ການຮ່ວມມືຫຼາຍຝ່າຍໃນການດຳເນີນທຸລະກິດກະສິກຳ

ໃນວັນທີ 20 ກັນຍາ 2022 ທີ່ສໍານັກງານ ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊູມໃນຫົວຂໍ້ “ ຮ່ວມມືກັນເພື່ອສ້າງໂອກາດທີ່ດີກ່ວາ ” ຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ດາວວອນພະຈັນທະວົງ ຮອງປະທານ, ຜູ້ປະຈຳການສະພາດັ່ງກ່າວທັງເປັນຄະນະບໍລິຫານກອງທຶນທຸລະກີດຂະໜາດນ້ອຍແລະຂະໜາດກາງ (SME).

ຊຶ່ງຈຸດປະສົງຂອງກອງປະຊຸມຄັ້ງນີ້: ກໍເພື່ອສົນທະນາປຶກສາຫາລືກ່ຽວກັບການສົ່ງເສີມທຸລະກິດກະສິກຳຊຶ່ງເປັນການຜັນຂະຫຍາຍນະໂຍບາຍກົນໄກການຮ່ວມມືຫຼາຍຝ່າຍ ທີ່ມີສ່ວນກ່ຽວຂ້ອງກັບການດຳເນີນທຸລະກິດກະສິກຳຢູ່ລາວເຮົາ ໂດຍແມ່ນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດເປັນເຈົ້າການນຳພາຄົ້ນຄວ້າ ແລະຈັດຕັ້ງປະຕິບັດຕົວຈິງ.

ເຂົ້າຮ່ວມການປຶກສາຫາລືໃນຄັ້ງນີ້ມີບັນດາຜູ້ປະກອບການຈາກຫຼາຍກຸ່ມການຜະລິດ, ຫຼາຍກຸ່ມຕະຫຼາດ, ຫຼາຍກຸ່ມຜູ້ສະໜອງ ແລະບໍລິການພ້ອມທັງປັດໄຈການຜະລິດຕ່າງໆ ຕະຫຼອດຮອດບັນດາສະຖາບັນການເງີນ ແລະທະນາຄານທຸລະກິດໃນ ສປປລ.

ກອງປະຊູມຍັງໄດ້ຮັບຟັງການນຳສະເໜີກົນໄກ ແລະຮູບແບບການຮ່ວມມືຫຼາຍຝ່າຍແບບໃໝ່ທີ່ມີສ່ວນກ່ຽວຂ້ອງໂດຍສະເພາະເປັນຕົ້ນແມ່ນການຜະລິດທຸລະກິດ ກະສິກຳທີ່ ສປປ ລາວ ເຮົາທີ່ມີທ່າແຮງໃນການທັງສະໜອງພາຍໃນ ແລະສົ່ງອອກໄປຕ່າງປະເທດໃນສະພາະໜ້າ ແລະຍາວນານ.

ນອກຈາກນີ້ກອງປະຊູມຍັງໄດ້ສົນທະນາເພື່ອກ້າວໄປເຖີງການສ້າງໂອກາດການຮ່ວມມືທີ່ເປັນຮູບປະທຳຂອງໂຄງການທົດລອງທີ່ເປັນຕົວແບບລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ໂດຍການຮ່ວມມືຈາກຜູ້ສະໜອງປັດໄຈການຜະລິດ ແລະສະໜອງແຫຼ່ງທືນຈາກທະນາຄານທີ່ເຫັນວ່າໂຄງການທີ່ມີປະສິດທິຜົນເພື່ອຊອກຮູ້ບັນຫາຂໍ້ຄົງຄ້າງທີ່ຍັງເປັນອຸປະສັກ ແລະສີ່ງອຸດຕັນໃນການດຳເນີນທຸລະກິດກະສິກຳເພື່ອໃຫ້ກ້າວໄປເຖີງການຮ່ວມມືທີ່ຄົບອົງປະກອບ ແລະປັດໄຈຕ່າງໆ ຂອງການສົ່ງເສີມການຜະລິດ ແລະ ການປຸງແຕ່ງ ແລະແປຮູບສີນຄ້າກະສິກຳລວມເຖີງການຈັດຈຳໜ່າຍທີ່ຕອບສະໜອງໄດ້ປະລິມານ ແລະຄຸນນະພາບແບບຍືນຍົງ.

ໃນຕອນທ້າຍກອງປະຊູມຍັງໄດ້ປຶກສາຫາລືການທິດທາງການສ້າງຄວາມເຂັ້ມແຂງຂອງກຸ່ມການຜະລິດສີນຄ້າກະສິກຳຂອງສະຫະກອນ ແລະສະມາຄົມກະສິກຳທີ່ເຄື່ອນໄຫວພາຍໃຕ້ການຊີ້ນໍາຂອງສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວອີກດ້ວຍ.

ກ່ອນອັດກອງປະຊຸມໄດ້ມີພິທີເຊັນສັນຍາຜູກພັນການຄ້ານໍາກັນຂອງ 3 ບໍລິສັດຄືບໍລິສັດຟາມລາວພັດທະນາ, ບໍລິສັດຈະເລີນຊັບ ແລະບໍລິສັດຕະຫຼາດລາວ. ທັງນີ້ກໍ່ເພື່ອຊຸກຍຸ້ທຸລະກິດກະສິກຳໃຫ້ສາມາດທຳການຜະລິດໃຫ້ມີປະສິດທິພາບ ແລະສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕະຫລາດຢ່າງສະໝໍ່າສະເໝີຕະຫລອດໄປ.
ພາບ-ຂ່າວ: sipha nonglath