ສຳເລັດກໍ່ສ້າງລະບົບນໍ້າປະປາ ແລະສຸຂາພິບານ ຢູ່ 2 ເມືອງ ແຂວງບໍລິຄໍາໄຊ

ເມື່ອບໍ່ດົນມານີ, ໄດ້ດມີພິທີມອບ-ຮັບໂຄງການກໍ່ສ້າງລະບົບນໍ້າປະປາ ແລະສຸຂາພິບານໃຫ້ເມືອງປາກຊັນ ແລະເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍໄດ້ຮັບເງິນກູ້ຈາກທະນາຄານພັດທະນາອາຊີ (ADB Loan 3041-Lao) ເພື່ອພັດທະນາລະບົບນໍ້າປະປາພາຍໃຕ້ໂຄງການນໍ້າປະປາ ແລະສຸຂາພິບານຂອງກະຊວງ ໂຍທາທິການ ແລະຂົນສົ່ງໂດຍແມ່ນກົມນໍ້າປະປາ ເປັນຜູ້ຈັດຕັ້ງປະຕິບັດຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະນໍາກະຊວງ ໂຍທາທິການ ແລະຂົນສົ່ງ, ຄະນະນໍາຂອງແຂວງບໍລິຄໍາໄຊ ແລະບັນດາພະແນກການຕ່າງໆ ທີ່ກ່ຽວຂ້ອງ.

ໂຄງການກໍ່ສ້າງນໍ້າປະປາຢູ່ເມືອງປາກຊັນ ແລະເມືອງປາກກະດິງ ໃຊ້ງົບປະມານທັງໝົດ 38,65 ຕື້ກີບ, ລັດຖະບານປະກອບເປັນທຶນໃຫ້ລັດວິສາຫະກິດນໍ້າປະປາແຂວງ 70% ເປັນມູນຄ່າ 27,06 ຕື້ກີບ, ສ່ວນ 30% ເປັນມູນຄ່າ 11,59 ຕື້ກີບ ໃຫ້ລັດວິສາຫະກິດນໍ້າປະປາແຂວງກູ້ຢືມໃນເງື່ອນໄຂດອກເບ້ຍ 6,4% ຕໍ່ປີ, ໄລຍະທົດແທນຄືນ 25 ປີ, ໂຄງການດັ່ງກ່າວ ປະກອບມີ 3 ສັນຍາຫລັກໂດຍແມ່ນ ກຸ່ມບໍລິສັດດີເອັມຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງຄື: ກໍ່ສ້າງລະບົບໂຮງງານຜະລິດນໍ້າປະປາຢູ່ບ້ານກ້ວຍອຸດົມ ເມືອງປາກຊັນ ລວມທັງການວາງທໍ່ສົ່ງ, ທໍ່ແຈກ, ລະບົບໂປ່ມສູບສົ່ງນໍ້າ, ຕູ້ຄວບຄຸມລະບົບໄຟຟ້າໂຮງງານ, ລະບົບໃສ່ສານສົ້ມ, ການຂ້າເຊື້ອພະຍາດໃນນໍ້າ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ນອກຈາກນັ້ນ,ທາງໂຄງການຍັງໄດ້ໃຫ້ທຶນພັດທະນາສິ່ງແວດລ້ອມບ້ານໃນພື້ນທີ່ເປົ້າໝາຍໂຄງການທັງ 2 ເມືອງ ປະກອບມີຈໍານວນ 6 ບ້ານ ທີ່ໄດ້ຮັບຜົນປະໂຫຍດລວມເປັນມູນຄ່າເກືອບ 1 ຕື້ກີບ,ໃນນັ້ນປະຊາຊົນໄດ້ສົມທົບ 10% ລວມເປັນມູນຄ່າ 81 ລ້ານກວ່າກີບ.

ບັນດາໜ້າວຽກປະກອບມີ: ກໍ່ສ້າງທາງຊອຍພາຍໃນບ້ານ, ສະໜອງວັດຖຸກໍ່ສ້າງຫ້ອງການບ້ານ ແລະອື່ນໆອີງຕາມຄວາມຕ້ອງການເປັນເອກະພາບຂອງການຈັດຕັ້ງ ແລະປະຊາຊົນພາຍໃນບ້ານຂຶ້ນແຜນສະເໜີໂດຍວຽກງານທັງໝົດຂອງໂຄງການ ທັງ 2 ເມືອງ ແມ່ນໄດ້ສໍາເລັດ 100% ໄດ້ທົດລອງນໍາໃຊ້ມາໄດ້ໄລຍະໜຶ່ງແລ້ວ ແລະເຫັນວ່າມີຄວາມພ້ອມໃນການຜະລິດ ແລະບໍລິການໃຫ້ຢ່າງເຕັມຮູບແບບ.

ໃນພິທີດັ່ງກ່າວ, ຍັງໄດ້ເຊັນມອບ-ຮັບ ໂຄງການລະບົບນໍ້າປະປາ ແລະສຸຂາພິບານ ເມືອງປາກຊັນ ແລະ ເມືອງປາກກະດິງ ໃຫ້ແຂວງບໍລິຄໍາໄຊ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ແລະ ທ່ານ ວິໄຊ ພູມີ ຫົວໜ້າກະແນກ ໂຍທາທິການ ແລະ ຂົນສົງແຂວງ. ຈາກນັ້ນ, ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ-ຂົນສົ່ງ, ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ, ປະທານສະພາບໍລິຫານລັດວິສະຫະກິດນໍ້າປະປາແຂວງ ແລະພາກສ່ວນກ່ຽວຂ້ອງໄດ້ພ້ອມກັນຕັດແຖບຜ້າເພື່ອເປັນສັນຍາລັກໃຫ້ແກ່ການມອບ-ຮັບ ໂຄງການຢ່າງເປັນທາງການ.