, ການຍັບຢັ້ງສິນຄ້າ, ບັນຫານໍ້າມັນ, ການສະກັດກັ້ນຕ້ານໄພເງິນເຟີ້ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນເຂົ້າເຖິງການຜະລິດສິນຄ້າຂອງຕົນໃຫ້ເກີດດອກອອກຜົນ, ໃຫ້ເຫລືອກິນ, ກາຍເປັນສິນຄ້າສົ່ງອອກທັງພາຍໃນ ແລະຕ່າງປະເທດເພື່ອສ້າງແຫຼ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ.


ຂ່າວ: ພອນ ບຸນອຸທິດ