ສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະພັດທະນາ

ກອງປະຊຸມສະຫຼຸບ, ຕີລາຄາ, ປະເມີນຜົນຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະພັດທະນາ ໄຂຂຶ້ນໃນຕອນບ່າຍວັນທີ 15 ກັນຍາ 2022 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ພັນຄຳ ວິພາວັນ,ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະພັດທະນາມີບັນດາທ່ານການນຳພັກ-ລັດຂັ້ນສູງ, ບັນດາລັດຖະມົນຕີ, ຫົວໜ້າອົງການອ້ອມຂ້າງສູນກາງ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າເມືອງ, ເຈົ້ານະຄອນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ, ວິລະຊົນແຮງງານ, ນັກພັດທະນາດີເດັ່ນແຫ່ງຊາດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະພັດທະນາໃນໄລຍະຜ່ານມາ (2016-2020) ແລະວາງທິດທາງແຜນການແຕ່ນີ້ຮອດປີ 2025, ພ້ອມທັງພິທີຍ້ອງຍໍນັກພັດທະນາ,ບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ແລະປະກາດເນື້ອໃນການແຂ່ງຂັນ ຮັກຊາດ ແລະພັດທະນາ ຮອດປີ 2025.

ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີປະທານຄະນະຊີ້ນຳລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ມີຄໍາເຫັນວ່າ: ການຈັດຕັ້ງປະຕິບັດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມ 04 ເນື້ອໃນຂອງພັກ ແລະ ລັດຖະບານ ໃນລະຍະຜ່ານມາ ທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາ, ສັບສົນ, ຄາດຄະເນໄດ້ຍາກ ແລະ ການແຜ່ລະບາດຢ່າງໜັກໜ່ວງຂອງພະຍາດໂຄວິດ 19 ເຊິ່ງເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນັ້ນ ເຫັນວ່າ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດຫຼາຍດ້ານ: ຮັບປະກັນໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງແຂງແຮງ; ເຖິງວ່າປະເທດເຮົາຈະມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຖືກຜົນກະທົບຢ່າງໜັກໜ່ວງຈາການແຜ່ລະບາດຂອງພະຍາດໂຄວິດ 19, ແຕ່ພວກເຮົາຍັງສາມາດຢັບຢັ້ງບໍ່ໃຫ້ເກີດເຫດການທົດຖອຍຮ້າຍແຮງຕໍ່ເສດຖະກິດ-ສັງຄົມ, ລະບົບການເມືອງຢູ່ຮາກຖານບ້ານໄດ້ຮັບປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນ; ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນເປັນກ້າວໆ; ຊົນນະບົດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໂດຍມີສ່ວນຮ່ວມຢ່າງຕັ້ງໜ້າເປັນເຈົ້າການຂອງປະຊາຊົນບັນດາເຜົ່າ, ຄອບຄົວທຸກຍາກ, ບ້ານທຸກຍາກໄດ້ຮັບການແກ້ໄຂເປັນກ້າວໆມາ; ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກຳລັງປະກອບອາວຸດກໍໄດ້ຮັບການປັບປຸງກໍ່ສ້າງກາຍເປັນກຳລັງທີ່ໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ.ຕະຫຼອດໄລຍະ 05ປີ (2016-2020) ແລະ ໄລຍະປີ 2020 ມາເຖິງປັດຈຸບັນ ເຖິງວ່າພັກ-ລັດຖະບານ ໄດ້ສຸມໃສນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍການບຸກບືນສູ້ຊົນປານໃດກໍຕາມ, ແຕ່ພວກເຮົາກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ທ້າທາຍຕໍ່ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ທັງໝົດນັ້ນ ລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກຳແໜ້ນ ແລະພິຈາລະນາຢ່າງພາວະວິໄສເພື່ອເປັນພື້ນຖານໃນການວາງທິດທາງໜ້າທີ່ໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຂອງພວກເຮົາໃນຊຸມປີຕໍ່ໜ້າໃຫ້ມີການຫັນປ່ຽນໄປສູ່ລວງເລິກໄດ້ຢ່າງແທ້ຈິງ.

ໃນໂອກາດດຽວກັນ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນໄດ້ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ (2016-2020) ແລະທິດທາງແຜນການຮອດປີ 2025 ໂດຍ ໄດ້ຍົກໃຫ້ເຫັນວ່າ: ລັດຖະບານໄດ້ເປີດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະຜັນຂະຫຍາຍວຽກງານ 03 ສ້າງເຂົ້າສູ່ລວງເລິກ, ຕິດພັນກັບການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ ໃນປີ 2015 ແລະກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ, ຕິດພັນກັບການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນປີ 2019 ເປັນຕົ້ນມາ ຄະນະພັກ-ຄະນະນໍາແຕ່ລະຂັ້ນທັງສູນກາງ ແລະທ້ອງຖີ່ນໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະເປັນລະບົບຕາມ 5 ຂັ້ນຕອນຂອງການແຂ່ງຂັນເປັນຕົ້ນວາງແຜນການ, ແຕ່ງຕັ້ງຄະນະຊີ້ນໍາ, ເປີດຂະບວນການແຂ່ງຂັນ, ປຸກລະດົມ, ຊຸກຍູ້, ຕິດຕາມກວດກາ ແລະ ສະຫຼຸບລາຍງານຂະບວນແຂ່ງຂັນເປັນແຕ່ລະໄລຍະ, ເຊິ່ງສາມາດສັງລວມການຍ້ອງຍໍຜົນງານ 05 ປີ (2016-2020) ໃຫ້ ບຸກຄົນ ແລະ ກົມກອງຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ ແລະນະຄອນຫຼວງວຽງຈັນ ທົ່ວປະເທດ ໄດ້ຈຳນວນ 40 ພາກສ່ວນ, ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 86.327 ທ່ານ ແລະ 5.923 ກົມກອງ. ໃນນີ້ກະຊວງ-ອົງການທຽບເທົ່າ ລວມມີ 23 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດລວມທັງໝົດ 19.008 ທ່ານ ແລະ 441 ກົມກອງ; 16 ແຂວງ ແລະ 01 ນະຄອນຫຼວງວຽງຈັນ, ສະເໜີຍ້ອງຍໍ ບຸກຄົນ 69.364 ທ່ານ ແລະ 3.437 ກົມກອງ; ມອບຫຼຽນປະເພດຕ່າງໆ ໃຫ້ບຸກຄົນ ແລະ ກົມກອງດີເດັ່ນ ມີ ຫຼຽນໄຊແຮງງານຊັ້ນ I ມອບໃຫ້ ບຸກຄົນ 2.945 ທ່ານ ແລະ 415 ກົມກອງ, ຫຼຽນໄຊແຮງງານ ຊັ້ນ II ມອບໃຫ້ບຸກຄົນ 6.160 ທ່ານ ແລະ 571 ກົມກອງ, ຫຼຽນໄຊແຮງງານ ຊັ້ນ III ມອບໃຫ້ບຸກຄົນ 10.916 ທ່ານ ແລະ 780 ກົມກອງ, ຫຼຽນນາມມະຍົດວິລະຊົນແຮງງານ ໃຫ້ບຸກຄົນ 01 ທ່ານ, ຫຼຽນນາມມະຍົດພັດທະນາດີເດັ່ນແຫ່ງຊາດ 02 ທ່ານ, ຫຼຽນກາແຮງງານ ບຸກຄົນ 19.949 ທ່ານ ແລະ 1.152 ກົມກອງ, ໃບຍ້ອງຍໍລັດຖະບານໃຫ້ບຸກຄົນ 47.246 ທ່ານ ແລະ 2.113 ກົມກອງ.

ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການປະກອບຄຳເຫັນຂອງບັນດາຕົວແບບດີເດັ່ນ ແລະນັກພັດທະນາດີເດັ່ນ ກ່ຽວກັບການລ້ຽງສັດ, ຫັດຖະກຳຕໍ່າຫູກ ແລະການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໃນກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການປະກາດເນື້ອໃນການແຂ່ງຂັນຮັກຊາດ ແລະພັດທະນາ ຮອດປີ 2025 ແລະຮັບຟັງການໂອ້ລົມຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລີຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວ.