ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈໍາເດືອນ ກັນຍາ ປີ 2022

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກັນຍາ 2022 ໄດ້ດໍາເນີນເປັນເວລາ 2 ວັນ ເລີ່ມແຕ່ໃນວັນທີ 22-23 ກັນຍາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ຊຶ່ງເນື້ອໃນຂອງກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະເປັນເອກະພາບຕໍ່ບັນຫາທີ່ສໍາຄັນຄື: ສະຫຼຸຕີລາຄາການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2022 ຂອງລັດຖະບານ; ລາຍງານການກະກຽມຄວາມພ້ອມຮອບດ້ານໃຫ້ທ່ານນາຍົກລັດຖະມົນຕີ ຈະເດີນ ທາງໄປເຄື່ອນໄຫວຢ້ຽມຢາມປະເທດສິງກະໂປຢ່າງເປັນທາງການ ໃນລະຫວ່າງວັນທີ 27-28 ກັນຍາ 2022 ແລະ ກະກຽມຕ້ອນຮັບການມາຢ້ຽມຢາມຂອງການນໍາຂັ້ນສູງຂອງຕ່າງປະເທດ; ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 9 ເດືອນ, ທິດທາງ 3 ເດືອນທ້າຍປີ 2022 ແລະທິດທາງແຜນການປີ 2023; ຮ່າງຍຸດທະສາດການຄຸ້ມຄອງການປ່ຽນແປງດິນຟ້າອາກາດແຫ່ງຊາດ ຮອດປີ 2030; ຮ່າງຍຸດທະສາດການຄຸ້ມຄອງນໍ້າ ແລະຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030; ຮ່າງຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040; ລາຍງານການຫັນເອົາຫົວໜ່ວຍວິຊາການທີ່ມີລາຍຮັບຈາກການຄຸ້ມຄອງບໍລິຫານ ໄປສູ່ການຄຸ້ມຄອງເປັນເຈົ້າການຕົນເອງທາງດ້ານການເງິນເທື່ອລະກ້າວ; ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງຕາມທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ໃນກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກັນຍາ 2022 ທີ່ຜ່ານມາ.

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະປະກອບຄໍາເຫັນຢ່າງເລິກເຊິ່ງດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ,ມີຈຸດສຸມ ແລະມີວິທີແກ້ໄຂບັນຫາທີ່ຈະແຈ້ງເພື່ອຮັບປະກັນໃຫ້ກອງປະຊຸມໃນຄັ້ງນີ້ມີປະສິດທິຜົນສູງ ແລະບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.