ຮອງລັດຖະມົນຕີກະຊວງການຕ່າງປະເທດ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V

ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດທັງເປັນຄະນະກໍາມະການຊີ້ນໍາລວມພິທີວາງສີລາລຶກເປີດການກໍ່ສ້າງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບດັ່ງກ່າວໃນວັນທີ 21 ກັນຍາຜ່ານມາທີ່ແຂວງບໍລິຄໍາໄຊ ເພື່ອກະກຽມໃຫ້ແກ່ພິທີວາງສີລາລຶກໂຄງການດັ່ງກ່າວທີ່ຈະມີຂຶ້ນໃນມໍ່ໆນີ້.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການ ແລະການກະກຽມດ້ານຕ່າງໆ ໃນການຈັດພິທີວາງສີລາລຶກຈາກ ທ່ານ ລິດຕາ ຂັດທິຍະ, ຫົວໜ້າກົມຂົວທາງ, ກະຊວງໂຍທາທິການ ແລະຂົນສົ່ງໃນນາມຄະນະຮັບຜິດຊອບໂຄງການ, ຊຶ່ງເຫັນວ່າມີຄວາມຄືບໜ້າຫຼາຍສົມຄວນ ແລະບາງໜ້າວຽກກໍເຮັດສໍາເລັດລື່ນຄາດໝາຍ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ສາມາດຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມຄາດໝາຍເປັນກ້າວໆມາ, ຊຶ່ງພາຍຫຼັງສໍາເລັດໂຄງການ ແລະ ເປີດການນໍາໃຊ້ຢ່າງເປັນທາງການກໍຈະເປັນທ່າແຮງອັນໃໝ່ໃນການກະຕຸກຊຸກຍູ້ເສດຖະກິດໂດຍລວມຂອງ ສປປ ລາວ ກໍຄືຊຸກຍູ້ ການຍົກລະດັບການພົວພັນ ແລະຮ່ວມມືເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ຂອງສອງປະເທດ ໃນໂອກາດທີ່ທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ເດີນທາງຢ້ຽມຢາມຣາຊະອານາຈັກໄທຢ່າງເປັນທາງການໃນລະຫວ່າງ ວັນທີ 01-02 ມິຖຸນາ 2022 ຜ່ານມາ. ພ້ອມດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບສືບຕໍ່ກະກຽມຄວາມພ້ອມໃນວຽກງານດ້ານຕ່າງໆ ໃຫ້ແກ່ການຈັດພິທີວາງສີລາລຶກໂຄງການດັ່ງກ່າວທີ່ຄາດວ່າຈະຈັດຂຶ້ນໃນທ້າຍເດືອນຕຸລາ 2022 ນີ້ ໂດຍສະເພາະແມ່ນວາລະຕ່າງໆຂອງພິທີ, ດ້ານພິທີການ ແລະ ສະຖານທີ່ ແລະ ການປ້ອງກັນຄວາມສະຫງົບເປັນຕົ້ນ. ນອກຈາກນີ້, ທ່ານຍັງໄດ້ລົງຕິດຕາມກວດກາສະຖານທີ່ກໍ່ສ້າງ ແລະ ສະຖານທີ່ຈັດພິທີວາງສີລາລຶກຕົວຈິງຕື່ມອີກ.

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ໄດ້ເລີ່ມດໍາເນີນການກໍ່ສ້າງນັບແຕ່ເດືອນມັງກອນ 2021 ເປັນຕົ້ນມາ ແລະຄາດວ່າຈະໃຫ້ສໍາເລັດ ໃນປີ 2024. ມາຮອດປັດຈຸບັນ, ການກໍ່ສ້າງໂຄງການດັ່ງກ່າວຢູ່ເບື້ອງລາວແມ່ນສໍາເລັດແລ້ວຫຼາຍກວ່າ 50%.
ຂ່າວ: ກະຊວງການຕ່າງປະເທດ