ກອງທັບ ລາວ - ຫວຽດນາມ - ກໍາປູເຈຍ ສໍາເລັດການຝຶກຊ້ອມ ກອບກູ້ໄພພິບັດ 2022

ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ໄດ້ສຳເລັດການປະຕິບັດການຝຶກຊ້ອມກອບກູ້ໄພພິບັດຊຶ່ງໄດ້ມີພິທີປິດໃນວັນທີ 15 ກັນຍານີ້, ພາຍຫຼັງໄດ້ດໍາເນີນມາເປັນເວລາ 5 ວັນ (10-15 ກັນຍາ 2022) ທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສົມເດັດ ປີເຈຍ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກໍາປູເຈຍ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີບັນດາການນໍາພັກ-ລັດ, ທູຕານຸທູດບັນດາປະເທດເພື່ອນມິດ ແລະນັກຝຶກຊ້ອມຈາກ 3 ກອງທັບເຂົ້າຮ່ວມ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການຝຶກຊ້ອມພາລະກິດການຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພພິບັດທາງນໍ້າ, ທາງບົກ ແລະຢ້ຽມຊົມໂຮງໝໍພາກສະໜາມຈໍາລອງ. ຈາກນັ້ນ ທ່ານ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ,ຄະນະຊີ້ນໍາລວມການຝຶກຊ້ອມຮ່ວມ 3 ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການປະດັບຫຼຽນກາມິດຕະພາບຂອງກອງທັບປະຊາຊົນລາວ ໃຫ້ຄະນະນັກຝຶກຊ້ອມຮ່ວມຂອງກອງທັບຣາຊະອານາຈັກກໍາປູເຈຍ ແລະກອງທັບປະຊາຊົນຫວຽດນາມ.

ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຮອງປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ໄດ້ຍົກໃຫ້ເຫັນວ່າ: ການຝຶກຊ້ອມຮ່ວມຄັ້ງນີ້ແມ່ນສໍາເລັດຕາມຈຸດປະສົງຄາດໝາຍ ແລະແຜນການວາງໄວ້, ພ້ອມທັງຮັບປະກັນໄດ້ຄວາມປອດໄພ 100%. ນັກຝຶກຊ້ອມໄດ້ແລກປ່ຽນບົດຮຽນ, ປະສົບການ, ຄວາມຊໍານານດ້ານວິຊາສະເພາະ, ແລກປ່ຽນດ້ານວັດທະນະທໍາ, ກິລາ ແລະ ຮີດຄອງປະເພນີຮ່ວມກັນ, ອັນເປັນການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະກັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ, ພາບ: ເກດ.