ປະທານ ສນຊ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ 4 ແຂວງພາກເໜືອ

ໃນລະຫວ່າງວັນທີ 19-21 ກັນຍາຜ່ານມາ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ ແຂວງອຸດົມໄຊ, ແຂວງຜົ້ງສາລີ, ແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ; ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ; ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ ແລະ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບໍລີ ພ້ອມດ້ວຍຄະນະນຳຂອງ 4 ແຂວງດັ່ງກ່າວ.
 
ຊຶ່ງການເຄື່ອນໄຫວເຮັດວຽກໃນຄັ້ງນີ້: ຂອງທ່ານປະທານສູນກາງແນວລາວສ້າງຊາດໄດ້ຮັບຟັງການລາຍງານສະພາບລວມໃນການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງບັນດາແຂວງທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນວ່າຍາມໃດຄະນະພັກ, ຄະນະນຳຂອງແຕ່ລະແຂວງກໍ່ຢຶດຖືວຽກງານການເມືອງ-ແນວຄິດເປັນກົກ ເພື່ອສຶກສາອົບຮົມປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມທຸກຂະບວນການທີ່ສຳຄັນຂອງຊາດ ເປັນຕົ້ນແມ່ນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ຊຸກຍຸ້ປະຊາຊົນບັນດາເຜົ່າຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ພາຍໃນ 4 ແຂວງດັ່ງກ່າວນັບມື້ດີຂຶ້ນເປັນກ້າວໆ. ສຳລັບວຽກງານແນວລາວສ້າງຊາດຢູ່ 4 ແຂວງດັ່ງກ່າວ ແມ່ນຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນ ໄດ້ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີປອງດອງໃນທົ່ວປວງຊົນ, ຊຸກຍູ້ປະຊາຊົນບັນດາເຜົ່າເສີມຂະຫຍາຍມູນເຊື້ອຄວາມສາມັກຄີທີ່ຕິດພັນກັບມູນເຊື້ອທາງດ້ານວັດທະນະທຳອັນດີງາມຂອງແຕ່ລະຊົນເຜົ່າ ແລະພ້ອມກັນເຂົ້າຮ່ວມຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ.
 
ເນື່ອງໃນໂອກາດທີ່ທ່ານປະທານສູນກາງແນວລາວສ້າງຊາດໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນທີ່ຄະນະພັກ, ຄະນະນຳ ແລະ ຄະນະກຳມະການແນວລາວສ້າງຊາດແຂວງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ສືບຕໍ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕິດພັນກັບສອງວາລະແຫ່ງຊາດໃຫ້ປະຊາຊົນໄດ້ຮັບຮູ້ເຊຶ່ອມຊຶມ,ໃຫ້ຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນຈົ່ງເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດເປັນຕົ້ນແມ່ນ 5 ແຜນງານ 41 ໂຄງການ ແລະ ຫັນເປັນແຜນງານ, ໂຄງການ ແລະກິດຈະກຳ ຂອງທ້ອງຖິ່ນ ເພື່ອເປັນບ່ອນອິງໃນການເຄື່ອນຫວຽກງານແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນກວ່າເກົ່າ, ຈັດຕັ້ງຜັນຂະຫຍາຍ 4 ການຫັນປ່ຽນຂອງວຽກງານແນວໂຮມ ຄື: ສ້າງການຫັນປ່ຽນດ້ານຈິດຕະນາການ, ສ້າງການຫັນປ່ຽນທາງດ້ານການເງີນ, ສ້າງການຫັນປ່ຽນໃນຮູບການ ແລະ ວິທີການປຸກລະດົມຂົນຂວາຍ ແລະ ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນ ລະຫວ່າງອົງການພາຄີດ້ວຍກັນ; ໃຫ້ຈັດຕັ້ງປະຕິບັດແຜນວຽກ 4 ຮ່ວມກັບອົງການພາຄີ ໂດຍເລິ່ມຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງໂຄງການ ເປັນຕົ້ນແມ່ນການທ່ອງທ່ຽວ ແລະ ການບໍລິການອື່ນໆ ເພື່ອສ້າງລາຍຮັບໃຫ້ແຂວງ; ໃຫ້ສືບຕໍ່ສຶກສາອົບຮົມ, ປະລະດົມຂົນຂວາຍປະຊາຊົນລາວບັນດາໃຫ້ມີຄວາມສາມັກຄີປອງດອງເປັນປຶກແຜ່ນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ແລະ ຊຸກຍູ້ຂະບວນການຜະລິດກະສິກຳແບບພໍຢູ່ພໍກິນ ໃຫ້ຫັນມາຜະລິດເປັນສິນຄ້າຂາຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອແກ້ໄຂເສດຖະກິດຄອບຄົວຂອງປະຊາຊົນໃຫ້ດີຂຶ້ນ.
 
ທ່ານ ປະທານ ສນຊ ໄດ້ມອບເງີນສົດ 160 ລ້ານກີບ ແລະ ເຄື່ອງຈຳນວນໜຶ່ງ ລວມເປັນມູນຄ່າທັງໝົດ 170 ກວ່າລ້ານກີບ ໃຫ້ແຂວງອຸດົມໄຊ, ມອບເງິນສົດ 60 ລ້ານກີບ ແລະ ເຄື່ອງຈຳນວນໜຶ່ງ ລວມມູນຄ່າ ທັງໝົດ 75 ລ້ານກວ່າກີບ ໃຫ້ແຂວງຜົ້ງສາລີ, ມອບເງິນສົດ 50 ລ້ານກີບ ແລະ ເຄື່ອງໃຊ້ຫ້ອງການຈຳນວນໜຶ່ງ ລວມເປັນມູນຄ່າທັງໝົດ 60 ກວ່າລ້ານກີບ ໃຫ້ແຂວງບໍ່ແກ້ວ ແລະມອບເງິນສົດ 30 ລ້ານກີບ ແລະ ເຄື່ອງໃຊ້ຫ້ອງການ ຈຳນວນໜຶ່ງລວມເປັນມູນຄ່າທັງໝົດ 40 ກວ່າລ້ານກີບ ໃຫ້ແຂວງໄຊຍະບູລີ ເພື່ອໃຫ້ແຕ່ລະແຂວງນໍາໄປໝູນໃຊ້ເຂົ້າໃນວຽກງານຫ້ອງການ ແລະ ວຽກງານແກ້ໄຂໄພພິບັດທຳມະຊາດນໍ້າຖ້ວມຢູ່ບັນດາເມືອງ. ພ້ອມກັນນັ້ນ, ທ່ານປະທານ ສນຊ ພ້ອມດ້ວຍຄະນະ ກໍ່ໄດ້ໄປຢ້ຽມຢາມໂຄງການລ້ຽງງົວ ຢູ່ເມືອງຕົ້ນເຜິ້ງ ແລະໂຄງການລ້ຽງງົວຢູ່ເມືອງຫ້ວຍຊາຍຕື່ມອີກ.
ຂ່າວ,ພາບ: ເຢ