LDB ພາກສາຂາແຂວງຈໍາປາສັກ ເຊັນສັນຍາຮ່ວມມືວ່າດ້ວຍການໃຫ້ບໍລິການທາງດ້ານການເງິນ

ເພື່ອປະຕິບັດຕາມແນວທາງແຜນງານການຮ່ວມມືລະຫວ່າງທະນາຄານພັດທະນາລາວ ແລະຄັງເງິນແຫ່ງຊາດວ່າດ້ວຍການໃຫ້ບໍລິການທາງດ້ານການເງິນຖືກຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ມີປະສິດທິພາບສູງດັ່ງນັ້ນໃນວັນທີ 14 ກັນຍາ 2022 ຜ່ານມານີ້ໄດ້ມີພິທີເຊັນສັນຍາວ່າດ້ວຍການໃຫ້ບໍລິການແກ່ຄູ່ຮ່ວມຍຸດທະສາດທາງດ້ານເງິນລະຫວ່າງທະນາຄານພັດທະນາລາວສາຂາພາກຈໍາປາສັກ  ແລະພະແນກການເງິນ ( ຄັງເງິນປະຈໍາແຂວງຈໍາປາສັກ ) ຂື້ນໂດຍການລົງນາມຂອງທ່ານ ຄໍາລຽນ ສິມມະວົງ ຫົວໜ້າທະນາການພັດທະນາລາວສາຂາພາກຈໍາປາສັກ ກັບ ທ່ານ ນາງ ບຸນເມັງ ເທບພະໄກ່ສອນ ຫົວໜ້າຄັງເງິນປະຈໍາແຂວງຈໍາປາສັກ ເຂົ້າຮ່ວມເປັນສັກຂີພິຍານມີທ່ານ ປອ. ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກການເງິນແຂວງຈໍາປາສັກ, ທ່ານ ແກ້ວສະຫວ່າງ ສອນມະນີ ຜູ້ອໍານວຍການຝ່າຍຊີ້ນໍາທະນາການພັດທະນາລາວສີ່ແຂວງພາກໃຕ້, ມີບັນດາທ່ານຮອງຫົວໜ້າສາຂາ, ບັນດາທ່ານແຂກຜູ້ໃຫຍ່ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງໃນການເຊັນສັນຍາໃນຄັ້ງນີ້ແມ່ນເພື່ອເປັນການຜັນຂະຫຍາຍການຈັດຕັ້ງປະຕິບັດສັນຍາວ່າດ້ວຍການໃຫ້ບໍລິການດ້ານການເງິນປະຈໍາປີ 2022 ລະຫວ່າງຄັງເງິນແຫ່ງຊາດ ແລະ ທະນາຄານພັດທະນາລາວ, ເພື່ອຕອບສະໜອງການໃຫ້ບໍລິການທາງດ້ານການເງິນ ຜ່ານລະບົບຂອງທະນາຄານພັດທະນາລາວ ສາຂາພາກຈໍາປາສັກ ໃຫ້ແກ່ຄັງເງິນປະຈໍາແຂວງ,ເປັນຕົ້ນແມ່ນການຊໍາລະການມອບພັນທະຕ່າງໆ ເຂົ້າບັນຊີງົບປະມານແຫ່ງລັດ, ​ການປະຕິບັດລາຍຈ່າຍງົບປະມານແຫ່ງລັດ ແລະ ການບໍລິການອື່ນໆ ທີ່ເຂົ້າຜ່ານທະນາຄານພັດທະນາລາວ ສາຂາພາກຈໍາປາສັກ, ທັງເປັນການອໍານວຍຄວາມສະດວກໃຫ້ແກ່ການຮັບ-ຈ່າຍງົບປະມານໃຫ້ແກ່ຄັງເງີນປະຈໍາແຂວງຈໍາປາສັກ ໃຫ້ມີຄວາມສະດວກສະບາຍ, ເຮັດໃຫ້ຜູ້ໃຊ້ບໍລິການສາມາດເຂົ້າເຖີງການບໍລິການຂອງທະນາຄານພັດທະນາລາວສາຂາພາກຈໍາປາສັກຫລາຍຂື້ນ.

ໃນພິທີທ່ານ ຄໍາລຽນ ສິມມະວົງ ຫົວໜ້າທະນາຄານພັດທະນາລາວພາກຈໍາປາສັກໄດ້ກ່າວລາຍງານໃຫ້ຮູ້ວ່າ: ທະນາຄານພັດທະນາລາວເປັນທະນາຄານທຸລະກິດລັດ( ທະນາຄານຮ່ວມທຶນລະຫວ່າງລັດຖະບານຕາງໜ້າໂດຍກະຊວງການເງິນຖືຮຸ້ນ 30% ແລະບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ຖືຮຸ້ນ 70%), ທພລ ດໍາເນີນທຸລະກິດທະນາຄານພາຍໃຕ້ການຄຸ້ມຄອງຮອບດ້ານຂອງທະນາຄານແຫ່ງ ສປປ ລາວ ເພື່ອດໍາເນີນທຸລະກິດໃຫ້ສອດຄ່ອງຕາມກົດໝາຍຂອງ ສປປ ລາວ, ພາຍຫລັງທີ່ມີຂາຮຸ້ນໃຫຍ່ເຂົ້າມາຮ່ວມທຶນໄດ້ເຮັດໃຫ້ຖານະການເງິນຂອງພວກເຮົາເຂັ້ມແຂງຂື້ນກວ່າເກົ່າ ແລະລະບົບການຊໍາລະສະສາງເຄື່ອງມືທັນສະໄໝກໍ່ໄດ້ຮັບການປັບປຸງດີຂື້ນ.

ສາມາດຕອບໂຈດໃຫ້ກັບຜູ້ຊົມໃຊ້, ປັດຈຸບັນພວກເຮົາໄດ້ປັບປຸງການບໍລິການດ້ານການເງິນທາງໂທລະສັບມືຖື ( LDB Trust ) ສໍາເລັດ ແລະສືບຕໍ່ອັບເດດໄປເລື້ອຍໆຕາມຄວາມຕ້ອງການຂອງສັງຄົມ, ໃຫ້ເປັນມາດຕະຖານ ແລະທຽບທັນກັບທະນາຄານທຸລະກິດພາຍໃນທີ່ເປັນທະນາຄານແຖ້ວໜ້າ.

ໂດຍ: ໂພທິລາດ