ພູເບ້ຍ ມາຍນິງ ຊ່ວຍແຮງງານລາວ 42 ຕື້ກີບ ຜ່ານສະພາບຫຍຸ້ງຍາກດ້ານເສດຖະກິດ

ໃນວັນທີ 15 ກັນຍາ, ສະມາຊິກ 29 ຄົນຂອງຄະນະຕາງຫນ້າຜູ້ອອກແຮງງານໃນສະຖານທີ່ເຮັດວຽກຂອງບໍລິສັດ ພູເບ້ຍ ມາຍນີງ ໄດ້ປະຊຸມຢູ່ຫລວງພະບາງ ເພື່ອທົບທວນຄືນຄວາມຄືບຫນ້າຂອງຂໍ້ສະເຫນີທີ່ພະນັກງານລາວໄດ້ຍົກຂື້ນໃນປີນີ້. 

ຄະນະຕາງຫນ້າຜູ້ອອກແຮງງານໃນສະຖານທີ່ເຮັດວຽກຖືກສ້າງຕັ້ງຂື້ນໃນປີ 2011, ຈຸດປະສົງເພື່ອສົ່ງເສີມຄວາມປອງດອງກັນລະຫວ່າງບໍລິສັດ ແລະພະນັກງານ ໂດຍເປັນກົນໄກໃຫ້ພະນັກງານຍົກບັນຫາຕ່າງໆທີ່ມີຢູ່ໃນສະຖານທີ່ເຮັດວຽກເພື່ອນຳສະເໜີຕໍ່ຜູ້ບໍລິຫານຂັ້ນສູງຢ່າງເປັນທາງການ.

ໃນເດືອນ ມິຖຸນາ 2022, ເພື່ອຕອບສະຫນອງໂດຍກົງຕໍ່ກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ມີຢູ່ໃນປະເທດລາວ, ໂດຍຍົກຂື້ນມາສະເຫນີຜ່ານຄະນະຕາງຫນ້າຜູ້ອອກແຮງງານໃນສະຖານທີ່ເຮັດວຽກ, ບໍລິສັດໄດ້ແກ້ໄຂ້ຂໍ້ຂ້ອງໃຈດັ່ງກ່າວດ້ວຍ ນະໂຍບາຍຊ່ວຍແກ້ໄຂບັນຫາຫຍຸ້ງຍາກເສດຖະກິດ ສໍາຫລັບພະນັກງານຄົນລາວຂອງບໍລິສັດ.   

ໃນນາມບໍລິສັດແມ່ ຂອງບໍລິສັດ ພູເບ້ຍ ມາຍນີງ, ທ່ານ ແດນນຽວ ເຊັງ, ຜູ້ອຳນວນການໃຫ່ຍ ແລະປະທານບໍລິຫານບໍລິສັດ ແພນອອສ໌ໄດ້ອອກແຈ້ງການກ່ຽວກັບ ນະໂຍບາຍຊ່ວຍແກ້ໄຂບັນຫາຫຍຸ້ງຍາກທາງເສດຖະກິດ ເປັນຈຳນວນເງີນ 42 ຕື້ກີບ ເຊີ່ງປະກອບດ້ວຍການຈ່າຍເງີນໂບນັສ໌ງວດພິເສດ, ການທົບທວນເງີນເດືອນພິເສດ, ການຈ່າຍອອກສຳຫລັບວັນພັກປະຈຳປີທີ່ບໍ່ໄດ້ນຳໃຊ້ເຊີ່ງເກີນຈຳນວນມື້ທີ່ຕ້ອງຮັກສາໄວ້ຂັ້ນຕໍ່າ ແລະການຂື້ນເງີນອຸດຫນຸນການເດີນທາງເພື່ອຊ່ວຍເຫລືອພະນັກງານຄົນລາວກັບການເພີ້ມຂື້ນຂອງຄ່າໃຊ້ຈ່າຍໃນຊີວິດປະຈຳວັນ.

ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນີງ ໄດ້ກ່າວວ່າຄະນະຕາງຫນ້າຜູ້ອອກແຮງງານໃນສະຖານທີ່ເຮັດວຽກແມ່ນຫນ່ວຍງານສຳຄັນຂອງບໍລິສັດ ໂດຍເໜັ້ນໃຫ້ບູລິມະສິດດ້ານສະຫວັດດີການ ແລະສະຫວັດດີພາບຂອງພະນັກງງານຄົນລາວ.

ຢູ່ບໍລິສັດ ພູເບ້ຍ ມາຍນີງ, 93 ສ່ວນຮ້ອຍຂອງພະນັກງານບໍລິສັດແມ່ນຄົນລາວ. ຄະນະຕາງຫນ້າຜູ້ອອກແຮງງານແມ່ນຈຳເປັນເພື່ອເຮັດໃຫ້ມີການພົວພັນສື່ສານທີ່ໂປ່ງໃສ ແລະເຂົ້າອົກເຂົ້າໃຈກັບພະນັກງານ ແລະຜູ້ບໍລິຫານລະດັບສູງ ແລະສ້າງໃຫ້ມີຜົນໄດ້ຮັບທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້ໃຫ້ທັນເວລາ

ທ່ານ ຈັນເພັງ ບຸນນະຜົນ ກ່າວຕື່ມອີກວ່າ ບໍລິສັດຈະປະກາດຜົນໄດ້ຮັບຂອງກອງປະຊຸມຂອງຄະນະຕາງຫນ້າຜູ້ອອກແຮງງານໃນສະຖານທີ່ເຮັດວຽກປະຈໍາໄຕມາດຂອງເດືອນກັນຍາໃຫ້ແກ່ພະນັກງານຮັບຮູ້ຜ່ານອີເມວ ແລະການຈັດປະຊຸມໂດຍຜູ້ຕາງຫນ້າຄະນະປະຈຳພະແນກ ຫລືສະຫນາມຂອງພະນັກງານ