ຮອງປະທານປະເທດ ຢ້ຽມຢາມໂອ້ລົມພະນັກງານຫຼັກແຫຼ່ງ ແຂວງຊຽງຂວາງ

ໃນວັນທີ 16 ກັນຍາ ທີ່ຜ່ານມາເຈົ້າແຂວງຊຽງຂວາງຕ້ອນຮັບການຢ້ຽມຢາມຂອງ ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະໂອ້ລົມພະນັກງານຫລັກແຫຼ່ງ ແຂວງຊຽງຂວາງ ໂດຍເປັນກຽດຕ້ອນຮັບຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ທີ່ເດີນບິນທົ່ງໄຫຫີນ.

ໂອກາດດັ່ງກ່າວທ່ານເຈົ້າແຂວງໆຊຽງຂວາງໄດ້ລາຍງານການຈັດຕັ້ງປະຕິບັດ, ຜັນຂະຫຍາຍແນວທາງຂອງພັກ-ລັດ ເຂົ້າສູ່ວຽກງານຕົວຈິງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ ໂດຍສະເພາະແມ່ນ: ຄວາມກຽມພ້ອມເປັນເຈົ້າພາບທີ່ດີ ໃນການຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11(ຊຽງຂວາງເກມ), ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານ 3 ສ້າງ, ລວມທັງການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.

ໂອກາດນີ້, ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ພ້ອມທັງເນັ້ນໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ, ສຶກສາອົບຮົມການເມືອງແນວຄິດ, ເປັນເຈົ້າການໃນການຈັດຕັ້ງປະຕີບັດ, ແກ້ໄຂແນວຄິດເອື່ອຍອີງ, ແຂ່ງຂັນພັດທະນາສ້າງສະຕິເປັນເຈົ້າ, ສືບຕໍ່ຄົ້ນຄ້ວາ ນຳໃຊ້ທ່າແຮງຂອງແຂວງ ເຂົ້າໃນການພັດທະນາ ແກ້ໄຂຄວາມທຸກຍາກ, ສືບຕໍ່ຜັນຂະຫຍາຍ ຈັດຕັ້ງປະຕິບັດວາລະແຫ່ງຊາດ, ສູ້ຊົນປະຕິບັດບັນດາຄາດໝາຍໃນການພັດທະນາ, ເອົາໃຈໃສ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະໄຂ້ຍຸງ, ສ້າງ ພັດທະນາ ແລະ ຄຸ້ມຄອງແຮງງານໃຫ້ເປັນລະບົບ, ຈັດສັນບ້ານຕິດພັນກັບການຈັດສັນອາຊີບຄົງທີ່, ສືບຕໍ່ສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດຸໝັ່ນຮໍ່າຮຽນຍົກລະດັບຄວາມຮູ້ຄວາມສາມາດ ແລະທິດສະດີການເມືອງການປົກຄອງ, ຕິດຕາມກວດກາພະນັກງານສະມາຊິກພັກ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າໃຫ້ແໜ້ນແຟ້ນພ້ອມກັນພັດທະນາແຂວງຊຽງຂວາງ ໃຫ້ຈະເລີນຂຶ້ນເລື້ອຍໆ.

ຈາກນັ້ນ, ທ່ານຮອງປະທານປະເທດຍັງໄດ້ໄປຢ້ຽມຢາມກວດກາການກໍ່ສ້າງພະເຈົ້າອົງຫຼວງທີ່ວັດໄຫຫີນມີໄຊຍະຣາມ, ສະໜາມກິລາເປີດ-ປິດ, ສະໜາມກິລາບານສົ່ງ, ໂຮງງານເຈຍຫີນອ່ອນຂອງບໍລິສັດ ແຈງຫົງກໍ່ສ້າງຂົວທາງ ຈຳກັດ ທີ່ບ້ານນາຫອຍ ເມືອງແປກນຳອີກ.
ພາບຂ່າວ: ຫ້ອງວ່າການສູນກາງພັກ