ປ່າສະຫງວນຫີນຫນາມຫນໍ່ຈະເປັນມໍລະດົກທີ່ເຊື່ອມຕໍ່ລາວ-ຫວຽດນາມ ເພີ່ມແຮງດືງດູດນັກທ່ອງທ່ຽວ

ທ່ານ ອິນທີ ເດືອນສະຫວັນ ປະທານກຸ່ມບໍລິສັດ ອິນທິຣາກຣຸບ ໃຫ້ທັດສະນະວ່າ: ຈາກອຸດົມການທີ່ຄ້າຍກັນ, ຄວາມເຊື່ອອັນດຽວກັນມື້ນີ້ພວກເຮົາຈະຮ່ວມມືກັນສ້າງ Phongha & Hin Namnor ແລະ ບັນດາເຂດທີ່ມີທ່າແຮງຂອງແຂວງຄຳມ່ວນໃຫ້ກາຍເປັນ Capital Adventure of Asia Phongnha ເຂດຜາຫີນທຳມະຊາດທີ່ແຂວງ ກວາງບີງປະເທດຫວຽດນາມ ທີ່ຖືກຮັບຮອງຈາກ UNESCO ໃຫ້ເປັນມໍລະດົກໂລກທາງທຳມະຊາດ, ເຂດທີ່ຢູ່ເຊື່ອມຕໍ່ກັບ ປ່າສະຫງວນຫີນຫນາມຫນໍ່ ແຂວງຄຳມ່ວນ ທີ່ກຳລັງຈະຖືກຮັບຮອງເປັນມໍລະດົກທາງທຳມະຊາດແຫ່ງທຳອິດຂອງປະເທດລາວຈາກ UNESCO ເຊັ່ນກັນ, ເຊີ່ງແນ່ນອນມັນຈະເປັນມໍລະດົກທາງທຳມະຊາດທີ່ເຊື່ອມຕໍ່ລາວ-ຫວຽດນາມທີ່ສາມາດເພີ່ມແຮງດືງດູດນັກທ່ອງທ່ຽວທີ່ມີອານຸພາບສູງ.

ທ່ານ Chau A Nguyen-Founder ຂອງບໍລິສັດ Oxalis, ບໍລິສັດພັດທະນາການທ່ອງທ່ຽວຖໍ້າແບບອານຸລັກຂອງຫວຽດນາມ, ທ່ານໄດ້ນຳພາຢ່າງໄກ້ສິດຕິແທດ, ແລະທຸ້ມເທທຸກຢ່າງຈົນສາມາດສ້າງພະລິດຕະພັນການທ່ອງທ່ຽວຖໍ້າຈົນຢູ່ໃນແຖວຫນ້າຂອງໂລກໃນເວລາພຽງ 11 ປີ.

ມື້ນີ້ຂ້າພະເຈົ້າດີໃຈທີ່ໄດ້ມີໂອກາດມາຖອດຖອນບົດຮຽນແລກປ່ຽນປະສົບການ. ຄວາມສຳເລັດຂອງ Oxalis ແມ່ນນຳສະເຫນີປະສົບການການທ່ອງທ່ຽວຖຳ້ທີ່ມີຄວາມອາລັງການຂອງມັນຄຽງຄູ່ກັບການປົກປັກຮັກສາ, ການເຮັດວຽກກັນເປັນທີມຂອງທຸກໆພາກສ່ວນ, ການສ້າງຄວາມພໍດີຂອງພະລິດທະພັນ, ສະຫລຸບແລ້ວກໍ່ແມ່ນການທ່ອງທ່ຽວອານຸລັກແບບຊຸມຊົນມີສ່ວນຮ່ວມ (Eco Tourism) ເຊີ່ງ Greendiscovery ກໍ່ມີເປົ້າຫມາຍອັນດຽວກັນ.