ສາລະວັນ ມີ 382 ບ້ານທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກສະໄໝສົງຄາມ

ກອງປະຊຸມສະເໜີຈຸດປະສົງ, ຄວາມເປັນມາ ແລະເປົ້າໝາຍການຢ້ຽມຢາມພາກສະໜາມໂຄງການກວດເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະຕົກຄ້າງໃນສະໄໝສົງຄາມຢູ່ລາວແຂວງສາລະວັນຈັດຂຶ້ນໃນວັນທີ 19 ກັນຍາຜ່ານມາທີ່ຫ້ອງປະຊຸມສະໂມສອນຫ້ອງວ່າການປົກຄອງ ແຂວງສາລະວັນ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນ ຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ມີທ່ານ ນາງ ແຄັດເທີຣິນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວ, ພ້ອມດ້ວຍບັນດາທູດຕານຸທູດ, ຜູ້ໃຫ້ທືນ ແລະພະນັກງານ ກ່ຽວຂ້ອງຈາກສູນກາງ ແລະທ້ອງຖິ່ນ.

ພ້ອມກັນນີ້, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ມີຄໍາເຫັນວ່າ: ປະເທດລາວເປັນປະເທດໜຶ່ງໃນໂລກທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ກ່ຽວກັບລະເບີດ ຕົກຄ້າງແຕ່ປາງສົງຄາມ ລວມທັງລະເບີດລູກຫວ່ານ ເຊິ່ງກະຈາຍໄປທົ່ວທຸກແຂວງ, ຖ້າທຽບໃສ່ຈໍາ ນວນປະຊາກອນໃນໄລຍະສົງຄາມແຕ່ປີ 1964 ຫາ 1973 ວຽກງານການແກ້ໄຂບັນຫາລະເບີດ ບໍ່ທັນແຕກເປັນວຽກບູລິມະສິດຂອງລັດຖະບານເນື່ອງຈາກເປັນອຸປະສັກ ແລະ ເປັນສິ່ງກີດຂວາງ ອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ. ສະນັ້ນ, ລັດຖະບານລາວ ຈຶ່ງຖືເປັນບັນຫາຕົ້ນຕໍ ແລະ ສໍາຄັນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແຕ່ປີ2021 ຫາ 2025 ເພື່ອຈັດຕັ້ງຜັນຂະຫຍາຍ ເປົ້າໝາຍການພັດທະນາແບບຢືນຍົງ 2030 ໂດຍສະເພາະແມ່ນເປົ້າໝາຍທີ່ 18 ກ່ຽວກັບການດໍາລົງ ຊີວິດທີ່ປອດໄພຈາກລະເບີດ ບໍ່ທັນແຕກ ແລະ ຍຸດທະສາດວ່າດ້ວຍການແກ້ໄຂບັນ ຫາລະເບີດບໍ່ທັນແຕກ “ເສັ້ນທາງສູ່ຄວາມປອດໄພ 3” ໄລຍະ 2021 ຫາ 2030 ໄດ້ຮັບຮອງຢ່າງເປັນທາງການ ແລະ ກ້າວສູ່ການຈັດຕັ້ງປະຕິບັດຕົວຈິງຕາມເງື່ອນໄຂທາງດ້ານເຕັກນິກ ແລະງົບປະມານທີ່ມີຢູ່ ເພື່ອບັນລຸຕົວເລກຄາດໝາຍສູ້ຊົນທີ່ສະແຫ່ງຊາດຊາດໄດ້ຮັບຮອງ. ນອກນີ້, ຍັງໄດ້ສົມທົບກັບບັນດາແຂວງໃນ ການສ້າງຄວາມເຂັ້ມແຂງໃນການກໍານົດແຜນການບູລິມະສິດຂອງການສໍາຫຼວດ ແລະ ເກັບກູ້ລະເບີດ ບໍ່ທັນແຕກທີ່ຄ້າງຢູ່ ບັນດາແຂວງໃຫ້ເຂົ້າສູ່ລະບົບ ແລະສາມາດຕອບໜອງໃນການກໍານົດແຜນບູລິມະສິດເຂົ້າໃນບົດບັນທຶກຄວາມເຂົ້າໃຈຮ່ວມກັບບັນດາອົງການປະຕິບັດງານ.ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະເຮັດໃຫ້ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກໄດ້ມີຄວາມຍືນຍົງກໍ່ຄືການຕອບສະໜອງການແກ້ໄຂບັນຫາລະເບີດບໍ່ທັນແຕກໃນໄລຍະຍາວ.

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ກ່າວວ່າ: ແຂວງສາລະວັນເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບໜັກຈາກລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ສະໄໝສົງຄາມ, ເປັນແຂວງ ທີສາມຂອງລາວ ເຊຶ່ງຜ່ານການສໍາຫລວດເນື້ອທີ່ທົ່ວແຂວງເຫັນວ່າມີຈໍານວນ 382 ບ້ານທີ່ໄດ້ຮັບຜົນ ກະທົບ, ເທົ່າກັບ 66 ສ່ວນຮ້ອຍ,ໃນຈໍານວນມີ 8 ເມືອງ 587 ບ້ານ, ນັບແຕ່ປີ 1997 ເປັນຕົ້ນມາ ລັດຖະບານລາວກໍ່ຄືຜູ້ໃຫ້ທຶນໄດ້ເຂົ້າມາສະໜັບສະໜູນ ຮ່ວມກັນຈັດຕັ້ງປະຕິບັກວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ແຂວງສາລະວັນ ໂດຍເລີ່ມຈາກອົງການແມັກສາກົນ, ອົງການຢູໂຊ ແລະ ອົງການເອັນວີເອ, ຜ່ານການຈັດຕັ້ງປະຕິບັດເຫັນໄດ້ວ່າມີຜົນສໍາເລັດສູງພໍສົມຄວນຖ້າທຽບໃສ່ເມື່ອກ່ອນທີ່ຍັງບໍ່ທັນໄດ້ມີຜູ້ໃຫ້ທຶນໃນການເກັບກູ້ລະເບີດເຫັນໄດ້ວ່າປະຊາຊົນບັນດາເຜົ່າພາຍໃນແຂວງສາລະວັນແຕ່ລະມື້ມີການລາຍງານຜູ້ໄດ້ຮັບບາດເຈັບ, ເສຍຊີວິດ ແລະເສຍອົງຄະເປັນຈໍານວນຫລາຍເຊຶ່ງໄດ້ສ້າງມະຫັນຕະໄພແກ່ການທໍາມາຫາກິນ ແລະການດໍາລົງຊີວິດຂອງປະຊາຊົນບໍ່ໜ້ອຍ.

ນອກຈາກການຈັດກອງກອງປະຊຸມສະເໜີຈຸດປະສົງ, ຄວາມເປັນມາ ແລະເປົ້າໝາຍການຢ້ຽມຢາມພາກສະໜາມໂຄງການກວດເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ຕົກຄ້າງຢູ່ແຂວງສາລະວັນແລ້ວ, ຄະນະທູດຕານູທູດ ແລະຕາງໜ້າບັນດາປະເທດຜູ້ໃຫ້ທືນນໍາໂດຍທ່ານ ນາງ ແຄັດເທີ ຣິນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວຍັງໄດ້ເຂົ້າພົບປະກັບທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນຕື່ມອີກ.
ໂດຍ: ບຸນຍັງ ພຸດສະຫວັດ